14 ຂ້ານ້ອຍບໍ່ສາມາດຮັບຜິດຊອບຄົນທັງໝົດເຫຼົ່ານີ້ໂດຍຕົນເອງໄດ້ດອກ ມັນເຫລືອບ່າກວ່າແຮງຂອງຂ້ານ້ອຍແທ້ໆ.
ດົນນານມາແລ້ວທີ່ພຣະອົງກ່າວທາງນິມິດຄວາມຝັນ ຕໍ່ບັນດາຜູ້ຮັບໃຊ້ທີ່ສັດຊື່ຂອງພຣະອົງນັ້ນວ່າ, “ເຮົາໄດ້ຖອກເທພະກຳລັງໃຫ້ນັກຮົບຄົນໜຶ່ງທີ່ມີຊື່ສຽງດີ ແລະມອບບັນລັງໃຫ້ຜູ້ໜຶ່ງທີ່ເຮົາໄດ້ເລືອກໄວ້ຈາກໄພ່ພົນທັງປວງ.
ເຈົ້າຈະເຮັດໃຫ້ເຈົ້າເອງອ່ອນເພຍເສຍກຳລັງ ພ້ອມທັງປະຊາຊົນເຫຼົ່ານີ້ດ້ວຍ. ວຽກການນີ້ໜັກເຫຼືອກຳລັງທີ່ເຈົ້າຜູ້ດຽວຈະເຮັດໄດ້.
ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ພວກເຮົາ ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ພວກເຮົາແລ້ວ ພຣະອົງຈະຊົງນາມວ່າ, “ຜູ້ປຶກສາທີ່ອັດສະຈັນ” “ພຣະເຈົ້າຊົງຣິດ” “ພຣະບິດາສືບໄປ” “ອົງສັນຕິຣາດ”
ລາວຈະເປັນຜູ້ສ້າງພຣະວິຫານຂອງພຣະເຈົ້າຢາເວ ແລະຈະໄດ້ຮັບກຽດສົມກັບເປັນກະສັດ ແລະລາວຈະປົກຄອງປະຊາຊົນຂອງຕົນ. ຈະມີປະໂຣຫິດຄົນໜຶ່ງຢືນຢູ່ທີ່ຂ້າງບັນລັງຂອງລາວ ແລະພວກເຂົາຈະປົກຄອງຮ່ວມກັນຢ່າງສັນຕິສຸກ ແລະມີຄວາມເຂົ້າໃຈຊຶ່ງກັນແລະກັນ.’
ສຳລັບພວກທີ່ກຳລັງຈິບຫາຍໄປນັ້ນ ແມ່ນກິ່ນເໝັນແຫ່ງຄວາມຕາຍທີ່ນຳໄປສູ່ຄວາມຕາຍ ສຳລັບພວກທີ່ຖືກໂຜດຊ່ວຍໃຫ້ພົ້ນນັ້ນ ແມ່ນກິ່ນຫອມຫວານແຫ່ງຊີວິດທີ່ນຳໄປສູ່ຊີວິດ. ຜູ້ໃດໜໍ ຈະເປັນຜູ້ທີ່ຄູ່ຄວນກັບພາລະກິດເຊັ່ນນີ້?