Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 11:1 - ພຣະຄຳພີສັກສິ

1 ປະຊາຊົນ​ໄດ້​ເລີ່ມ​ຈົ່ມທຸກ​ຕໍ່​ພຣະເຈົ້າຢາເວ​ເຖິງ​ຄວາມ​ເດືອດຮ້ອນ​ຂອງ​ພວກເຂົາ. ເມື່ອ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຂົາ ພຣະອົງ​ກໍ​ໂກດຮ້າຍ​ແລະ​ສົ່ງ​ໄຟ​ລົງ​ມາ​ເທິງ​ພວກເຂົາ. ໄຟ​ພຣະເຈົ້າຢາເວ​ໄດ້​ລຸກ​ໄໝ້​ຢູ່​ທ່າມກາງ​ພວກເຂົາ ແລະ​ໄດ້​ທຳລາຍ​ສົ້ນ​ໜຶ່ງ​ຂອງ​ຄ້າຍພັກ.

Uka jalj uñjjattʼäta Copia luraña




ຈົດບັນຊີ 11:1
40 Jak'a apnaqawi uñst'ayäwi  

ສິ່ງ​ທີ່​ລາວ​ກະທຳ​ນັ້ນ ບໍ່​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະອົງ​ເຮັດ​ໃຫ້​ລາວ​ຕາຍ​ຄືກັນ.


ເມື່ອ​ໝົດ​ກຳນົດ​ໄວ້ທຸກ​ແລ້ວ ກະສັດ​ດາວິດ​ກໍ​ໃຫ້​ຄົນ​ໄປ​ນຳ​ນາງ​ມາ​ທີ່​ວັງ. ນາງ​ຈຶ່ງ​ກາຍເປັນ​ເມຍ​ຂອງ​ເພິ່ນ ແລະ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເພິ່ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ສິ່ງ​ທີ່​ກະສັດ​ດາວິດ​ໄດ້​ເຮັດ​ນັ້ນ.


ແຕ່​ເອລີຢາ​ຕອບ​ວ່າ, “ຖ້າ​ຂ້ອຍ​ເປັນ​ຄົນ​ຂອງ​ພຣະເຈົ້າ ຂໍ​ໃຫ້​ໄຟ​ຈາກ​ສະຫວັນ​ລົງ​ມາ​ໄໝ້​ເຈົ້າ ແລະ​ພວກ​ທະຫານ​ຂອງ​ເຈົ້າ​ໃຫ້​ຕາຍ​ສາ.” ໃນທັນໃດ ໄຟ​ຂອງ​ພຣະເຈົ້າ​ກໍ​ລົງ​ມາ​ຈາກ​ສະຫວັນ​ໄໝ້​ນາຍ​ທະຫານ ແລະ​ຄົນ​ຂອງ​ລາວ​ຕາຍ​ໝົດ.


ລາວ​ເວົ້າ​ບໍ່​ທັນ​ຂາດຄຳ ຄົນ​ຮັບໃຊ້​ຜູ້​ອື່ນ​ອີກ​ກໍ​ມາ ແລະ​ເວົ້າ​ວ່າ, “ຟ້າ​ໄດ້​ຜ່າ​ແກະ​ກັບ​ຄົນລ້ຽງແກະ​ຕາຍ​ຈົນ​ໝົດ. ຂ້ານ້ອຍ​ແມ່ນ​ຜູ້ດຽວ​ເທົ່ານັ້ນ ທີ່​ລອດຊີວິດ​ໜີ​ມາ​ບອກ​ທ່ານ.”


ໄຟ​ໄດ້​ຕົກ​ມາ​ຖືກ​ໝູ່ຄະນະ​ຂອງ​ພວກເຂົາ ແລ້ວ​ກໍ​ໄໝ້​ເຜົາຜານ​ປະຊາຊົນ​ຜູ້​ຊົ່ວຮ້າຍ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ອອກ ເມື່ອ​ພຣະອົງ​ໄດ້ຍິນ​ສຽງ​ຈົ່ມ​ຂອງ​ພວກເຂົາ. ພຣະອົງ​ໄດ້​ໂຈມຕີ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ໄຟ ແລະ​ພຣະອົງ​ໄດ້​ຕໍ່ສູ້​ພວກເຂົາ​ໂດຍ​ຄວາມ​ໂກດຮ້າຍ


ໃນ​ທີ່​ສູ້ຮົບ​ພວກ​ຊາຍໜຸ່ມ​ໄດ້​ຖືກ​ຂ້າ​ຢ່າງ​ຫລວງຫລາຍ ແລະ​ພວກ​ຍິງສາວ​ກໍ​ບໍ່ມີ​ຜູ້ໃດ​ແຕ່ງງານ​ນຳ​ດ້ວຍ.


ໃນ​ຕອນເຊົ້າ ພວກເຈົ້າ​ຈະ​ໄດ້​ເຫັນ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ຕໍ່ສູ້​ພຣະອົງ ແນ່ນອນ​ແມ່ນ​ພວກເຈົ້າ​ໄດ້​ຈົ່ມ​ຕໍ່ສູ້​ພຣະອົງ​ແທ້ ເພາະ​ພວກເຮົາ​ທັງສອງ​ເປັນ​ພຽງແຕ່​ຜູ້​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ພຣະອົງ​ເທົ່ານັ້ນ.”


ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ບອກ​ຊຸມຊົນ​ອິດສະຣາເອນ ເຂົ້າ​ມາ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ຍ້ອນ​ພຣະອົງ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ຂອງ​ພວກເຂົາ​ແລ້ວ.”


ພຣະເຈົ້າ​ອົງ​ເປັນ​ແສງແຈ້ງ​ຂອງ​ຊາດ​ອິດສະຣາເອນ ຈະ​ເປັນ​ໄຟ​ນັ້ນ. ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ຈະ​ເປັນ​ແປວໄຟ​ນັ້ນ ຊຶ່ງ​ຈະ​ເຜົາຜານ​ທຸກໆ​ສິ່ງ​ພາຍ​ໃນ​ວັນ​ດຽວ​ເທົ່ານັ້ນ ແມ່ນແຕ່​ຕົ້ນໜາມ​ກັບ​ພຸ່ມໜາມ​ກໍດີ.


ພວກເຂົາ​ຈັດຕຽມ​ບ່ອນ​ເຜົາ​ຈັກກະພັດ​ອັດຊີເຣຍ ດ້ວຍ​ກອງ​ໄຟ​ອັນ​ໃຫຍ່​ມາ​ດົນ​ແລ້ວ. ບ່ອນ​ນັ້ນ​ທັງເລິກ​ທັງກວ້າງ​ແລະ​ທັງ​ມີ​ກອງ​ຟືນ​ສູງ. ພຣະເຈົ້າຢາເວ​ຈະ​ຫາຍໃຈ​ເປັນ​ແປວໄຟ ເພື່ອ​ໄໝ້​ເຜົາຜານ​ບ່ອນນັ້ນ.


ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ທີ່​ເຮັດ​ບາບ ກຳລັງ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ. ພວກເຂົາ​ເວົ້າ​ວ່າ, “ການຕັດສິນ​ຂອງ​ພຣະເຈົ້າ​ເປັນ​ດັ່ງ​ໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ. ມີ​ຜູ້ໃດ​ແດ່​ໃນ​ພວກເຮົາ​ທີ່​ມີ​ຊີວິດ​ລອດ​ຢູ່​ໄດ້​ໃນ​ໄຟ​ເຊັ່ນນັ້ນ?”


ເມື່ອ​ຖືກ​ລົງໂທດ​ຍ້ອນ​ບາບ​ທີ່​ພວກເຮົາ​ໄດ້​ກະທຳ ເປັນຫຍັງ​ພວກເຮົາ​ຈຶ່ງ​ມັກ​ຈົ່ມຮ້າຍ?


ບັດນີ້ ເຮົາ​ຈະ​ກ່າວໂທດ​ພວກເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ບັນພະບຸລຸດ​ຂອງ​ພວກເຈົ້າ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ສົ່ງ​ໄຟ​ລົງ​ມາ​ໄໝ້​ພວກເຂົາ​ຕາຍ​ຄາ​ທີ່​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ.


ຊ້ອງໜ້າ​ພຣະອົງ ພູເຂົາ​ທັງຫລາຍ​ກໍ​ຫວັ່ນໄຫວ ທັງ​ເນີນພູ​ຕ່າງໆ​ກໍ​ເຈື່ອນ​ລົງ​ໝົດ​ຕໍ່ໜ້າ​ພຣະອົງ; ເມື່ອ​ພຣະອົງ​ປາກົດ​ມາ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ ໂລກ​ທັງ​ຄົນ​ໃນ​ໂລກ ກໍ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.


ພຣະອົງ​ໃຫ້​ໂຣຄາ​ພະຍາດ​ເກີດຂຶ້ນ​ຊ້ອງໜ້າ​ພຣະອົງ ສັ່ງ​ຄວາມຕາຍ​ໃຫ້​ເກີດ​ມີ​ມາ​ຕາມ​ທີຫລັງ.


ເມື່ອ​ປະຊາຊົນ​ອອກ​ຈາກ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ໄປ​ນັ້ນ ພວກເຂົາ​ໄດ້​ເດີນທາງ​ເປັນ​ເວລາ​ສາມ​ວັນ. ພວກເຂົາ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອອກ​ໜ້າ​ໄປ​ກ່ອນ ເພື່ອ​ຊອກຫາ​ບ່ອນ​ຕັ້ງ​ຄ້າຍພັກ.


ບັດນີ້ ຈົ່ງ​ບອກ​ປະຊາຊົນ​ວ່າ, ‘ໃນ​ມື້ອື່ນ​ໃຫ້​ພວກເຈົ້າ​ເຮັດ​ພິທີ​ຊຳລະ​ຕົນເອງ. ພວກເຈົ້າ​ຈະ​ມີ​ຊີ້ນ​ກິນ ເພາະ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມທຸກ. ພຣະອົງ​ຮູ້​ວ່າ​ພວກເຈົ້າ​ຢາກ​ກິນ​ຊີ້ນ ແລະ​ເວົ້າ​ວ່າ​ຢູ່​ປະເທດ​ເອຢິບ​ພຸ້ນ​ສະບາຍ​ກວ່າ. ບັດນີ້ ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ ແລະ​ພວກເຈົ້າ​ຈະ​ຕ້ອງ​ກິນ​ຊີ້ນ​ນີ້.


ພວກເຂົາ​ຖາມ​ວ່າ, “ພຣະເຈົ້າຢາເວ​ກ່າວ​ຜ່ານ​ທາງ​ໂມເຊ​ແຕ່​ຜູ້​ດຽວ​ເທົ່ານັ້ນ​ບໍ? ພຣະອົງ​ກໍ​ກ່າວ​ຜ່ານ​ທາງ ພວກເຮົາ​ຄືກັນ​ບໍ່ແມ່ນ​ບໍ?” ພຣະເຈົ້າຢາເວ​ໄດ້ຍິນ​ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ. (


ພວກເຂົາ​ຈົ່ມຮ້າຍ​ໃສ່​ໂມເຊ​ແລະ​ອາໂຣນ​ວ່າ, “ຕາຍ​ຢູ່​ທີ່​ປະເທດ​ເອຢິບ ຫລື​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ກໍ​ຍັງ​ດີກວ່າ


ບໍ່ມີ​ໃຜ​ຈັກ​ຄົນ​ໃນ​ຈຳນວນ​ຄົນ​ເຫຼົ່ານີ້ ທີ່​ໄດ້​ເຫັນ​ສະຫງ່າຣາສີ​ຂອງເຮົາ ແລະ​ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ​ທີ່​ເຮົາ​ໄດ້​ກະທຳ ຢູ່​ໃນ​ປະເທດ​ເອຢິບ​ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໄດ້​ທົດລອງ​ເຮົາ​ເຖິງ​ສິບ​ເທື່ອ​ແລ້ວ ແຕ່​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເຮົາ.


“ຄົນຊົ່ວ​ເຫຼົ່ານີ້ ຈະ​ຈົ່ມຮ້າຍ​ໃສ່​ເຮົາ​ໄປ​ອີກ​ດົນນານ​ປານໃດ? ເຮົາ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ເຫຼົ່ານັ້ນ​ພຽງພໍ​ແລ້ວ


ບັດນີ້ ຈົ່ງ​ໃຫ້​ຄຳຕອບ​ນີ້​ແກ່​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ແນ່ນອນ​ສັນໃດ ເຮົາ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ໄດ້​ຂໍຮ້ອງ​ເຮົາ​ສັນນັ້ນ.


ເມື່ອ​ພວກເຈົ້າ​ກ່າວ​ຮ້າຍ​ໃສ່​ອາໂຣນ​ກໍ​ສໍ່າ​ກັບ​ວ່າ ພວກເຈົ້າ​ກ່າວ​ຮ້າຍ​ໃສ່​ພຣະເຈົ້າຢາເວ ອົງ​ທີ່​ພວກເຈົ້າ​ແລະ​ພັກພວກ​ກຳລັງ​ກະບົດ​ຕໍ່ສູ້​ຢູ່​ນີ້.”


ແລ້ວ​ໄຟ​ຈາກ​ພຣະເຈົ້າຢາເວ​ກໍ​ໄດ້ລົງ​ມາ​ເຜົາຜານ 250 ຄົນ ຄື​ຜູ້​ທີ່​ໄດ້​ເຜົາ​ເຄື່ອງຫອມ​ມາ​ຖວາຍ​ນັ້ນ.


ແລ້ວ​ໄມ້ຄ້ອນເທົ້າ​ຂອງ​ໃຜ​ທີ່​ເຮົາ​ໄດ້​ເລືອກ​ເອົາ ກໍ​ຈະ​ອອກ​ດອກ. ດ້ວຍ​ວິທີ​ນີ້ ເຮົາ​ຈະ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ເຊົາ​ຈົ່ມຮ້າຍ​ໃສ່​ພວກເຈົ້າ.”


ພວກເຂົາ​ໄດ້​ຈົ່ມຮ້າຍ​ຕໍ່​ພຣະເຈົ້າ ແລະ​ຕໍ່​ໂມເຊ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ນຳພາ​ພວກເຮົາ​ອອກ​ຈາກ​ປະເທດ​ເອຢິບ ມາ​ຕາຍ​ຢູ່​ໃນ​ກາງ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ບໍ່ມີ​ອາຫານ ແລະ​ບໍ່ມີ​ນໍ້າ​ເຊັ່ນນີ້? ພວກເຮົາ​ບໍ່​ອາດ​ທົນ​ກິນ​ອາຫານ​ຕາຍໆ​ເຊັ່ນນີ້​ໄດ້​ດອກ.”


ພວກເຈົ້າ​ຢ່າ​ຈົ່ມ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຈົ່ມ ແລະ​ພວກເຂົາ​ກໍ​ຖືກ​ທຳລາຍ​ດ້ວຍ​ເພັດຊະຄາດ.


ພວກເຂົາ​ບໍ່ໄດ້​ຢຳເກງ​ພຣະເຈົ້າ ສະນັ້ນ ພວກເຂົາ​ຈຶ່ງ​ໂຈມຕີ​ພວກເຈົ້າ​ທາງ​ດ້ານຫລັງ ເມື່ອ​ພວກເຈົ້າ​ອິດເມືອຍ​ອ່ອນເພຍ ແລະ​ຂ້າ​ຄົນ​ທີ່​ຄ້າງ​ຢູ່​ທາງຫລັງ​ຕາຍ​ຈົນ​ໝົດ.


ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກ​ໄໝ້ ເຜົາຜານ​ດັ່ງ​ແປວໄຟ​ລຸກ​ໃຫຍ່ ເຜົາໄໝ້​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ ຈົນ​ທະລາຍ​ກ້ຽງ​ສິ້ນສູນ​ໝົດ. ມັນ​ຈະ​ເລີຍ​ລຸກ​ໄໝ້​ໄປ​ຮອດ ພື້ນ​ພິພົບ​ປັດຖະພີ ແລະ​ເຜົາຜານ​ທຸກສິ່ງ​ໝົດ ຮອດ​ຮາກໂຄນ​ຂອງ​ພູ​ສູງພຸ້ນ.


ເມື່ອ​ພວກເຈົ້າ​ໄດ້​ອາໄສ​ຢູ່​ທີ່​ຕາເບຣາ, ມັດສາ ແລະ​ກິບໂຣດ ຮັດຕາອາວາ ພວກເຈົ້າ​ກໍໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ເໝືອນກັນ.


ເພາະ​ພຣະເຈົ້າ​ຂອງເຮົາ​ທັງຫຼາຍ ຊົງ​ເປັນ​ໄຟ​ທີ່​ເຜົາຜານ.


ເບິ່ງແມ! ຄ່າຈ້າງ​ຂອງ​ຄົນ​ທີ່​ໄດ້​ກ່ຽວເຂົ້າ​ໃນ​ນາ​ຂອງ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ສໍ້ໂກງ​ໄວ້​ນັ້ນ​ກໍ​ຮ້ອງຟ້ອງ​ຂຶ້ນ ແລະ​ສຽງ​ຮ້ອງທຸກ​ຂອງ​ຄົນ​ທີ່​ກ່ຽວເຂົ້າ​ນັ້ນ ກໍໄດ້​ຊົງ​ຊາບ​ແລ້ວ ເຖິງ​ຫູ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ.


ຄົນ​ເຫຼົ່ານີ້ ເປັນ​ຄົນ​ມັກຈົ່ມ​ມັກວ່າ ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ, ພວກເຂົາ​ເວົ້າ​ອວດອ້າງ​ເຖິງ​ຕົນເອງ ແລະ​ຍ້ອງຍໍ​ຄົນອື່ນ​ເພື່ອ​ຫວັງ​ຜົນ​ປະໂຫຍດ​ສ່ວນຕົວ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka