Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 11:13 - ພຣະຄຳພີສັກສິ

13 ຂ້ານ້ອຍ​ຈະ​ໄປ​ຫາ​ຊີ້ນ​ມາ​ແຕ່​ໃສ ເພື່ອ​ໃຫ້​ພຽງພໍ​ກັບ​ຄົນ​ເຫຼົ່ານີ້​ກິນ? ພວກເຂົາ​ກຳລັງ​ຈົ່ມທຸກ​ຕໍ່​ຂ້ານ້ອຍວ່າ, ‘ຈົ່ງ​ເອົາ​ຊີ້ນ​ໃຫ້​ພວກເຮົາ​ກິນ​ແດ່!’

Uka jalj uñjjattʼäta Copia luraña




ຈົດບັນຊີ 11:13
9 Jak'a apnaqawi uñst'ayäwi  

ແຕ່​ຄົນ​ຮັບໃຊ້​ຕອບ​ວ່າ, “ທ່ານ​ຄິດ​ວ່າ​ຈະ​ພໍ​ສຳລັບ​ຮ້ອຍ​ຄົນ​ຊັ້ນບໍ?” ເອລີຊາ​ຕອບ​ວ່າ, “ຈົ່ງ​ເອົາ​ໄປ​ໃຫ້​ພວກເຂົາ​ກິນ​ເພາະ​ພຣະເຈົ້າຢາເວ​ກ່າວ​ວ່າ ‘ພວກເຂົາ​ຈະ​ກິນອີ່ມ​ແລະ​ຍັງ​ຈະ​ມີ​ເຫຼືອ​ຢູ່​ອີກ.”’


ນາຍ​ທະຫານ​ປະຈຳຕົວ​ຂອງ​ກະສັດ​ໄດ້​ເວົ້າ​ຕໍ່​ເອລີຊາ​ວ່າ, “ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ຈະ​ເປີດ​ປ່ອງຢ້ຽມ​ແຫ່ງ​ຟ້າ​ສະຫວັນ​ໃຫ້ ສິ່ງນີ້​ຈະ​ເປັນ​ໄປໄດ້​ບໍ່?” ເອລີຊາ​ຕອບ​ວ່າ, “ທ່ານ​ຈະ​ໄດ້​ເຫັນ​ສິ່ງ​ນີ້​ເກີດຂຶ້ນ​ກັບຕາ​ຂອງທ່ານ​ເປັນແນ່ ແຕ່​ທ່ານ​ເອງ​ຈະ​ບໍ່ໄດ້​ກິນ.”


ແຕ່​ຈະ​ມີ​ກິນ​ໜຶ່ງ​ເດືອນ​ເຕັມ ຈົນ​ມັນ​ລົ້ນ​ອອກ​ມາ​ທາງ​ຮູ​ດັງ ຈົນ​ພວກເຈົ້າ​ເບື່ອໜ່າຍ​ມັນ. ເລື່ອງ​ນີ້​ຈະ​ເກີດຂຶ້ນ​ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຍອມ​ຮັບ​ເອົາ​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ສະຖິດ​ຢູ່​ທີ່​ນີ້​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ຍັງ​ໄດ້​ຈົ່ມ​ຕໍ່ວ່າ​ຕໍ່ຂານ​ໃສ່​ພຣະອົງ​ວ່າ ພວກເຈົ້າ​ບໍ່ຄວນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ກໍດີກວ່າ.”’


ໂມເຊ​ໄດ້​ກ່າວ​ວ່າ, “ພວກ​ທີ່​ຢູ່​ນຳ​ຂ້ານ້ອຍ​ມີ​ຊາຍ​ສະກັນ​ຫົກແສນ​ຄົນ ແລະ​ພຣະອົງ​ກ່າວ​ວ່າ, ‘ຈະ​ໃຫ້​ພວກເຂົາ​ມີ​ຊີ້ນ​ກິນ​ພຽງພໍ​ໜຶ່ງ​ເດືອນ​ຊັ້ນບໍ?’


ຈະ​ມີ​ງົວ​ແລະ​ແກະ​ມາ​ແຕ່​ໃສ​ພຽງພໍ ເພື່ອ​ຂ້າ​ໃຫ້​ພວກເຂົາ​ກິນ? ປາ​ໝົດ​ທັງ​ທ້ອງ​ທະເລ​ຈະ​ພຽງພໍ​ສຳລັບ​ໃຫ້​ພວກເຂົາ​ກິນ​ບໍ?”


ພວກ​ສາວົກ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເຊັ່ນ​ນີ້ ພວກ​ຂ້ານ້ອຍ​ຈະ​ຫາ​ອາຫານ​ມາ​ແຕ່​ໃສ ພໍ​ໃຫ້​ປະຊາຊົນ​ເຫຼົ່ານີ້​ກິນ​ອີ່ມ?”


ພວກ​ສາວົກ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຢູ່​ໃນ​ບ່ອນ​ປ່ຽວ​ເຊັ່ນນີ້​ຈະ​ຫາ​ອາຫານ​ມາ​ແຕ່​ໃສ ພໍ​ໃຫ້​ຄົນ​ເຫຼົ່ານີ້​ກິນ​ອີ່ມ​ທຸກຄົນ?”


ພຣະເຢຊູເຈົ້າ​ກ່າວ​ຕອບ​ວ່າ, “ຖ້າ​ສາມາດ​ຊ່ວຍ​ໄດ້ ຢາກ​ເວົ້າ​ຢ່າງ​ນັ້ນ​ບໍ? ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka