22 ຈະມີງົວແລະແກະມາແຕ່ໃສພຽງພໍ ເພື່ອຂ້າໃຫ້ພວກເຂົາກິນ? ປາໝົດທັງທ້ອງທະເລຈະພຽງພໍສຳລັບໃຫ້ພວກເຂົາກິນບໍ?”
ນາຍທະຫານປະຈຳຕົວຂອງກະສັດໄດ້ເວົ້າຕໍ່ເອລີຊາວ່າ, “ເຖິງແມ່ນວ່າພຣະເຈົ້າຢາເວຈະເປີດປ່ອງຢ້ຽມແຫ່ງຟ້າສະຫວັນໃຫ້ ສິ່ງນີ້ຈະເປັນໄປໄດ້ບໍ່?” ເອລີຊາຕອບວ່າ, “ທ່ານຈະໄດ້ເຫັນສິ່ງນີ້ເກີດຂຶ້ນກັບຕາຂອງທ່ານເປັນແນ່ ແຕ່ທ່ານເອງຈະບໍ່ໄດ້ກິນ.”
ຂ້ານ້ອຍຈະໄປຫາຊີ້ນມາແຕ່ໃສ ເພື່ອໃຫ້ພຽງພໍກັບຄົນເຫຼົ່ານີ້ກິນ? ພວກເຂົາກຳລັງຈົ່ມທຸກຕໍ່ຂ້ານ້ອຍວ່າ, ‘ຈົ່ງເອົາຊີ້ນໃຫ້ພວກເຮົາກິນແດ່!’
ໂມເຊໄດ້ກ່າວວ່າ, “ພວກທີ່ຢູ່ນຳຂ້ານ້ອຍມີຊາຍສະກັນຫົກແສນຄົນ ແລະພຣະອົງກ່າວວ່າ, ‘ຈະໃຫ້ພວກເຂົາມີຊີ້ນກິນພຽງພໍໜຶ່ງເດືອນຊັ້ນບໍ?’
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ເຈົ້າຄິດວ່າອຳນາດຂອງພຣະເຈົ້າຢາເວມີຂອບເຂດຈຳກັດຊັ້ນບໍ? ໃນບໍ່ຊ້ານີ້ ເຈົ້າຈະໄດ້ເຫັນວ່າສິ່ງທີ່ເຮົາໄດ້ກ່າວໄປນັ້ນຈະເກີດຂຶ້ນແທ້ຫລືບໍ່.”
ພວກສາວົກຈຶ່ງຖາມພຣະອົງວ່າ, “ໃນຖິ່ນແຫ້ງແລ້ງກັນດານເຊັ່ນນີ້ ພວກຂ້ານ້ອຍຈະຫາອາຫານມາແຕ່ໃສ ພໍໃຫ້ປະຊາຊົນເຫຼົ່ານີ້ກິນອີ່ມ?”
ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ພວກເຈົ້າຈົ່ງເອົາອາຫານໃຫ້ພວກເຂົາກິນສາ.” ພວກສາວົກຖາມພຣະອົງວ່າ, “ທ່ານຕ້ອງການໃຫ້ພວກຂ້ານ້ອຍໄປຫາຊື້ອາຫານ ລາຄາເຖິງສອງຮ້ອຍຫລຽນເງິນ ໃຫ້ພວກເຂົາກິນບໍ?”
ພວກສາວົກຈຶ່ງຕອບພຣະອົງວ່າ, “ຢູ່ໃນບ່ອນປ່ຽວເຊັ່ນນີ້ຈະຫາອາຫານມາແຕ່ໃສ ພໍໃຫ້ຄົນເຫຼົ່ານີ້ກິນອີ່ມທຸກຄົນ?”
ເຊກາຣີຢາເວົ້າກັບເທວະດານັ້ນວ່າ, “ຂ້ານ້ອຍຈະຮູ້ເຫດການນີ້ໄດ້ຢ່າງໃດ? ເພາະຂ້ານ້ອຍກໍເຖົ້າແກ່ແລ້ວ ແລະເມຍຂອງຂ້ານ້ອຍກໍເໝືອນກັນ.”
ຝ່າຍມາຣີຈຶ່ງເວົ້າກັບເທວະດາວ່າ, “ຂ້ານ້ອຍຍັງບໍ່ທັນໄດ້ຮ່ວມເພດສຳພັນກັບຜູ້ຊາຍຈັກເທື່ອ ເຫດການນີ້ຈະເປັນໄປໄດ້ຢ່າງໃດ?”
“ຢູ່ທີ່ນີ້ມີເດັກນ້ອຍຄົນໜຶ່ງ ທີ່ມີເຂົ້າຈີ່ຫ້າກ້ອນເຮັດດ້ວຍແປ້ງເຂົ້າຝ້າງ ແລະ ປາສອງໂຕ, ແຕ່ຈະບໍ່ພໍສຳລັບຄົນເຫຼົ່ານີ້ທັງໝົດດອກ.”