Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 11:29 - ພຣະຄຳພີສັກສິ

29 ໂມເຊ​ໄດ້ຕອບ​ວ່າ, “ເຈົ້າ​ມາ​ອິດສາ​ຜົນປະໂຫຍດ​ຂອງຂ້ອຍ​ເຮັດ​ຫຍັງ? ຂ້ອຍ​ຢາກ​ໃຫ້​ປະຊາຊົນ​ທຸກໆ​ຄົນ​ຂອງ​ພຣະອົງ​ເປັນ​ຜູ້ທຳນວາຍ ແລະ​ຂໍໃຫ້​ພຣະເຈົ້າຢາເວ​ມອບ​ພຣະວິນຍານ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ເທີ້ນ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 11:29
17 Jak'a apnaqawi uñst'ayäwi  

ອິດສະຣາເອນ​ເອີຍ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ສະຖິດ​ຢູ່​ນຳ ແລະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບໍ່ມີ​ພຣະເຈົ້າ​ອື່ນ​ໃດ​ອີກ​ມີ​ແຕ່​ເຮົາ​ເທົ່ານັ້ນ ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຖືກ​ດູໝິ່ນ​ອີກ​ຈັກເທື່ອ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເວລາ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້ ຢູດາ​ແລະ​ເຢຣູຊາເລັມ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.


ແລ້ວ​ໂມເຊ​ພ້ອມ​ດ້ວຍ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ເຈັດສິບ​ຄົນ ກໍໄດ້​ພາກັນ​ກັບຄືນ​ເມືອ​ຄ້າຍພັກ.


ພຣະອົງ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຂົ້າ​ທີ່​ຈະ​ກ່ຽວ​ກໍ​ມີ​ຫລາຍ​ແທ້ ແຕ່​ຄົນງານ​ມີ​ໜ້ອຍ​ຢູ່ ເພາະ​ສະນັ້ນ ພວກເຈົ້າ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ຜູ້​ເປັນ​ເຈົ້າ​ຂອງ​ນາ ໃຫ້​ນຳ​ຄົນງານ​ມາ​ໃນ​ການ​ເກັບກ່ຽວ​ຂອງຕົນ​ເສຍ.


ໂປໂລ​ຕອບ​ວ່າ, “ຊ້ອງ​ພຣະພັກ​ພຣະເຈົ້າ ຂ້ານ້ອຍ​ປາຖະໜາ​ບໍ່​ວ່າ​ຄຳ​ຊັກຊວນ​ໜ້ອຍ ຫລື​ຫລາຍ​ກໍຕາມ ຝ່າຍ​ຂ້ານ້ອຍ​ຂໍ​ພາວັນນາ​ອະທິຖານ​ພຣະເຈົ້າ ບໍ່ແມ່ນ​ເພື່ອ​ພຣະອົງ​ເທົ່ານັ້ນ, ແຕ່​ເພື່ອ​ທຸກໆ​ຄົນ​ທີ່​ຟັງ​ຂ້ານ້ອຍ​ກ່າວ​ຢູ່​ໃນວັນນີ້ ເພື່ອ​ໃຫ້​ກາຍເປັນ​ດັ່ງ​ທີ່​ຂ້ານ້ອຍ​ເປັນ ເວັ້ນ​ແຕ່​ການ​ເປັນ​ນັກໂທດ.”


ຄວາມຮັກ​ກໍ​ອົດທົນ​ດົນນານ, ຄວາມຮັກ​ຄື​ຄວາມ​ເມດຕາ​ກະລຸນາ, ຄວາມຮັກ​ບໍ່​ເຫິງສາ ບໍ່​ອວດອ້າງ ບໍ່​ຈອງຫອງ


ເຮົາ​ຢາກ​ໃຫ້​ທຸກຄົນ​ໃນ​ພວກເຈົ້າ​ເວົ້າ​ພາສາ​ແປກໆ​ໄດ້ ແຕ່​ຫລາຍກວ່າ​ນັ້ນ​ອີກ ເຮົາ​ຢາກ​ໃຫ້​ພວກເຈົ້າ​ປະກາດ​ພຣະທຳ​ໄດ້. ດ້ວຍວ່າ, ຄົນ​ທີ່​ປະກາດ ກໍ​ມີ​ຄຸນຄ່າ​ຫລາຍກວ່າ​ຄົນ​ທີ່​ເວົ້າ​ພາສາ​ແປກໆ ເວັ້ນ​ໄວ້​ແຕ່​ມີ​ຜູ້ໃດ​ຜູ້ໜຶ່ງ​ໃນ​ທີ່ນັ້ນ​ແປ​ພາສາ​ແປກໆ​ໄດ້ ເພື່ອ​ຄຣິສຕະຈັກ​ຈະ​ໄດ້​ຮັບ​ການ​ເສີມສ້າງ​ໃຫ້​ຈະເລີນ​ຂຶ້ນ.


ດັ່ງນັ້ນ ຢ່າ​ໃຫ້​ຜູ້ໃດ​ຍົກ​ມະນຸດ​ຂຶ້ນ​ມາ​ອວດ. ດ້ວຍວ່າ, ສິ່ງສາລະພັດ​ກໍ​ເປັນ​ຂອງ​ພວກເຈົ້າ​ແລ້ວ,


ເພາະວ່າ ພວກເຈົ້າ​ຍັງ​ຢູ່​ຝ່າຍ​ມະນຸດ​ທຳມະດາ, ພວກເຈົ້າ​ຍັງ​ອິດສາ​ກັນ ແລະ​ຜິດຂ້ອງ​ຕ້ອງຖຽງ​ກັນ​ຢູ່ ພວກເຈົ້າ​ຢູ່​ຝ່າຍ​ມະນຸດ​ທຳມະດາ ແລະ​ບໍ່​ດຳເນີນ​ຊີວິດ​ຕາມ​ມະນຸດ​ທຳມະດາ​ບໍ?


ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.


ຫລື​ເຈົ້າ​ທັງຫລາຍ​ຄິດ​ວ່າ​ເປັນ​ການ​ເປົ່າໆ​ບໍ ທີ່​ພຣະຄຳພີ​ກ່າວ​ວ່າ, “ວິນຍານ​ທີ່​ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ຢູ່​ໃນ​ເຮົາ​ທັງຫລາຍ ກໍ​ປາຖະໜາ​ຢ່າງ​ແຮງ​ກ້າ.”


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ຈົ່ມ​ໃຫ້​ກັນແລະກັນ ເພື່ອ​ວ່າ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ພວກເຈົ້າ ຜູ້ຕັດສິນ​ກໍ​ຢູ່​ໃກ້​ແລະ​ພ້ອມ​ທີ່​ຈະ​ມາ​ປາກົດ.


ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ລະຖິ້ມ​ຄວາມ​ຄິດ​ຮ້າຍ​ທັງປວງ ກົນອຸບາຍ​ທຸກຢ່າງ ການ​ໜ້າຊື່​ໃຈຄົດ ຄວາມ​ອິດສາ ແລະ​ຄຳ​ເວົ້າ​ນິນທາ​ທັງໝົດ.


ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ຈະ​ເຂົ້າ​ຄວບຄຸມ​ເຈົ້າ ແລະ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ກັບ​ພວກເຂົາ​ທຳນວາຍ ແລະ​ເຈົ້າ​ຈະ​ປ່ຽນ​ເປັນ​ຄົນ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka