12 ຢ່າປະໃຫ້ມີຣີອາມຕ້ອງຕາຍທັງເປັນ ໂດຍພະຍາດຂີ້ທູດກັດກິນນາງແລ້ວຕັ້ງເຄິ່ງຕົວ.”
ຫລືວ່າບໍ່ມີຂ້ານ້ອຍເລີຍກໍຄົງດີກວ່າ ໃຫ້ເປັນດັ່ງແອນ້ອຍວາຍຊີບຢູ່ໃນທ້ອງມານດາ.
ຂໍໃຫ້ພວກເຂົາເປັນດັ່ງທາກທີ່ຖືກລະລາຍເປັນເມືອກໄປ ຂໍໃຫ້ພວກເຂົາເປັນເໝືອນເດັກທີ່ເກີດໃໝ່ຕາຍໄປໂດຍບໍ່ເຫັນແສງສະຫວ່າງ.
ເພິ່ນຈຶ່ງເວົ້າກັບໂມເຊວ່າ, “ຂໍຢ່າໃຫ້ພວກເຮົາໄດ້ຮັບໂທດ ຍ້ອນບາບກຳເພາະຄວາມໂງ່ງ່າວຂອງພວກເຮົາເລີຍເທາະ.
ສະນັ້ນ ໂມເຊຈຶ່ງຂໍຮ້ອງຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າ ຂໍຊົງໂຜດຮັກສານາງໃຫ້ຫາຍດີດ້ວຍເຖີດ.”
ໃນທີ່ສຸດ ພຣະອົງໄດ້ປາກົດແກ່ເຮົາ ຜູ້ເປັນເໝືອນລູກທີ່ເກີດຜິດຍາມ.
ເມື່ອກ່ອນນັ້ນ ພວກເຈົ້າໄດ້ຕາຍແລ້ວຝ່າຍຈິດວິນຍານຍ້ອນບາບກຳຂອງພວກເຈົ້າ ແລະຍ້ອນເປັນຄົນບໍ່ຮັບພິທີຕັດຝ່າຍເນື້ອກາຍ ພຣະອົງໄດ້ຊົງບັນດານໃຫ້ພວກເຈົ້າເປັນຄືນມາສູ່ຊີວິດຮ່ວມກັບພຣະອົງ ແລະພຣະອົງໄດ້ອະໄພບາບກຳທຸກຢ່າງຂອງພວກເຮົາແລ້ວ,
ແຕ່ແມ່ໝ້າຍຜູ້ທີ່ປ່ອຍຕົວໄປກັບຄວາມສະໜຸກສະໜານນັ້ນ ກໍຕາຍແລ້ວທັງເປັນ.