24 ສະນັ້ນ ໂມເຊຈຶ່ງອອກໄປ ແລະໄດ້ບອກປະຊາຊົນ ເຖິງສິ່ງທີ່ພຣະເຈົ້າຢາເວໄດ້ກ່າວ. ເພິ່ນໄດ້ນັດປະຊຸມພວກຜູ້ນຳເຈັດສິບຄົນ ແລະຈັດໃຫ້ພວກເຂົາຢືນຢູ່ອ້ອມຫໍເຕັນ.
ເມື່ອພຣະເຈົ້າຂັບໄລ່ມະນຸດອອກຈາກສວນແລ້ວ ພຣະອົງກໍເອົາເທວະດາເຄຣຸບ ມາເຝົ້າສວນຢູ່ທາງທິດຕາເວັນອອກ; ແລະມີດາບທີ່ລຸກເປັນແສງໄຟແກວ່ງໄປມາທົ່ວທຸກທິດ ເພື່ອປ້ອງກັນບໍ່ໃຫ້ເຂົ້າໄປໃກ້ຕົ້ນໄມ້ແຫ່ງຊີວິດນັ້ນ.
ດັ່ງນັ້ນ ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງນັດປະຊຸມຫົວໜ້າເຈັດສິບຄົນທີ່ປະຊາຊົນເຄົາຣົບນັບຖື ແລະພາພວກເຂົາມາຫາເຮົາທີ່ຫໍເຕັນບ່ອນຊຸມນຸມ ແລະບອກພວກເຂົາໃຫ້ຢືນຢູ່ໃກ້ເຈົ້າ.
ມີສອງຄົນໃນພວກຜູ້ນຳເຈັດສິບຄົນ ຄືເອັນດາດແລະເມດາດທີ່ພັກຢູ່ໃນຄ້າຍ ແລະບໍ່ໄດ້ເຂົ້າມາໃນຫໍເຕັນ. ພຣະວິນຍານໄດ້ລົງມາເທິງພວກເຂົາຢູ່ທີ່ຄ້າຍພັກນັ້ນ ແລະພວກເຂົາກໍໄດ້ຮ້ອງສຽງດັງເໝືອນດັ່ງຜູ້ທຳນວາຍ.