ຈົດບັນຊີ 11:12 - ພຣະຄຳພີສັກສິ12 ຂ້ານ້ອຍບໍ່ໄດ້ຖືພາພວກເຂົາ ຫລືບໍ່ໄດ້ໃຫ້ກຳເນີດແກ່ພວກເຂົາ ເປັນຫຍັງພຣະອົງຈຶ່ງໃຫ້ຂ້ານ້ອຍເຮັດໜ້າທີ່ເປັນນາງພະຍາບານ ຄອຍອູ້ມໂຊມພວກເຂົາເໝືອນດັ່ງແອນ້ອຍໄປຕະຫລອດທາງຢ່າງນີ້ ເພື່ອນຳພວກເຂົາໄປສູ່ດິນແດນທີ່ພຣະອົງໄດ້ສັນຍາໄວ້ກັບບັນພະບຸລຸດຂອງພວກເຂົາ? Uka jalj uñjjattʼäta |
ພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນ ໄດ້ນຳພາຂ້ອຍໜີຈາກເຮືອນພໍ່ ແລະບ້ານເກີດເມືອງນອນຕະຫລອດທັງຍາດຕິພີ່ນ້ອງຂອງຂ້ອຍມາຢູ່ໃນດິນຕອນນີ້ ຊຶ່ງພຣະອົງໄດ້ສັນຍາຢ່າງໜັກແໜ້ນວ່າຈະມອບໃຫ້ແກ່ເຊື້ອສາຍຂອງຂ້ອຍ. ພຣະອົງຈະໃຊ້ເທວະດາຂອງພຣະອົງນຳໜ້າໄປ ເພື່ອເຈົ້າຈະຫາເມຍທີ່ນັ້ນ ໃຫ້ລູກຊາຍຂອງຂ້ອຍໄດ້.
ສະນັ້ນ ຂ້າຣາຊການຜູ້ກຳກັບຣາຊວັງ ແລະຂ້າຣາຊການຜູ້ປົກຄອງເມືອງ ພ້ອມດ້ວຍຜູ້ນຳປະຊາຊົນ ແລະພວກຜູ້ເບິ່ງແຍງລູກຫລານຂອງກະສັດ ຈຶ່ງສົ່ງຂໍ້ຄວາມໄປຫາເຢຮູວ່າ, “ພວກຂ້າພະເຈົ້າເປັນຜູ້ຮັບໃຊ້ທ່ານ ແລະພ້ອມແລ້ວທີ່ຈະປະຕິບັດຕາມທຸກສິ່ງທີ່ທ່ານສັ່ງ. ແຕ່ພວກຂ້າພະເຈົ້າຈະບໍ່ແຕ່ງຕັ້ງຜູ້ໃດຜູ້ໜຶ່ງໃຫ້ເປັນກະສັດ; ຈົ່ງເຮັດຕາມທີ່ທ່ານເຫັນວ່າດີທີ່ສຸດເຖີດ.”
ພຣະເຈົ້າຢາເວໄດ້ສັນຍາຢ່າງໜັກແໜ້ນກັບບັນພະບຸລຸດຂອງພວກເຈົ້າວ່າ ພຣະອົງຈະຍົກດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະຊາວເຢບຸດໃຫ້ພວກເຈົ້າ. ເມື່ອພຣະອົງໄດ້ນຳພວກເຈົ້າ ເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີນັ້ນແລ້ວ ພວກເຈົ້າຕ້ອງສະຫລອງເທດສະການນີ້ທຸກໆປີໃນເດືອນທີໜຶ່ງ.