ຈົດບັນຊີ 11:20 - ພຣະຄຳພີສັກສິ20 ແຕ່ຈະມີກິນໜຶ່ງເດືອນເຕັມ ຈົນມັນລົ້ນອອກມາທາງຮູດັງ ຈົນພວກເຈົ້າເບື່ອໜ່າຍມັນ. ເລື່ອງນີ້ຈະເກີດຂຶ້ນເພາະວ່າພວກເຈົ້າບໍ່ໄດ້ຍອມຮັບເອົາພຣະເຈົ້າຢາເວ ອົງທີ່ໄດ້ສະຖິດຢູ່ທີ່ນີ້ທ່າມກາງພວກເຈົ້າ ແລະພວກເຈົ້າຍັງໄດ້ຈົ່ມຕໍ່ວ່າຕໍ່ຂານໃສ່ພຣະອົງວ່າ ພວກເຈົ້າບໍ່ຄວນອອກມາຈາກປະເທດເອຢິບກໍດີກວ່າ.”’ Uka jalj uñjjattʼäta |
ແລ້ວໂມເຊກໍກ່າວວ່າ, “ແມ່ນພຣະເຈົ້າຢາເວທີ່ຈະໃຫ້ພວກເຈົ້າມີຊີ້ນກິນໃນຕອນແລງ ແລະຈະໃຫ້ມີເຂົ້າຈີ່ກິນຢ່າງບໍຣິບູນໃນຕອນເຊົ້າ ເພາະວ່າພຣະເຈົ້າຢາເວໄດ້ຍິນພວກເຈົ້າຈົ່ມຮ້າຍໃສ່ພຣະອົງຢ່າງຮຸນແຮງ. ເມື່ອພວກເຈົ້າຈົ່ມຮ້າຍຕໍ່ພວກເຮົາ ພວກເຮົາທັງສອງແມ່ນຜູ້ໃດ, ຄວາມຈົ່ມຮ້າຍຂອງພວກເຈົ້າບໍ່ໄດ້ຕໍ່ສູ້ພວກເຮົາ, ແຕ່ຕໍ່ສູ້ພຣະເຈົ້າຢາເວ.”
ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວຕໍ່ພວກປະໂຣຫິດວ່າ, “ລູກຍ່ອມໃຫ້ກຽດພໍ່ແມ່ຂອງຕົນ ແລະຄົນຮັບໃຊ້ຍ່ອມນັບຖືນາຍຂອງຕົນ. ເຮົາເປັນພໍ່ຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ໃຫ້ກຽດເຮົາ? ເຮົາເປັນເຈົ້ານາຍຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ນັບຖືເຮົາ? ພວກເຈົ້າດູຖູກເຮົາ ແລະຍິ່ງໄປກວ່ານີ້ອີກ ພວກເຈົ້າຍັງຖາມວ່າ, ‘ພວກຂ້ານ້ອຍໝິ່ນປະໝາດພຣະນາມຂອງພຣະອົງຢ່າງໃດ?’
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງປະກາດວ່າ, ‘ເຮົາໄດ້ສັນຍາໄວ້ແລ້ວວ່າ ຄົນໃນຄອບຄົວຂອງເຈົ້າແລະໃນຕະກຸນຂອງເຈົ້າຈະໄດ້ເປັນປະໂຣຫິດ ບົວລະບັດຮັບໃຊ້ເຮົາຕະຫລອດໄປ,’ ແຕ່ມາບັດນີ້ ພຣະເຈົ້າຢາເວຈຶ່ງປະກາດວ່າ ‘ຂໍໃຫ້ຄວາມນີ້ຫ່າງໄກຈາກເຮົາເຖີດ ເຮົາຈະໃຫ້ກຽດຜູ້ທີ່ໃຫ້ກຽດເຮົາ ແລະເຮົາຈະໝິ່ນປະໝາດຜູ້ທີ່ໝິ່ນປະໝາດເຮົາ.