Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 11:31 - ພຣະຄຳພີສັກສິ

31 ໃນ​ທັນໃດນັ້ນ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ມີ​ລົມ​ພັດ​ເອົາ​ຝູງ​ນົກຂຸ້ມ​ມາ​ຈາກ​ທະເລ ໂດຍ​ກອງ​ກັນ​ຂຶ້ນ​ຈາກ​ພື້ນດິນ​ປະມານ​ໜຶ່ງ​ແມັດ. ມັນ​ໄດ້​ມາ​ຈາກ​ທຸກ​ທິດທາງ​ອ້ອມ​ຄ້າຍພັກ ເປັນ​ໄລຍະ​ຫລາຍ​ກິໂລແມັດ​ທົ່ວ​ທຸກ​ບ່ອນ​ທີ່​ອ້ອມແອ້ມ​ຄ້າຍພັກ​ນັ້ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 11:31
9 Jak'a apnaqawi uñst'ayäwi  

ພວກເພິ່ນ ຮຽກຮ້ອງ​ແລະ​ພຣະອົງ​ໄດ້​ສົ່ງ​ນົກ​ຂຸ້ມ​ມາ ພຣະອົງ​ປະທານ​ອາຫານ​ຈາກ​ສະຫວັນ​ໃຫ້​ພວກເພິ່ນ​ຢ່າງ​ອຸດົມສົມບູນ.


ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ຕາມ​ທີ່​ພວກເພິ່ນ​ໄດ້​ຂໍ ແຕ່​ໄດ້​ສົ່ງ​ພະຍາດ​ອັນ​ຮ້າຍແຮງ​ມາ​ໃນ​ທ່າມກາງ​ພວກເພິ່ນ.


ພຣະອົງ​ນຳ​ເອົາ​ເມກໝອກ​ອັນ​ມືດຄື້ມ​ມາ ຈາກ​ຂອບຟ້າ​ສົ້ນສຸດ​ແຫ່ງ​ແຜ່ນດິນ​ໂລກ ເຮັດ​ໃຫ້​ຟ້າ​ແມບເຫລື້ອມ​ໃນ​ທ່າມກາງ​ພະຍຸຝົນ ແລະ​ປ່ອຍ​ໃຫ້​ລົມ​ພັດ​ມາ​ຈາກ​ບ່ອນ​ຢູ່​ຂອງມັນ​ນັ້ນ.


ດັ່ງນັ້ນ ໂມເຊ​ຈຶ່ງ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ ແລະ​ພຣະເຈົ້າຢາເວ​ກໍ​ເຮັດ​ໃຫ້​ລົມ​ຈາກ​ທິດ​ຕາເວັນອອກ ພັດ​ມາ​ສູ່​ປະເທດ​ເອຢິບ​ຕະຫລອດ​ເວັນ​ຕະຫລອດ​ຄືນ. ພໍ​ຮອດ​ຮຸ່ງ​ເຊົ້າ ລົມ​ກໍໄດ້​ພັດ​ເອົາ​ຝູງ​ຕັກແຕນ​ມາ​ຢ່າງ​ຫລວງຫລາຍ.


ແລ້ວ​ພຣະເຈົ້າຢາເວ​ກໍ​ປ່ຽນ​ລົມ​ແຕ່​ທິດ​ຕາເວັນອອກ ເປັນ​ລົມແຮງ​ຈາກ​ທິດ​ຕາເວັນຕົກ ພັດ​ເອົາ​ຕັກແຕນ​ໄປ​ຕົກ​ໃສ່​ອ່າວ​ຊູແອດ. ບໍ່ມີ​ຕັກແຕນ​ແມ່ນແຕ່​ໂຕ​ດຽວ​ເຫຼືອ​ຢູ່​ໃນ​ປະເທດ​ເອຢິບ.


ເມື່ອ​ພຣະອົງ​ຫາຍໃຈ ພຽງ​ຄັ້ງ​ດຽວ​ເທົ່ານັ້ນ ຊາວ​ເອຢິບ​ກໍ​ຈົມ​ລົງ​ສູ່​ທ້ອງ​ທະເລ​ທັງ​ດີ້ນ. ພວກເຂົາ​ຈົມ​ລົງ​ດິ່ງໆ​ເໝືອນ​ດັ່ງ​ກ້ອນ​ຂີ້ກົ່ວ ຕົນຕົວ​ຈົມ​ລົງ​ສູ່​ພື້ນ​ທະເລ​ກວ້າງ​ຄຶກຄະນອງ.


ພໍ​ເຖິງ​ເວລາ​ຄໍ່າ​ມາ​ກໍ​ມີ​ຝູງ​ນົກ​ຂຸ້ມ​ບິນ​ມາ​ຢູ່​ເຕັມ​ຄ້າຍພັກ ແລະ​ພໍ​ເຖິງ​ຕອນເຊົ້າ​ມາ​ກໍ​ມີ​ນໍ້າ​ໝອກ​ປົກ​ຫຸ້ມ​ຢູ່​ຮອບ​ຄ້າຍ.


ແລ້ວ​ໂມເຊ​ພ້ອມ​ດ້ວຍ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ເຈັດສິບ​ຄົນ ກໍໄດ້​ພາກັນ​ກັບຄືນ​ເມືອ​ຄ້າຍພັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka