10 ໂມເຊໄດ້ຍິນປະຊາຊົນທັງໝົດກຳລັງຈົ່ມຕໍ່ວ່າຕໍ່ຂານ ໃນຂະນະທີ່ພວກເຂົາຢືນຈົ່ມຢູ່ທີ່ປະຕູເຂົ້າເຕັນຂອງພວກເຂົາ, ພຣະເຈົ້າຢາເວໄດ້ໂກດຮ້າຍຢ່າງແຮງ ແລະໂມເຊກໍເປັນທຸກໜັກໃຈຫລາຍ.
ພວກເຂົາອາໄສຜ້າເຕັນຢູ່ແລະຈົ່ມວ່າຢ່າງບໍ່ພໍໃຈ ແລະບໍ່ຍອມຟັງສຽງຂອງພຣະເຈົ້າຢາເວ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍກຽດຊັງຜູ້ທີ່ກຽດຊັງພຣະອົງທີ່ສຸດ ແລະສົມນໍ້າໜ້າຜູ້ທີ່ກະບົດຄົດລ້ຽວຕໍ່ພຣະອົງ.
ສະນັ້ນ ພຣະເຈົ້າຢາເວຈຶ່ງໂກດຮ້າຍອອກ ເມື່ອພຣະອົງໄດ້ຍິນສຽງຈົ່ມຂອງພວກເຂົາ. ພຣະອົງໄດ້ໂຈມຕີປະຊາຊົນຂອງພຣະອົງດ້ວຍໄຟ ແລະພຣະອົງໄດ້ຕໍ່ສູ້ພວກເຂົາໂດຍຄວາມໂກດຮ້າຍ
ເມື່ອເຫັນເຊັ່ນນີ້ ພຣະເຈົ້າກໍກິ້ວໂກດຫລາຍ ສະນັ້ນ ພຣະອົງຈຶ່ງປະລະປະຊາຊົນຂອງພຣະອົງໝົດສິ້ນ.
ພຣະເຈົ້າຢາເວໂກດຮ້າຍປະຊາຊົນຂອງພຣະອົງ ແລະຢຽດມືອອກລົງໂທດພວກເຂົາສາແລ້ວ. ພູທັງຫລາຍຈະສັ່ນສະເທືອນ ແລະຊາກສົບຂອງຄົນຕາຍກໍຈະຖືກປະປ່ອຍໄວ້ຕາມຖະໜົນຫົນທາງດັ່ງຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງກໍຍັງບໍ່ເຊົາໂກດຮ້າຍ ແຕ່ຍັງຈະຢຽດມືອອກເພື່ອລົງໂທດພວກເຂົາຕໍ່ໄປ.
ພວກເຈົ້າຈະຕ້ອງປ່ອຍປະ ດິນແດນຊຶ່ງເຮົາໄດ້ມອບໃຫ້ແກ່ພວກເຈົ້ານັ້ນ ແລະເຮົາຈະກະທຳໃຫ້ພວກເຈົ້າໄປຮັບໃຊ້ເຫຼົ່າສັດຕູຢູ່ໃນດິນແດນທີ່ພວກເຈົ້າບໍ່ຮູ້ຫຍັງເລີຍ ຍ້ອນຄວາມໂກດຮ້າຍຂອງເຮົານັ້ນເປັນດັ່ງໄຟທີ່ຈະໄໝ້ເຜົາຜານຕະຫລອດໄປ.”
ປະຊາຊົນໄດ້ເລີ່ມຈົ່ມທຸກຕໍ່ພຣະເຈົ້າຢາເວເຖິງຄວາມເດືອດຮ້ອນຂອງພວກເຂົາ. ເມື່ອພຣະເຈົ້າຢາເວໄດ້ຍິນພວກເຂົາ ພຣະອົງກໍໂກດຮ້າຍແລະສົ່ງໄຟລົງມາເທິງພວກເຂົາ. ໄຟພຣະເຈົ້າຢາເວໄດ້ລຸກໄໝ້ຢູ່ທ່າມກາງພວກເຂົາ ແລະໄດ້ທຳລາຍສົ້ນໜຶ່ງຂອງຄ້າຍພັກ.
ດັ່ງນັ້ນ ໂມເຊຈຶ່ງໄດ້ກ່າວຕໍ່ພຣະເຈົ້າຢາເວວ່າ, “ເປັນຫຍັງພຣະອົງຈຶ່ງນຳຄວາມເດືອດຮ້ອນຢ່າງນີ້ມາຖືກຂ້ານ້ອຍ? ພຣະອົງເຊົາພໍໃຈກັບຂ້ານ້ອຍແລ້ວບໍ? ດ້ວຍເຫດໃດ ພຣະອົງຈຶ່ງໄດ້ໃຫ້ຂ້ານ້ອຍຮັບຜິດຊອບຄົນທັງໝົດເຫຼົ່ານີ້.
ໂມເຊເປັນຄົນອ່ອນນ້ອມຖ່ອມຕົວທີ່ສຸດກວ່າທຸກໆຄົນໃນເທິງແຜ່ນດິນໂລກນີ້).
ພຣະເຈົ້າຢາເວໄດ້ໂກດຮ້າຍພວກເຂົາຢ່າງຮຸນແຮງແລະຈາກໄປ;
ສະນັ້ນ ປະຊາຊົນຈຶ່ງຍ້າຍໜີຈາກເຕັນຂອງໂກຣາ, ດາທານ ແລະອາບີຣາມ. ດາທານແລະອາບີຣາມພ້ອມດ້ວຍເມຍແລະລູກຂອງພວກເຂົາ ໄດ້ອອກມາຢືນຢູ່ຕໍ່ໜ້າເຕັນຂອງພວກເຂົາ.
ພວກເຂົາໄດ້ຈົ່ມຮ້າຍຕໍ່ພຣະເຈົ້າ ແລະຕໍ່ໂມເຊວ່າ, “ເປັນຫຍັງທ່ານຈຶ່ງນຳພາພວກເຮົາອອກຈາກປະເທດເອຢິບ ມາຕາຍຢູ່ໃນກາງຖິ່ນແຫ້ງແລ້ງກັນດານ ບ່ອນບໍ່ມີອາຫານ ແລະບໍ່ມີນໍ້າເຊັ່ນນີ້? ພວກເຮົາບໍ່ອາດທົນກິນອາຫານຕາຍໆເຊັ່ນນີ້ໄດ້ດອກ.”
ເມື່ອພຣະເຢຊູເຈົ້າເຫັນດັ່ງນັ້ນ, ພຣະອົງກໍບໍ່ພໍໃຈ ແລະກ່າວແກ່ພວກສາວົກວ່າ, “ຈົ່ງປ່ອຍເດັກນ້ອຍໃຫ້ເຂົ້າມາຫາເຮົາ ແລະຢ່າຫ້າມພວກເຂົາ ເພາະອານາຈັກພຣະເຈົ້າເປັນຂອງຜູ້ທີ່ເປັນເໝືອນເດັກນ້ອຍເຫຼົ່ານີ້ແຫຼະ.
ພຣະອົງຫລຽວເບິ່ງອ້ອມຮອບພວກເຂົາດ້ວຍຄວາມເຄືອງໃຈ ພຣະອົງເປັນທຸກໃຈຫລາຍ ເພາະພວກເຂົາມີໃຈແຂງກະດ້າງ. ສະນັ້ນ ພຣະອົງຈຶ່ງກ່າວແກ່ຊາຍຄົນນັ້ນວ່າ, “ຈົ່ງຢຽດມືຂອງເຈົ້າອອກ.” ລາວຈຶ່ງຢຽດມືອອກ ແລະ ມືຂອງລາວກໍດີເປັນປົກກະຕິ.
ຄວາມໂກດຮ້າຍຂອງເຮົາຈະລຸກໄໝ້ ເຜົາຜານດັ່ງແປວໄຟລຸກໃຫຍ່ ເຜົາໄໝ້ທຸກສິ່ງເທິງແຜ່ນດິນໂລກ ຈົນທະລາຍກ້ຽງສິ້ນສູນໝົດ. ມັນຈະເລີຍລຸກໄໝ້ໄປຮອດ ພື້ນພິພົບປັດຖະພີ ແລະເຜົາຜານທຸກສິ່ງໝົດ ຮອດຮາກໂຄນຂອງພູສູງພຸ້ນ.