Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 11:26 - ພຣະຄຳພີສັກສິ

26 ມີ​ສອງ​ຄົນ​ໃນ​ພວກ​ຜູ້ນຳ​ເຈັດສິບ​ຄົນ ຄື​ເອັນດາດ​ແລະ​ເມດາດ​ທີ່​ພັກ​ຢູ່​ໃນ​ຄ້າຍ ແລະ​ບໍ່ໄດ້​ເຂົ້າ​ມາ​ໃນ​ຫໍເຕັນ. ພຣະວິນຍານ​ໄດ້​ລົງ​ມາ​ເທິງ​ພວກເຂົາ​ຢູ່​ທີ່​ຄ້າຍພັກ​ນັ້ນ ແລະ​ພວກເຂົາ​ກໍໄດ້​ຮ້ອງ​ສຽງດັງ​ເໝືອນ​ດັ່ງ​ຜູ້ທຳນວາຍ.

Uka jalj uñjjattʼäta Copia luraña




ຈົດບັນຊີ 11:26
11 Jak'a apnaqawi uñst'ayäwi  

ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ມາ​ຄວບຄຸມ​ອາຊາຣີຢາ​ລູກຊາຍ​ຂອງ​ໂອເດັດ


ເປັນ​ເວລາ​ຫລາຍ​ປີ​ແລ້ວ ທີ່​ພຣະອົງ​ໄດ້​ຕັກເຕືອນ​ພວກເພິ່ນ ໂດຍ​ບັນດານ​ໃຈ​ຜູ້ທຳນວາຍ​ໃຫ້​ກ່າວ​ຕັກເຕືອນ​ພວກເພິ່ນ; ແຕ່​ປະຊາຊົນ​ຂອງ​ພຣະອົງ​ຫູ​ໜວກ ແລະ​ຫູຕຶງ ສະນັ້ນ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເພິ່ນ​ຖືກ​ພ່າຍແພ້.


ແຕ່​ໂມເຊ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ເປັນ​ມະນຸດ​ສາມັນ​ທຳມະດາ ຈະ​ໄປ​ຫາ​ກະສັດ​ຟາໂຣ​ໄດ້​ບໍ? ຂ້ານ້ອຍ​ຈະ​ນຳພາ​ຊາວ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ເອຢິບ​ໄດ້​ຢ່າງ​ໃດ?”


ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ຈະ​ກ່າວ​ຢ່າງໃດ; ຂ້ານ້ອຍ​ຍັງ​ໜຸ່ມ​ເກີນໄປ​ທີ່​ຈະ​ກ່າວ​ຕໍ່ໜ້າ​ມະຫາຊົນ.”


ຕໍ່ມາ ຂ້າພະເຈົ້າ​ໄດ້​ແນະນຳ​ບາຣຸກ​ດັ່ງນີ້: “ຂ້ອຍ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ໄປ​ວິຫານ​ຂອງ​ພຣະເຈົ້າຢາເວ​ອີກ.


ມີ​ຊາຍໜຸ່ມ​ຄົນ​ໜຶ່ງ​ຮີບ​ຟ້າວ​ແລ່ນ​ອອກ​ໄປ​ບອກ​ໂມເຊ ເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເອັນດາດ​ແລະ​ເມດາດ.


ແລະ​ເຫັນ​ປະຊາຊົນ​ອິດສະຣາເອນ​ຕັ້ງ​ຄ້າຍພັກ​ຢູ່​ຕາມ​ເຜົ່າ​ຂອງຕົນ. ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຄວບຄຸມ​ລາວ


ພວກເຂົາ​ຈຶ່ງ​ທູນ​ຖາມ​ພຣະເຈົ້າຢາເວ​ວ່າ, “ຍັງ​ມີ​ຄົນອື່ນ​ອີກ​ບໍ?” ພຣະເຈົ້າຢາເວ​ຈຶ່ງ​ຕອບ​ວ່າ, “ໂຊນ​ຢູ່​ຫັ້ນ​ເດ ພວມ​ລີ້​ຢູ່​ທາງຫລັງ​ເຄື່ອງ​ຂອງ.”


ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ຈະ​ເຂົ້າ​ຄວບຄຸມ​ເຈົ້າ ແລະ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ກັບ​ພວກເຂົາ​ທຳນວາຍ ແລະ​ເຈົ້າ​ຈະ​ປ່ຽນ​ເປັນ​ຄົນ​ໃໝ່.


ເຖິງຢ່າງໃດ​ກໍຕາມ ໃນ​ມື້​ນັ້ນ​ກະສັດ​ໂຊນ​ບໍ່ໄດ້​ເວົ້າ​ຫຍັງ​ເລີຍ ເພາະ​ເພິ່ນ​ຄິດ​ວ່າ ອາດ​ມີ​ບາງສິ່ງ​ບາງຢ່າງ​ເກີດຂຶ້ນ​ກັບ​ລາວ ແລະ​ລາວ​ອາດ​ຍັງ​ມີ​ມົນທິນ​ຢູ່​ກໍໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka