6 ແຕ່ດຽວນີ້ບໍ່ມີຫຍັງກິນເລີຍ ທຸກໆມື້ໄດ້ກິນແຕ່ມານາເທົ່ານັ້ນ ແລະພວກເຮົາກໍອິດອ່ອນໝົດແຮງ.” (
ລາວເວົ້າຕໍ່ອຳໂນນວ່າ, “ເຈົ້າເປັນລູກຊາຍຂອງກະສັດແທ້ໆ, ແຕ່ຂ້ອຍເຫັນເຈົ້າມີຄວາມທຸກຢູ່ທຸກວັນທຸກຄືນ; ເຈົ້າມີເລື່ອງຫຍັງກັນແທ້?” ອຳໂນນຕອບລາວວ່າ, “ຂ້ອຍຮັກນາງຕາມານ້ອງຕ່າງແມ່ ນ້ອງສາວອັບຊາໂລມ.”
ແຕ່ເມື່ອໃດພວກເຮົາເຊົາຖວາຍບູຊາແກ່ເຈົ້າແມ່ແຫ່ງສະຫວັນ ແລະເຊົາຖອກເຫຼົ້າອະງຸ່ນແກ່ນາງ; ພວກເຮົາກໍບໍ່ມີຫຍັງເລີຍ ແລະປະຊາຊົນຂອງພວກເຮົາໄດ້ຕາຍໃນສົງຄາມ ແລະຍ້ອນການອຶດຢາກ.”
ພວກເຂົາໄດ້ຈົ່ມຮ້າຍຕໍ່ພຣະເຈົ້າ ແລະຕໍ່ໂມເຊວ່າ, “ເປັນຫຍັງທ່ານຈຶ່ງນຳພາພວກເຮົາອອກຈາກປະເທດເອຢິບ ມາຕາຍຢູ່ໃນກາງຖິ່ນແຫ້ງແລ້ງກັນດານ ບ່ອນບໍ່ມີອາຫານ ແລະບໍ່ມີນໍ້າເຊັ່ນນີ້? ພວກເຮົາບໍ່ອາດທົນກິນອາຫານຕາຍໆເຊັ່ນນີ້ໄດ້ດອກ.”