ຈົດບັນຊີ 11:18 - ພຣະຄຳພີສັກສິ18 ບັດນີ້ ຈົ່ງບອກປະຊາຊົນວ່າ, ‘ໃນມື້ອື່ນໃຫ້ພວກເຈົ້າເຮັດພິທີຊຳລະຕົນເອງ. ພວກເຈົ້າຈະມີຊີ້ນກິນ ເພາະພຣະເຈົ້າຢາເວໄດ້ຍິນພວກເຈົ້າຈົ່ມທຸກ. ພຣະອົງຮູ້ວ່າພວກເຈົ້າຢາກກິນຊີ້ນ ແລະເວົ້າວ່າຢູ່ປະເທດເອຢິບພຸ້ນສະບາຍກວ່າ. ບັດນີ້ ພຣະເຈົ້າຢາເວຈະໃຫ້ພວກເຈົ້າມີຊີ້ນກິນ ແລະພວກເຈົ້າຈະຕ້ອງກິນຊີ້ນນີ້. Uka jalj uñjjattʼäta |
ແລ້ວໂມເຊກໍກ່າວວ່າ, “ແມ່ນພຣະເຈົ້າຢາເວທີ່ຈະໃຫ້ພວກເຈົ້າມີຊີ້ນກິນໃນຕອນແລງ ແລະຈະໃຫ້ມີເຂົ້າຈີ່ກິນຢ່າງບໍຣິບູນໃນຕອນເຊົ້າ ເພາະວ່າພຣະເຈົ້າຢາເວໄດ້ຍິນພວກເຈົ້າຈົ່ມຮ້າຍໃສ່ພຣະອົງຢ່າງຮຸນແຮງ. ເມື່ອພວກເຈົ້າຈົ່ມຮ້າຍຕໍ່ພວກເຮົາ ພວກເຮົາທັງສອງແມ່ນຜູ້ໃດ, ຄວາມຈົ່ມຮ້າຍຂອງພວກເຈົ້າບໍ່ໄດ້ຕໍ່ສູ້ພວກເຮົາ, ແຕ່ຕໍ່ສູ້ພຣະເຈົ້າຢາເວ.”
ຈົ່ງລຸກຂຶ້ນ ໄປເຮັດພິທີຊຳລະປະຊາຊົນໃຫ້ບໍຣິສຸດ ແລະຕຽມພວກເຂົາໃຫ້ພ້ອມທີ່ຈະເຂົ້າມາພົບເຮົາ. ຈົ່ງບອກພວກເຂົາໃຫ້ຕຽມພ້ອມໃນມື້ອື່ນ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວດັ່ງນີ້, ‘ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລັກເອົາບາງສິ່ງບາງຢ່າງທີ່ເຮົາໄດ້ສັ່ງໃຫ້ທຳລາຍນັ້ນ ມາເປັນຂອງຕົນ ພວກເຈົ້າຈະສູ້ຮົບເຫຼົ່າສັດຕູບໍ່ໄດ້ ຈົນກວ່າພວກເຈົ້າຈະທຳລາຍສິ່ງເຫຼົ່ານັ້ນເສຍ.’