ຈົດບັນຊີ 12:11 - ພຣະຄຳພີສັກສິ11 ເພິ່ນຈຶ່ງເວົ້າກັບໂມເຊວ່າ, “ຂໍຢ່າໃຫ້ພວກເຮົາໄດ້ຮັບໂທດ ຍ້ອນບາບກຳເພາະຄວາມໂງ່ງ່າວຂອງພວກເຮົາເລີຍເທາະ. Uka jalj uñjjattʼäta |
ແຕ່ຫລັງຈາກກະສັດດາວິດໄດ້ສຳຫລວດເບິ່ງຈຳນວນປະຊາຊົນແລ້ວ ເພິ່ນກໍເປັນທຸກໃຈຫລາຍ. ສະນັ້ນ ເພິ່ນຈຶ່ງໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້ານ້ອຍເຮັດຜິດຢ່າງຮ້າຍແຮງທີ່ໄດ້ກະທຳເຊັ່ນນີ້. ແຕ່ບັດນີ້ ຂ້າແດ່ພຣະເຈົ້າຢາເວ ຂໍພຣະອົງຍົກໂທດໃຫ້ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງດ້ວຍເທີ້ນ ເພາະຂ້ານ້ອຍໄດ້ເຮັດໄປຢ່າງໂງ່ຈ້າທີ່ສຸດ.”
ແລະເວົ້າວ່າ, “ກະລຸນາເຮັດຕາມທີ່ພວກເຮົາຂໍຮ້ອງເຖີດ ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໃຫ້ພວກເຮົາດ້ວຍ. ຈົ່ງພາວັນນາອະທິຖານສຳລັບພວກເຮົາທຸກຄົນທີ່ຍັງມີຊີວິດຢູ່. ຄັ້ງໜຶ່ງນັ້ນ ພວກເຮົາເຄີຍມີຫລາຍຄົນ, ແຕ່ບັດນີ້ພວກເຮົາເຫຼືອຢູ່ພຽງໜ້ອຍຄົນເທົ່ານັ້ນ ດັ່ງທີ່ທ່ານໄດ້ເຫັນນີ້ແຫລະ.
ພວກເຂົາໄດ້ເວົ້າກັບຊາມູເອນວ່າ, “ທ່ານເອີຍ ກະລຸນາພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານສຳລັບພວກຜູ້ຮັບໃຊ້ຂອງທ່ານແດ່ ເພື່ອພວກຂ້ານ້ອຍຈະບໍ່ຕາຍ. ບັດນີ້ ພວກຂ້ານ້ອຍຮູ້ແລ້ວວ່າ ນອກຈາກການບາບອື່ນໆທີ່ພວກຂ້ານ້ອຍໄດ້ເຮັດແລ້ວ ພວກຂ້ານ້ອຍຍັງໄດ້ເຮັດບາບອີກທີ່ໄດ້ຂໍເອົາກະສັດ.”
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງປະກາດວ່າ, ‘ເຮົາໄດ້ສັນຍາໄວ້ແລ້ວວ່າ ຄົນໃນຄອບຄົວຂອງເຈົ້າແລະໃນຕະກຸນຂອງເຈົ້າຈະໄດ້ເປັນປະໂຣຫິດ ບົວລະບັດຮັບໃຊ້ເຮົາຕະຫລອດໄປ,’ ແຕ່ມາບັດນີ້ ພຣະເຈົ້າຢາເວຈຶ່ງປະກາດວ່າ ‘ຂໍໃຫ້ຄວາມນີ້ຫ່າງໄກຈາກເຮົາເຖີດ ເຮົາຈະໃຫ້ກຽດຜູ້ທີ່ໃຫ້ກຽດເຮົາ ແລະເຮົາຈະໝິ່ນປະໝາດຜູ້ທີ່ໝິ່ນປະໝາດເຮົາ.