28 ແລ້ວໂຢຊວຍລູກຊາຍຂອງນູນ ຜູ້ຊ່ວຍຂອງໂມເຊຕັ້ງແຕ່ສະໄໝຍັງເປັນໜຸ່ມ ກໍໄດ້ເວົ້າກັບໂມເຊວ່າ, “ທ່ານເອີຍ ຈົ່ງໄປບອກພວກເຂົາໃຫ້ຢຸດສາ.”
ລູກຊາຍຂອງເອລີຊາມາແມ່ນນູນ, ລູກຊາຍຂອງນູນແມ່ນໂຢຊວຍ.
ໂມເຊຈຶ່ງສັ່ງໂຢຊວຍວ່າ, “ມື້ອື່ນ ເຈົ້າຈົ່ງເລືອກເຟັ້ນເອົາບາງຄົນ ອອກໄປສູ້ຮົບກັບຊາວອາມາເຫຼັກ. ສ່ວນເຮົາເອງຈະຖືໄມ້ຄ້ອນເທົ້າທີ່ພຣະເຈົ້າໄດ້ມອບໃຫ້ນັ້ນ ຢືນເບິ່ງຢູ່ເທິງເນີນພູ.”
ໂມເຊແລະໂຢຊວຍ ຜູ້ຊ່ວຍຂອງຕົນ ຈຶ່ງໄດ້ຕຽມຕົວ ແລະໂມເຊກໍເລີ່ມ ຂຶ້ນໄປທີ່ເທິງພູເຂົາຂອງພຣະເຈົ້າ.
ພຣະເຈົ້າຢາເວກ່າວແກ່ໂມເຊໜ້າຕໍ່ໜ້າ ດັ່ງຄົນໜຶ່ງທີ່ກ່າວຕໍ່ເພື່ອນຂອງຕົນ. ແລ້ວໂມເຊກໍກັບຄືນເມືອຄ້າຍພັກ, ສ່ວນໂຢຊວຍລູກຊາຍຂອງນູນ ຜູ້ຮັບໃຊ້ທີ່ໜຸ່ມແໜ້ນຂອງເພິ່ນໄດ້ປະຈຳຢູ່ໃນຫໍເຕັນ.
ມີຊາຍໜຸ່ມຄົນໜຶ່ງຮີບຟ້າວແລ່ນອອກໄປບອກໂມເຊ ເຖິງສິ່ງທີ່ໄດ້ເກີດຂຶ້ນກັບເອັນດາດແລະເມດາດ.
ສິດເຫຼົ່ານັ້ນ ຈຶ່ງໄປບອກໂຢຮັນວ່າ, “ພຣະອາຈານເອີຍ ທ່ານຈື່ຄົນທີ່ເຄີຍຢູ່ກັບທ່ານ ທາງດ້ານຕາເວັນອອກຂອງແມ່ນໍ້າຈໍແດນ ຄືຜູ້ທີ່ທ່ານເວົ້າເຖິງນັ້ນຫລືບໍ່? ດຽວນີ້ເພິ່ນກຳລັງໃຫ້ຮັບບັບຕິສະມາ ແລະທຸກຄົນກໍກຳລັງໄປຫາເພິ່ນ.”
ຫລັງຈາກໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ຕາຍໄປແລ້ວ ພຣະເຈົ້າຢາເວໄດ້ສັ່ງໂຢຊວຍລູກຊາຍຂອງນູນ ຜູ້ຊ່ວຍວຽກຂອງໂມເຊວ່າ,