Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 11:4 - ພຣະຄຳພີສັກສິ

4 ມີ​ພວກ​ຄົນ​ມັກໂລບ​ບາງຄົນ​ໄດ້​ເດີນທາງ​ໄປ​ກັບ​ຊາວ​ອິດສະຣາເອນ. ພວກເຂົາ​ຢາກ​ກິນ​ຊີ້ນ​ຫລາຍ​ທີ່ສຸດ ແລະ​ແມ່ນແຕ່​ຊາວ​ອິດສະຣາເອນ​ເອງ​ກໍໄດ້​ເລີ່ມ​ຕໍ່ວ່າ​ຕໍ່ຂານ​ວ່າ, “ພວກເຮົາ​ຢາກ​ກິນ​ຊີ້ນ​ເຫລືອເກີນ

Uka jalj uñjjattʼäta Copia luraña




ຈົດບັນຊີ 11:4
16 Jak'a apnaqawi uñst'ayäwi  

ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ກົດບັນຍັດ​ທີ່​ໄດ້​ອ່ານ​ນີ້ ພວກເຂົາ​ຈຶ່ງ​ໄລ່​ຄົນຕ່າງຊາດ​ທັງໝົດ​ອອກ​ໄປ​ຈາກ​ທີ່​ຊຸມນຸມ​ຂອງ​ປະຊາຊົນ.


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ພວກເພິ່ນ​ເຕັມ​ແຕ່​ຕັນ​ຫາ​ພາໂລ ຈຶ່ງ​ຖື​ຕົວ​ເປັນ​ເຫດ​ເອົາ​ພຣະເຈົ້າ​ມາ​ທົດສອບ.


ນອກຈາກນີ້​ກໍ​ຍັງ​ມີ​ຄົນ​ເຊື້ອຊາດ​ອື່ນໆ ຝູງແກະ​ຝູງແບ້​ແລະ​ຝູງງົວ ເດີນທາງ​ໄປ​ນຳ​ອີກ​ດ້ວຍ.


“ເຮົາ​ໄດ້ຍິນ​ຊາວ​ອິດສະຣາເອນ​ຈົ່ມຮ້າຍ​ຕໍ່​ເຮົາ​ແລ້ວ. ຈົ່ງ​ບອກ​ພວກເຂົາ​ວ່າ, ‘ໃນ​ມື້​ແລງ​ນີ້​ພວກເຂົາ​ຈະ​ມີ​ຊີ້ນ​ກິນ ແລະ​ໃນ​ຕອນເຊົ້າ​ພວກເຂົາ​ຈະ​ມີ​ເຂົ້າຈີ່​ກິນ​ຕາມ​ຄວາມ​ຕ້ອງການ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”’


ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ຢາກ​ໃຫ້​ພຣະເຈົ້າຢາເວ​ຂ້າ​ພວກເຮົາ​ຖິ້ມ​ຢູ່​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ໄດ້​ກິນ​ເຂົ້າ​ປາ​ອາຫານ​ເຕັມອີ່ມ​ພຸ້ນ​ສາ! ແຕ່​ທ່ານ​ຊໍ້າພັດ​ນຳ​ພວກເຮົາ​ມາ​ອຶດ​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.”


ບັດນີ້ ຈົ່ງ​ບອກ​ປະຊາຊົນ​ວ່າ, ‘ໃນ​ມື້ອື່ນ​ໃຫ້​ພວກເຈົ້າ​ເຮັດ​ພິທີ​ຊຳລະ​ຕົນເອງ. ພວກເຈົ້າ​ຈະ​ມີ​ຊີ້ນ​ກິນ ເພາະ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມທຸກ. ພຣະອົງ​ຮູ້​ວ່າ​ພວກເຈົ້າ​ຢາກ​ກິນ​ຊີ້ນ ແລະ​ເວົ້າ​ວ່າ​ຢູ່​ປະເທດ​ເອຢິບ​ພຸ້ນ​ສະບາຍ​ກວ່າ. ບັດນີ້ ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ ແລະ​ພວກເຈົ້າ​ຈະ​ຕ້ອງ​ກິນ​ຊີ້ນ​ນີ້.


ປະຊາຊົນ​ຕ່າງ​ກໍ​ຮ້ອງໄຫ້​ດ້ວຍ​ຄວາມທຸກໃຈ​ຕະຫລອດ​ທັງຄືນ.


ບໍ່ມີ​ໃຜ​ຈັກ​ຄົນ​ໃນ​ຈຳນວນ​ຄົນ​ເຫຼົ່ານີ້ ທີ່​ໄດ້​ເຫັນ​ສະຫງ່າຣາສີ​ຂອງເຮົາ ແລະ​ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ​ທີ່​ເຮົາ​ໄດ້​ກະທຳ ຢູ່​ໃນ​ປະເທດ​ເອຢິບ​ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໄດ້​ທົດລອງ​ເຮົາ​ເຖິງ​ສິບ​ເທື່ອ​ແລ້ວ ແຕ່​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເຮົາ.


ທ່ານ​ໄດ້​ນຳ​ພວກເຮົາ​ອອກ​ມາ​ຈາກ​ດິນແດນ​ທີ່​ອຸດົມສົມບູນ​ໃນ​ປະເທດ​ເອຢິບ ເພື່ອ​ຈະ​ຂ້າ​ພວກເຮົາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້​ຍັງ​ບໍ່​ພໍ​ບໍ? ທ່ານ​ຍັງ​ຈະ​ມາ​ຕັ້ງ​ຕົວ​ເປັນ​ນາຍ​ເໜືອ​ຫົວ​ເຮົາ​ອີກ​ບໍ?


ແຕ່​ຈົ່ງ​ປະດັບ​ຕົວ​ດ້ວຍ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຢ່າ​ຈັດ​ຫາ​ອັນ​ໃດ​ເພື່ອ​ສະໜອງ​ຕັນຫາ​ຂອງ​ເນື້ອກາຍ.


ເຫດການ​ທັງໝົດ​ເຫຼົ່ານີ້ ເປັນ​ຕົວຢ່າງ​ສຳລັບ​ພວກເຮົາ ເພື່ອ​ເຕືອນ​ພວກເຮົາ​ບໍ່​ໃຫ້​ມີ​ໃຈ​ປາຖະໜາ​ຊົ່ວ​ເໝືອນ​ດັ່ງ​ຄົນ​ພວກ​ນັ້ນ.


ຢ່າ​ສູ່​ໃຫ້​ພວກເຈົ້າ​ຫລົງ​ຜິດ​ໄປ “ການ​ຄົບ​ກັບ​ຄົນຊົ່ວ​ຍ່ອມ​ເຮັດ​ໃຫ້​ເສຍ​ນິໄສ.”


ເມື່ອ​ພວກເຈົ້າ​ໄດ້​ອາໄສ​ຢູ່​ທີ່​ຕາເບຣາ, ມັດສາ ແລະ​ກິບໂຣດ ຮັດຕາອາວາ ພວກເຈົ້າ​ກໍໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka