Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 11:11 - ພຣະຄຳພີສັກສິ

11 ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ເປັນຫຍັງ​ພຣະອົງ​ຈຶ່ງ​ນຳ​ຄວາມ​ເດືອດຮ້ອນ​ຢ່າງ​ນີ້​ມາ​ຖືກ​ຂ້ານ້ອຍ? ພຣະອົງ​ເຊົາ​ພໍໃຈ​ກັບ​ຂ້ານ້ອຍ​ແລ້ວ​ບໍ? ດ້ວຍເຫດໃດ ພຣະອົງ​ຈຶ່ງ​ໄດ້​ໃຫ້​ຂ້ານ້ອຍ​ຮັບຜິດຊອບ​ຄົນ​ທັງໝົດ​ເຫຼົ່ານີ້.

Uka jalj uñjjattʼäta Copia luraña




ຈົດບັນຊີ 11:11
16 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າ ຂໍ​ຢ່າ​ກ່າວ​ປະນາມ​ຂ້ານ້ອຍ​ເລີຍ ຂໍ​ບອກ​ແດ່​ວ່າ ແມ່ນ​ເລື່ອງ​ຫຍັງ​ທີ່​ຊົງ​ກ່າວຟ້ອງ?


ຖ້າ​ພຣະອົງ, ພຣະເຈົ້າຢາເວ​ບັນທຶກ​ການບາບ​ຂອງ​ພວກ​ຂ້ານ້ອຍ ໂອ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ແມ່ນ​ຜູ້ໃດ​ນໍ ຈະ​ໜີ​ພົ້ນ​ໄດ້​ຈາກ​ການລົງໂທດ​ນີ້?


ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຖືກ​ການ​ທົດລອງ ບໍ່ມີ​ຜູ້ໃດ​ທີ່​ບໍ່ມີ​ຄວາມຜິດ​ໃນ​ສາຍ​ຕາ​ຂອງ​ພຣະອົງ.


ແລ້ວ​ໂມເຊ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ດ້ວຍ​ໃຈ​ຮ້ອນຮົນ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ແນວ​ໃດ​ດີ​ກັບ​ປະຊາຊົນ​ເຫຼົ່ານີ້? ພວກເຂົາ​ເກືອບ​ຈະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ຂ້ານ້ອຍ.”


ແລ້ວ​ໂມເຊ​ກໍ​ຮ້ອງທູນ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດ​ໃດ​ພຣະອົງ​ຈຶ່ງ​ບໍ່​ເມດຕາ​ໄພ່ພົນ​ຂອງ​ພຣະອົງ? ເປັນຫຍັງ​ພຣະອົງ​ຈຶ່ງ​ໃຊ້​ຂ້ານ້ອຍ​ມາ​ທີ່​ນີ້?


ຂ້ານ້ອຍ​ນີ້ ຊ່າງ​ເປັນ​ຄົນ​ທີ່​ຂາດ​ຄວາມ​ສຸກໃຈ​ແທ້​ນໍ ເປັນຫຍັງ​ນໍ​ແມ່​ຈຶ່ງ​ເກີດ​ຂ້ານ້ອຍ​ມາ​ຢູ່​ໃນ​ໂລກນີ້? ຂ້ານ້ອຍ​ຈຶ່ງ​ຕ້ອງ​ປາກເວົ້າ​ຜິດຖຽງ ແລະ​ໂຕ້ແຍ້ງ​ກັບ​ທຸກໆ​ຄົນ​ທີ່​ຢູ່​ໃນ​ດິນແດນ​ນີ້. ຂ້ານ້ອຍ​ບໍ່ໄດ້​ໃຫ້​ຜູ້ໃດ​ຢືມ​ເງິນ ຫລື​ຢືມ​ເງິນ​ຈາກ​ຜູ້ໃດ​ເລີຍ, ແຕ່​ປານ​ນັ້ນ​ທຸກຄົນ​ກໍ​ສາບແຊ່ງ​ຂ້ານ້ອຍ.


ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ຢູ່​ຢ່າງນີ້? ເປັນຫຍັງ​ບາດແຜ​ຂອງ​ຂ້ານ້ອຍ​ຈຶ່ງ​ບໍ່​ດີ​ຈັກເທື່ອ? ເປັນຫຍັງ​ບາດແຜ​ນັ້ນ​ຈຶ່ງ​ປິ່ນປົວ​ບໍ່​ດີ? ພຣະອົງ​ຕັ້ງໃຈ​ຈະ​ໃຫ້​ຂ້ານ້ອຍ​ຕ້ອງ​ຜິດຫວັງ ດັ່ງ​ນໍ້າ​ຫ້ວຍ​ທີ່​ບົກແຫ້ງ​ລົງ​ໃນ​ລະດູຮ້ອນ​ຊັ້ນບໍ?”


ພວກເຈົ້າ​ໄດ້​ເວົ້າ​ວ່າ, ‘ຮັບໃຊ້​ພຣະເຈົ້າ​ນັ້ນ​ໄຮ້ປະໂຫຍດ. ມີ​ປະໂຫຍດ​ຫຍັງ​ທີ່​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ບອກ ຫລື​ພະຍາຍາມ​ສະແດງ​ຕໍ່ໜ້າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ວ່າ ພວກເຮົາ​ເສຍໃຈ​ຕໍ່​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ມາ?


ໂມເຊ​ໄດ້ຍິນ​ປະຊາຊົນ​ທັງໝົດ​ກຳລັງ​ຈົ່ມ​ຕໍ່ວ່າ​ຕໍ່ຂານ ໃນ​ຂະນະທີ່​ພວກເຂົາ​ຢືນ​ຈົ່ມ​ຢູ່​ທີ່​ປະຕູ​ເຂົ້າເຕັນ​ຂອງ​ພວກເຂົາ, ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ຢ່າງແຮງ ແລະ​ໂມເຊ​ກໍ​ເປັນທຸກ​ໜັກໃຈ​ຫລາຍ.


ຖ້າ​ພຣະອົງ​ຈະ​ເຮັດ​ຕໍ່​ຂ້ານ້ອຍ​ຢ່າງນີ້​ແລ້ວ ຈົ່ງ​ສັງຫານ​ຂ້ານ້ອຍ​ຖິ້ມ​ເສຍ ຖ້າ​ພຣະຄຸນ​ຂອງ​ພຣະອົງ​ຍັງ​ມີ​ສຳລັບ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່ໄດ້​ປະເຊີນ​ຕໍ່​ຄວາມ​ຫຼົ້ມຈົມ​ອັນ​ໂຫດຮ້າຍ​ທີ່​ຈະ​ມາ​ຖືກ​ຂ້ານ້ອຍ​ຕໍ່ໄປ.”


ນອກຈາກ​ທີ່​ກ່າວ​ມາ​ທັງໝົດ​ນັ້ນ​ແລ້ວ ເຮົາ​ກໍ​ຍັງ​ມີ​ພາລະ​ປະຈຳ​ວັນ​ຂອງເຮົາ ຄື​ຄວາມ​ຫ່ວງໃຍ​ທີ່​ມີ​ຕໍ່​ຄຣິສຕະຈັກ​ໃນ​ທຸກ​ແຫ່ງ.


ແຕ່​ຂ້າພະເຈົ້າ​ຜູ້​ດຽວ​ຈະ​ຮັບຜິດຊອບ​ວຽກງານ​ອັນ​ໜັກໜ່ວງ ສຳລັບ​ສະສາງ​ການ​ໂຕ້ຖຽງ​ກັນ​ຂອງ​ພວກເຈົ້າ​ໄດ້​ຢ່າງ​ໃດ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka