ຈົດບັນຊີ 11:17 - ພຣະຄຳພີສັກສິ17 ເຮົາຈະລົງມາກ່າວແກ່ເຈົ້າຢູ່ໃນທີ່ນັ້ນ ແລະເຮົາຈະເອົາພຣະວິນຍານບາງສ່ວນ ທີ່ເຮົາໄດ້ປະທານໃຫ້ເຈົ້າ ແລະມອບໃຫ້ພວກເຂົາ. ແລ້ວພວກເຂົາກໍຈະຊ່ວຍເຈົ້າຮັບຜິດຊອບປະຊາຊົນເຫຼົ່ານີ້ ເພື່ອເຈົ້າຈະບໍ່ຕ້ອງຮັບພາລະນີ້ຜູ້ດຽວ. Uka jalj uñjjattʼäta |
ແລ້ວພຣະເຈົ້າຢາເວກໍໄດ້ລົງມາໃນກ້ອນເມກແລະກ່າວແກ່ໂມເຊ. ພຣະອົງໄດ້ເອົາພຣະວິນຍານທີ່ພຣະອົງໄດ້ປະທານໃຫ້ແກ່ໂມເຊນັ້ນ ມອບໃຫ້ແກ່ຜູ້ນຳເຈັດສິບຄົນດ້ວຍ. ເມື່ອພຣະວິນຍານໄດ້ລົງມາເທິງພວກເຂົານັ້ນ ຕ່າງກໍຮ້ອງສຽງດັງເໝືອນດັ່ງຜູ້ທຳນວາຍ ແຕ່ຫລັງຈາກນັ້ນພວກເຂົາບໍ່ໄດ້ເຮັດຢ່າງນັ້ນອີກ.