Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 12:1 - ພຣະຄຳພີສັກສິ

1 ໂມເຊ​ໄດ້​ແຕ່ງງານ​ກັບ​ຍິງ​ສາວ​ຜູ້ໜຶ່ງ​ທີ່​ເປັນ​ຊາວ​ກູເຊ ແລະ​ມີຣີອາມ​ກັບ​ອາໂຣນ​ໄດ້​ຕໍ່ສູ້​ໂມເຊ​ກ່ຽວກັບ​ເລື່ອງ​ນີ້.

Uka jalj uñjjattʼäta Copia luraña




ຈົດບັນຊີ 12:1
19 Jak'a apnaqawi uñst'ayäwi  

ຂ້ອຍ​ຢາກ​ໃຫ້​ເຈົ້າ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ວ່າ, ເຈົ້າ​ຈະ​ບໍ່​ຫາ​ເມຍ​ທີ່​ການາອານ​ນີ້​ໃຫ້​ລູກຊາຍ​ຂອງຂ້ອຍ.


ເພິ່ນ​ໃຫ້​ຂ້ອຍ​ເຮັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ ໂດຍ​ເພິ່ນ​ເວົ້າ​ວ່າ, ‘ເຈົ້າ​ຢ່າ​ເອົາ​ຍິງ​ສາວ​ຊາວ​ການາອານ ມາ​ເປັນ​ເມຍ​ລູກຊາຍ​ຂອງຂ້ອຍ.


ນາງ​ເຣເບກາ​ເວົ້າ​ຕໍ່​ອີຊາກ​ວ່າ, “ຂ້ອຍ​ເບື່ອໜ່າຍ​ທີ່​ເອຊາວ​ເອົາ​ເມຍ​ຄົນຕ່າງຊາດ. ຖ້າ​ຢາໂຄບ​ເອົາ​ສາວ​ຊາວ​ຮິດຕີ​ມາ​ເປັນ​ເມຍ​ອີກ ກໍ​ໃຫ້​ຂ້ອຍ​ຕາຍ​ເສຍ​ດີກວ່າ.”


ເພິ່ນ​ໃສ່​ຊື່​ເອຢິບ​ໃຫ້​ໂຢເຊັບ​ວ່າ, “ຊາເຟນາດ ປາເນອາ” ແລະ​ມອບ​ນາງ​ອາເສນາດ​ລູກສາວ​ປະໂຣຫິດ​ໂປຕີເຟຣາ​ແຫ່ງ​ເມືອງ​ເຮລີໂອໂປລີ ໃຫ້​ເປັນ​ເມຍ​ຂອງ​ໂຢເຊັບ. ເມື່ອ​ເຂົ້າ​ຮັບໃຊ້​ກະສັດ​ແຫ່ງ​ເອຢິບ​ນັ້ນ ໂຢເຊັບ​ມີ​ອາຍຸ 30 ປີ. ເພິ່ນ​ໄດ້​ຮັບ​ອຳນາດ​ໃນ​ການ​ປົກຄອງ​ທົ່ວ​ປະເທດ​ເອຢິບ.


ປະໂຣຫິດ​ແຫ່ງ​ມີດີອານ​ຜູ້​ທີ່​ຊື່​ວ່າ ເຢທະໂຣ, ເພິ່ນ​ມີ​ລູກສາວ​ເຈັດ​ຄົນ. ພວກ​ນາງ​ໄດ້​ພາກັນ​ມາ​ຕັກ​ນໍ້າ​ໃຫ້​ຝູງແບ້​ແລະ​ຝູງແກະ​ກິນ.


ໂມເຊ​ໄດ້​ຕັດສິນໃຈ​ຢູ່​ທີ່​ມີດີອານ ແລະ​ເຢທະໂຣ​ຈຶ່ງ​ໄດ້​ຍົກ​ນາງ​ຊິບໂປຣາ ລູກສາວ​ຂອງຕົນ​ໃຫ້​ເປັນ​ເມຍ​ຂອງ​ໂມເຊ.


ລູກຊາຍ​ຂອງ​ພວກເຈົ້າ​ອາດ​ແຕ່ງງານ​ກັບ​ຍິງສາວ​ຊາວ​ຕ່າງດ້າວ​ເຫຼົ່ານັ້ນ ຊຶ່ງ​ອາດ​ພາ​ໃຫ້​ລູກຊາຍ​ຂອງ​ພວກເຈົ້າ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ໜີໄປ​ຂາບໄຫວ້​ບັນດາ​ພະ​ຂອງ​ຄົນ​ເຫຼົ່ານັ້ນ​ກໍໄດ້.


ຢ່າ​ແຕ່ງງານ​ກັບ​ແມ່ຮ້າງ ຫລື​ກັບ​ແມ່ໝ້າຍ ຫລື​ກັບ​ແມ່ຍິງ​ທີ່​ເຄີຍ​ເປັນ​ໂສເພນີ. ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງ​ສາວ​ບໍຣິສຸດ ທີ່​ຢູ່​ໃນ​ຕະກຸນ​ຂອງ​ຕົນເອງ​ເທົ່ານັ້ນ.


ບໍ່ມີ​ໃຜ​ຈັກ​ຄົນ​ໃນ​ຈຳນວນ​ຄົນ​ເຫຼົ່ານີ້ ທີ່​ໄດ້​ເຫັນ​ສະຫງ່າຣາສີ​ຂອງເຮົາ ແລະ​ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ​ທີ່​ເຮົາ​ໄດ້​ກະທຳ ຢູ່​ໃນ​ປະເທດ​ເອຢິບ​ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໄດ້​ທົດລອງ​ເຮົາ​ເຖິງ​ສິບ​ເທື່ອ​ແລ້ວ ແຕ່​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເຮົາ.


ໄດ້​ຮ່ວມ​ມື​ກັບ​ລາວ​ໂດຍ​ມີ​ຜູ້ນຳ 250 ຄົນ ທີ່​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຊຸມນຸມ​ເປັນ​ຜູ້​ສະໜັບ​ສະໜູນ.


ເມຍ​ຂອງ​ລາວ​ແມ່ນ​ໂຢເກເບັດ ລູກສາວ​ຂອງ​ເລວີ​ທີ່​ເກີດ​ໃນ​ປະເທດ​ເອຢິບ. ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ອຳຣາມ​ສອງ​ຄົນ ດັ່ງນີ້: ອາໂຣນ ແລະ ໂມເຊ​ກັບ​ລູກສາວ​ຜູ້ໜຶ່ງ​ຊື່​ມີຣີອາມ.


ແລະ​ສະມາຊິກ​ໃນ​ຄອບຄົວ​ຂອງຕົນ​ກໍ​ຈະ​ເປັນ​ສັດຕູ​ຜູ້ຮ້າຍ​ຕໍ່​ກັນ.”


ພຣະເຢຊູເຈົ້າ​ກ່າວ​ແກ່​ຄົນ​ນັ້ນ​ວ່າ, “ຜູ້ໃດ​ເປັນ​ມານດາ ແລະ​ຜູ້ໃດ​ເປັນ​ນ້ອງຊາຍ​ຂອງເຮົາ?”


ຈົ່ງ​ລະນຶກເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ວ່າ, ‘ຂ້ອຍໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງຕົນ.’ ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ ພວກເຂົາ​ຈະ​ຂົ່ມເຫັງ​ເຈົ້າ​ທັງຫລາຍ​ເໝືອນກັນ, ຖ້າ​ພວກເຂົາ​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພວກເຈົ້າ​ເໝືອນກັນ.


ແມ່ນແຕ່​ພວກ​ນ້ອງຊາຍ​ຂອງ​ພຣະອົງ ກໍ​ບໍ່​ເຊື່ອວາງໃຈ​ໃນ​ພຣະອົງ).


ເວລາ​ນີ້ ເຮົາ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຈົ້າ ຍ້ອນ​ເຮົາ​ບອກ​ຄວາມຈິງ​ແກ່​ພວກເຈົ້າ​ຊັ້ນບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka