ຈົດບັນຊີ 11:19 - ພຣະຄຳພີສັກສິ19 ພວກເຈົ້າຈະມີຊີ້ນກິນບໍ່ພຽງແຕ່ມື້ໜຶ່ງຫລືສອງມື້ ຫລືຫ້າມື້ ຫລືສິບມື້ ຫລືຊາວມື້ເທົ່ານັ້ນ Uka jalj uñjjattʼäta |
ບັດນີ້ ຈົ່ງບອກປະຊາຊົນວ່າ, ‘ໃນມື້ອື່ນໃຫ້ພວກເຈົ້າເຮັດພິທີຊຳລະຕົນເອງ. ພວກເຈົ້າຈະມີຊີ້ນກິນ ເພາະພຣະເຈົ້າຢາເວໄດ້ຍິນພວກເຈົ້າຈົ່ມທຸກ. ພຣະອົງຮູ້ວ່າພວກເຈົ້າຢາກກິນຊີ້ນ ແລະເວົ້າວ່າຢູ່ປະເທດເອຢິບພຸ້ນສະບາຍກວ່າ. ບັດນີ້ ພຣະເຈົ້າຢາເວຈະໃຫ້ພວກເຈົ້າມີຊີ້ນກິນ ແລະພວກເຈົ້າຈະຕ້ອງກິນຊີ້ນນີ້.
ແຕ່ຈະມີກິນໜຶ່ງເດືອນເຕັມ ຈົນມັນລົ້ນອອກມາທາງຮູດັງ ຈົນພວກເຈົ້າເບື່ອໜ່າຍມັນ. ເລື່ອງນີ້ຈະເກີດຂຶ້ນເພາະວ່າພວກເຈົ້າບໍ່ໄດ້ຍອມຮັບເອົາພຣະເຈົ້າຢາເວ ອົງທີ່ໄດ້ສະຖິດຢູ່ທີ່ນີ້ທ່າມກາງພວກເຈົ້າ ແລະພວກເຈົ້າຍັງໄດ້ຈົ່ມຕໍ່ວ່າຕໍ່ຂານໃສ່ພຣະອົງວ່າ ພວກເຈົ້າບໍ່ຄວນອອກມາຈາກປະເທດເອຢິບກໍດີກວ່າ.”’