Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 12:10 - ພຣະຄຳພີສັກສິ

10 ໃນ​ເວລາ​ດຽວກັນ​ນັ້ນ​ເມກ​ກໍ​ລອຍ​ຂຶ້ນ​ໄປ​ຈາກ​ຫໍເຕັນ ແລະ​ໃນທັນໃດ ມີຣີອາມ​ກໍ​ເກີດ​ພະຍາດ​ຂີ້ທູດ ຄື​ຜິວໜັງ​ຂາວ​ດັ່ງ​ນວນຝ້າຍ. ເມື່ອ​ອາໂຣນ​ຫລຽວເບິ່ງ​ແລະ​ເຫັນ​ວ່າ​ນາງ​ເປັນ​ຂີ້ທູດ

Uka jalj uñjjattʼäta Copia luraña




ຈົດບັນຊີ 12:10
13 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ລົງໂທດ​ກະສັດ​ອຸດຊີຢາ ໂດຍ​ໃຫ້​ເປັນ​ໂຣກ​ຂີ້ທູດ ຕະຫລອດ​ຊົ່ວຊີວິດ. ເພິ່ນ​ຢູ່​ໃນ​ວັງ​ຕ່າງຫາກ ແລະ​ອອກ​ຈາກ​ວຽກການ​ທຸກຢ່າງ​ໃນ​ຂະນະທີ່​ໂຢທາມ ລູກຊາຍ​ຂອງ​ເພິ່ນ​ປົກຄອງ​ອານາຈັກ​ແທນ.


ເພາະສະນັ້ນ ພະຍາດ​ຂອງ​ນາອາມານ​ຈະ​ຕິດແປດ​ເຈົ້າ, ທັງ​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ພະຍາດ​ນີ້​ຕະຫລອດໄປ.” ເມື່ອ​ເກຮາຊິ​ໄດ້​ອອກ​ໄປ ລາວ​ກໍ​ເປັນ​ພະຍາດ​ຂີ້ທູດ ໜັງ​ຂອງ​ລາວ​ຂາວ​ດັ່ງ​ຫິມະ.


ຍັງ​ມີ​ຊາຍ​ຂີ້ທູດ​ສີ່​ຄົນ ທີ່​ຢູ່​ນອກ​ປະຕູ​ເມືອງ​ຊາມາເຣຍ. ພວກເຂົາ​ເວົ້າ​ກັນ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ລໍຖ້າ​ຕາຍ​ຢູ່​ທີ່ນີ້?


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ອີກ​ວ່າ, “ສອດ​ມື​ເຂົ້າ​ໄປ​ໃນ​ເສື້ອ​ເບິ່ງດູ.” ໂມເຊ​ກໍ​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ ແລະ​ເມື່ອ​ເພິ່ນ​ຖອດ​ມື​ອອກ​ມາ ມື​ນັ້ນ​ກໍ​ເປັນ​ພະຍາດ​ຂີ້ທູດ ຫຸ້ມ​ໄປ​ດ້ວຍ​ດອກ​ຂາວໆ​ຄື​ຫິມະ.


ແຕ່​ຖ້າ​ວ່າ​ພວກເຂົາ​ລ້ຽງດູ​ລູກ​ໄວ້ ເຮົາ​ຈະ​ເອົາ​ລູກ​ນັ້ນ​ໜີໄປ​ເສຍ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ມີ​ຊີວິດ​ຢູ່. ເມື່ອ​ເຮົາ​ປະຖິ້ມ​ປະຊາຊົນ​ເຫຼົ່ານີ້ ສິ່ງ​ທີ່​ໜ້າຢ້ານກົວ​ຈະ​ເກີດຂຶ້ນ​ກັບ​ພວກເຂົາ.”


“ຈົ່ງ​ສັ່ງ​ປະຊາຊົນ​ອິດສະຣາເອນ​ໃຫ້​ໄລ່​ທຸກຄົນ​ທີ່​ເປັນ​ໂຣກ​ຂີ້ທູດ ຫລື​ມີ​ສິ່ງ​ບໍ່​ສະອາດ​ໄຫລ​ອອກ​ມາ​ຈາກ​ຮ່າງກາຍ ແລະ​ເປັນມົນທິນ​ເພາະ​ແຕະຕ້ອງ​ຊາກສົບ ອອກ​ໄປ​ຈາກ​ຄ້າຍພັກ​ອາໄສ.


ເມື່ອນັ້ນ ພຣະອົງ​ກໍ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ວ່າ, ‘ຫຍັບ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ເຮົາ ພວກສູ​ຜູ້​ທີ່​ຖືກ​ສາບແຊ່ງ​ເອີຍ ລົງ​ໄປ​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ​ບໍລິວານ​ຂອງ​ມັນ


ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເຮັດ​ຕໍ່​ມີຣີອາມ ໃນ​ຄາວ​ທີ່​ພວກເຈົ້າ​ໄດ້​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka