Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 11:21 - ພຣະຄຳພີສັກສິ

21 ໂມເຊ​ໄດ້​ກ່າວ​ວ່າ, “ພວກ​ທີ່​ຢູ່​ນຳ​ຂ້ານ້ອຍ​ມີ​ຊາຍ​ສະກັນ​ຫົກແສນ​ຄົນ ແລະ​ພຣະອົງ​ກ່າວ​ວ່າ, ‘ຈະ​ໃຫ້​ພວກເຂົາ​ມີ​ຊີ້ນ​ກິນ​ພຽງພໍ​ໜຶ່ງ​ເດືອນ​ຊັ້ນບໍ?’

Uka jalj uñjjattʼäta Copia luraña




ຈົດບັນຊີ 11:21
9 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່. ເຮົາ​ຈະ​ອວຍພອນ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ຊື່ສຽງ ແລະ​ເຈົ້າ​ຈະ​ໄດ້​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.


ຊາວ​ອິດສະຣາເອນ​ພາກັນ​ອອກ​ໄປ​ຈາກ​ເມືອງ​ຣາມາເຊັດ ມຸ້ງໜ້າ​ສູ່​ເມືອງ​ຊຸກໂກດ. ຜູ້​ເດີນທາງ​ມີ​ປະມານ​ຫົກແສນ​ຄົນ​ໂດຍ​ບໍ່​ນັບ​ຜູ້ຍິງ​ແລະ​ເດັກນ້ອຍ.


ເງິນ​ຈຳນວນ​ນີ້​ໄດ້​ເທົ່າ​ກັບ​ຈຳນວນ​ເງິນ ທີ່​ທຸກຄົນ​ໄດ້​ຈ່າຍ​ໃຫ້​ຕາມ​ສຳມະໂນຄົວ ຄື​ແຕ່ລະຄົນ​ໄດ້​ຈ່າຍ​ຕາມ​ອັດຕາ​ຂອງ​ສຳນັກ​ນະມັດສະການ. ເມື່ອ​ສຳຫລວດ​ເບິ່ງ​ແລ້ວ ຕົວເລກ​ຂອງ​ການ​ຈົດທະບຽນ​ຄອບຄົວ​ມີ 603.550 ຄົນ ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ.


ຂ້ານ້ອຍ​ຈະ​ໄປ​ຫາ​ຊີ້ນ​ມາ​ແຕ່​ໃສ ເພື່ອ​ໃຫ້​ພຽງພໍ​ກັບ​ຄົນ​ເຫຼົ່ານີ້​ກິນ? ພວກເຂົາ​ກຳລັງ​ຈົ່ມທຸກ​ຕໍ່​ຂ້ານ້ອຍວ່າ, ‘ຈົ່ງ​ເອົາ​ຊີ້ນ​ໃຫ້​ພວກເຮົາ​ກິນ​ແດ່!’


ແຕ່​ຈະ​ມີ​ກິນ​ໜຶ່ງ​ເດືອນ​ເຕັມ ຈົນ​ມັນ​ລົ້ນ​ອອກ​ມາ​ທາງ​ຮູ​ດັງ ຈົນ​ພວກເຈົ້າ​ເບື່ອໜ່າຍ​ມັນ. ເລື່ອງ​ນີ້​ຈະ​ເກີດຂຶ້ນ​ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຍອມ​ຮັບ​ເອົາ​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ສະຖິດ​ຢູ່​ທີ່​ນີ້​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ຍັງ​ໄດ້​ຈົ່ມ​ຕໍ່ວ່າ​ຕໍ່ຂານ​ໃສ່​ພຣະອົງ​ວ່າ ພວກເຈົ້າ​ບໍ່ຄວນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ກໍດີກວ່າ.”’


ຈະ​ມີ​ງົວ​ແລະ​ແກະ​ມາ​ແຕ່​ໃສ​ພຽງພໍ ເພື່ອ​ຂ້າ​ໃຫ້​ພວກເຂົາ​ກິນ? ປາ​ໝົດ​ທັງ​ທ້ອງ​ທະເລ​ຈະ​ພຽງພໍ​ສຳລັບ​ໃຫ້​ພວກເຂົາ​ກິນ​ບໍ?”


ລວມ​ຈຳນວນ​ປະຊາຊົນ​ອິດສະຣາເອນ​ທັງໝົດ ທີ່​ຖືກ​ເກນ​ເຂົ້າ​ເປັນ​ທະຫານ​ຢູ່​ໃນ​ກອງພົນ ເປັນ​ໝວດ​ໝູ່​ຕ່າງໆ​ນັ້ນ​ມີ: 603.550 ຄົນ.


ຈຳນວນ​ຜູ້ຊາຍ​ຊາວ​ອິດສະຣາເອນ​ທັງໝົດ​ມີ 601.730 ຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka