Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 11:16 - ພຣະຄຳພີສັກສິ

16 ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ນັດ​ປະຊຸມ​ຫົວໜ້າ​ເຈັດສິບ​ຄົນ​ທີ່​ປະຊາຊົນ​ເຄົາຣົບ​ນັບຖື ແລະ​ພາ​ພວກເຂົາ​ມາ​ຫາ​ເຮົາ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ພວກເຂົາ​ໃຫ້​ຢືນ​ຢູ່​ໃກ້​ເຈົ້າ.

Uka jalj uñjjattʼäta Copia luraña




ຈົດບັນຊີ 11:16
14 Jak'a apnaqawi uñst'ayäwi  

ໂຢເຊັບ​ມີ​ລູກຊາຍ​ທີ່​ເກີດ​ຢູ່​ໃນ​ປະເທດ​ເອຢິບ​ສອງ​ຄົນ. ເມື່ອ​ຮວບຮວມ​ຄອບຄົວ​ຂອງ​ຢາໂຄບ​ທັງໝົດ ທີ່​ໄປ​ຢູ່​ໃນ​ປະເທດ​ເອຢິບ​ແລ້ວ​ມີ 70 ຄົນ.


ແລະ​ໄດ້​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ຈາກ​ຊາວ​ອິດສະຣາເອນ​ທັງໝົດ. ເພິ່ນ​ໄດ້​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ພັນ​ຄົນ, ຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ.


ແລ້ວ​ພຣະເຈົ້າ​ໄດ້​ບອກ​ໂມເຊ​ວ່າ, “ເຈົ້າ​ກັບ​ອາໂຣນ, ນາດາບ, ອາບີຮູ, ພ້ອມ​ທັງ​ບັນດາ​ຫົວໜ້າ 70 ຄົນ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຂຶ້ນ​ມາ​ຫາ​ພຣະເຈົ້າຢາເວ​ທີ່​ເທິງ​ພູເຂົາ; ເມື່ອ​ຂຶ້ນ​ມາ​ແລ້ວ​ໃຫ້​ກົ້ມຂາບ​ນະມັດສະການ​ຢູ່​ຫ່າງໆ.


ໂມເຊ, ອາໂຣນ, ນາດາບ, ອາບີຮູ ແລະ​ບັນດາ​ຫົວໜ້າ​ເຈັດສິບ​ຄົນ​ຂອງ​ຊາດ​ອິດສະຣາເອນ ຈຶ່ງ​ພາກັນ​ຂຶ້ນ​ໄປ​ເທິງ​ພູ;


ດັ່ງນັ້ນ ໂມເຊ​ກັບ​ອາໂຣນ​ຈຶ່ງ​ເຂົ້າ​ໄປ​ໃນ​ປະເທດ​ເອຢິບ ແລະ​ເອີ້ນ​ປະຊຸມ​ບັນດາ​ຜູ້ນຳ​ຂອງ​ຊົນຊາດ​ອິດສະຣາເອນ.


ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ໄປ​ຊື້​ເອົາ​ໝໍ້ດິນ​ໜ່ວຍ​ໜຶ່ງ. ພຣະອົງ​ຍັງ​ບອກ​ຂ້າພະເຈົ້າ​ໃຫ້​ເອົາ​ພວກ​ເຖົ້າແກ່​ຂອງ​ປະຊາຊົນ ພ້ອມ​ທັງ​ພວກ​ປະໂຣຫິດ​ຜູ້​ອາວຸໂສ​ບາງຄົນ


ບັນດາ​ຜູ້ນຳ​ຊາວ​ອິດສະຣາເອນ​ເຈັດສິບ​ຄົນ​ກໍ​ຢູ່​ທີ່​ນັ້ນ ແລະ​ຢາອາຊານີຢາ​ລູກຊາຍ​ຂອງ​ຊາຟານ​ກໍ​ຮ່ວມ​ຢູ່​ດ້ວຍ, ແຕ່ລະຄົນ​ກຳລັງ​ຖື​ຖາດ​ເຜົາບູຊາ​ເຄື່ອງຫອມ​ທີ່​ກຳລັງ​ລຸກໄໝ້​ຢູ່ ແລະ​ຄວັນ​ກໍ​ກຳລັງ​ຟົ້ງ​ຂຶ້ນ.


ສະນັ້ນ ໂມເຊ​ຈຶ່ງ​ອອກ​ໄປ ແລະ​ໄດ້ບອກ​ປະຊາຊົນ ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ. ເພິ່ນ​ໄດ້​ນັດ​ປະຊຸມ​ພວກ​ຜູ້ນຳ​ເຈັດສິບ​ຄົນ ແລະ​ຈັດ​ໃຫ້​ພວກເຂົາ​ຢືນ​ຢູ່​ອ້ອມ​ຫໍເຕັນ.


ແລ້ວ​ໂມເຊ ຕິດຕາມ​ດ້ວຍ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ ກໍໄດ້​ໄປ​ຫາ​ດາທານ​ແລະ​ອາບີຣາມ.


ຫລັງຈາກ​ເຫດການ​ເຫຼົ່ານີ້​ແລ້ວ ອົງ​ພຣະຜູ້​ເປັນເຈົ້າ​ກໍໄດ້​ເລືອກ​ເອົາ​ເຈັດສິບສອງ ຄົນ​ຕື່ມ​ອີກ ແລະ​ໃຊ້​ພວກເພິ່ນ​ອອກ​ໄປ​ເປັນ​ໝູ່ ໝູ່​ລະ​ສອງ​ຄົນ ເພື່ອ​ໄປ​ກ່ອນ​ໜ້າ​ພຣະອົງ​ໃນ​ທຸກ​ເມືອງ​ແລະ​ທຸກ​ບ້ານ ທີ່​ພຣະອົງ​ກຳລັງ​ຈະ​ເຂົ້າ​ໄປ​ນັ້ນ.


ຕໍ່ມາ ພວກ​ເຈັດສິບສອງ ຄົນ​ນັ້ນ​ກໍ​ກັບຄືນ​ມາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ທີ່ສຸດ ພວກເຂົາ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ແມ່ນແຕ່​ບັນດາ​ຜີມານຮ້າຍ ກໍ​ເຊື່ອຟັງ​ພວກ​ຂ້ານ້ອຍ ເມື່ອ​ພວກ​ຂ້ານ້ອຍ​ສັ່ງ​ມັນ​ໃນ​ນາມ​ຂອງທ່ານ.”


ດັ່ງນັ້ນ ເພື່ອ​ນຳພາ​ພວກເຈົ້າ ຂ້າພະເຈົ້າ​ຈຶ່ງ​ໄດ້​ແຕ່ງຕັ້ງ​ບັນດາ​ຜູ້ນຳ ທີ່​ສະຫລຽວ​ສະຫລາດ​ແລະ​ມີ​ປະສົບການ ທີ່​ພວກເຈົ້າ​ໄດ້​ເລືອກ​ມາ​ຈາກ​ແຕ່ລະເຜົ່າ​ຂອງ​ພວກເຈົ້າ ແລະ​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຂົາ​ເບິ່ງແຍງ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ໃຫ້​ບາງຄົນ​ຮັບຜິດຊອບ​ພັນ​ຄົນ, ບາງຄົນ​ຮັບຜິດຊອບ​ຮ້ອຍ​ຄົນ, ບາງຄົນ​ຮັບຜິດຊອບ​ຫ້າສິບ​ຄົນ ແລະ​ບາງຄົນ​ຮັບຜິດຊອບ​ສິບ​ຄົນ. ນອກຈາກນີ້ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ເຈົ້າໜ້າທີ່​ອື່ນໆ​ຕາມ​ເຜົ່າ​ຕ່າງໆ​ອີກ​ດ້ວຍ.


“ຈົ່ງ​ແຕ່ງຕັ້ງ​ບັນດາ​ຜູ້​ຕັດສິນຄວາມ ແລະ​ເຈົ້າໜ້າທີ່​ອື່ນໆ​ໃນ​ເມືອງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້. ຄົນ​ເຫຼົ່ານັ້ນ​ຕ້ອງ​ຕັດສິນ​ຄະດີ​ຂອງ​ປະຊາຊົນ​ຢ່າງ​ທ່ຽງທຳ.


ຈົ່ງ​ເອີ້ນ​ຫົວໜ້າ​ເຜົ່າ​ທັງໝົດ​ແລະ​ເຈົ້າໜ້າທີ່​ຂອງພວກເຈົ້າ ມາ​ປະຊຸມ​ກັນ​ຢູ່​ຊ້ອງໜ້າ​ຂ້າພະເຈົ້າ ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ໄດ້​ບອກ​ສິ່ງ​ເຫຼົ່ານີ້​ເປັນ​ບົດເພງ​ສູ່​ພວກເຂົາ​ຟັງ; ຂ້າພະເຈົ້າ​ຈະ​ວິງວອນ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ໃຫ້​ເປັນ​ພະຍານ​ເພື່ອ​ຕໍ່ສູ້​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka