Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 10:9 - ພຣະຄຳພີສັກສິ

9 ເມື່ອ​ອອກ​ໄປ​ເຮັດ​ເສິກ​ໃນ​ດິນແດນ​ຂອງ​ພວກເຈົ້າ​ທີ່​ສັດຕູ​ເຂົ້າ​ມາ​ໂຈມຕີ ຈົ່ງ​ເປົ່າແກ​ນີ້​ເປັນ​ສັນຍານ​ສູ້ຮົບ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ລະນຶກ​ຄິດເຖິງ​ພວກເຈົ້າ ແລະ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ທັງຫລາຍ.

Uka jalj uñjjattʼäta Copia luraña




ຈົດບັນຊີ 10:9
34 Jak'a apnaqawi uñst'ayäwi  

ພຣະເຈົ້າ​ບໍ່ໄດ້​ລືມ​ໂນອາ​ພ້ອມ​ທັງ​ສັດ​ຊະນິດ​ຕ່າງໆ​ທີ່​ຢູ່​ໃນ​ເຮືອ; ພຣະອົງ​ໄດ້​ເຮັດ​ໃຫ້​ມີ​ລົມ​ພັດ​ມາ ແລະ​ນໍ້າ​ກໍ​ບົກ​ລົງ.


ພຣະເຈົ້າ​ເອງ​ເປັນ​ຜູ້​ນຳພາ​ຂອງ​ພວກເຮົາ ແລະ​ປະໂຣຫິດ​ຂອງ​ພຣະອົງ​ກໍ​ຢູ່​ທີ່​ນີ້​ໂດຍ​ມີ​ແກ​ຕຽມພ້ອມ​ທີ່​ຈະ​ເປົ່າ ເພື່ອ​ເອີ້ນ​ພວກເຮົາ​ເຂົ້າ​ສູ້ຮົບ​ພວກທ່ານ. ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ພວກທ່ານ​ເທາະ ພວກທ່ານ​ຕີ​ຊະນະ​ບໍ່ໄດ້​ດອກ.”


ພວກ​ທະຫານ​ຢູດາ​ໄດ້​ແນມ​ໄປ​ອ້ອມຮອບ ແລະ​ເຫັນ​ວ່າ​ພວກ​ຕົນ​ຖືກ​ປິດລ້ອມ​ແລ້ວ. ພວກເຂົາ​ຈຶ່ງ​ຂໍຮ້ອງ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພວກ​ປະໂຣຫິດ​ກໍ​ເປົ່າແກ​ຂຶ້ນ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ເມື່ອ​ພຣະອົງ​ຊ່ວຍເຫຼືອ​ໄພ່ພົນ​ຂອງ​ພຣະອົງ. ຂໍ​ຊົງ​ໂຜດ​ຮວມ​ເອົາ​ຂ້ານ້ອຍ​ເຂົ້າ​ນຳ ເມື່ອ​ພຣະອົງ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.


ພວກເຂົາ​ຖືກ​ກົດຂີ່​ໂດຍ​ສັດຕູ ແລະ​ພວກເຂົາ​ກໍ​ຕົກ ຢູ່​ໃຕ້​ອຳນາດ​ຂອງ​ເຫຼົ່າ​ສັດຕູ​ຈົນ​ໝົດສິ້ນ.


ເມື່ອ​ພວກເຮົາ​ປະລາໄຊ ພຣະອົງ​ບໍ່ໄດ້​ລືມໄລ​ພວກເຮົາ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ຈົ່ງ​ຟັງ​ເດີ ໝົດ​ທຸກຄົນ​ທີ່​ຢູ່​ໃນ​ໂລກນີ້ ຈົ່ງ​ເບິ່ງ​ທຸງໄຊ​ອັນ​ເປັນ​ສັນຍານ​ທີ່​ຈະ​ຖືກ​ຍົກ​ຂຶ້ນ​ເທິງ​ຈອມ​ພູເຂົາ ຈົ່ງ​ຟັງ​ສຽງ​ເປົ່າ​ເຂົາສັດ


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຮ້ອງ​ດັງໆ​ຈົນ​ສຸດ​ສຽງ​ເຖີດ ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ກ່ຽວກັບ​ການບາບ​ຂອງ​ພວກເຂົາ


ຄວາມ​ເຈັບປວດ ຂ້ານ້ອຍ​ທົນ​ຕໍ່ໄປ​ບໍ່ໄຫວ ຈິດໃຈ​ຂອງ​ຂ້ານ້ອຍ​ເຕັ້ນ​ແຮງ​ກຳລັງ​ຈະ​ແຕກ​ຢູ່​ແລ້ວ ຂ້ານ້ອຍ​ມິດງຽບ​ຢູ່​ບໍ່ໄດ້​ອີກ​ຕໍ່ໄປ ຂ້ານ້ອຍ​ໄດ້ຍິນ​ສຽງ​ແກ​ແລະ​ສຽງ​ຮ້ອງ​ການ​ສູ້ຮົບ.


ຂ້ານ້ອຍ​ຈະ​ຕ້ອງ​ເຫັນ​ການ​ສູ້ຮົບ​ຢ່າງນີ້​ດົນ​ປານໃດ? ຍິນ​ສຽງ​ແກ​ດັງ​ກ້ອງ​ຢູ່​ດົນນານ​ປານໃດ​ອີກ?


ຈົ່ງ​ເປົ່າແກ​ສັນຍານ​ໄພ​ໄປ​ທົ່ວ​ດິນແດນ​ຢູດາຍ ຈົ່ງ​ຮ້ອງ​ສຽງ​ດັງໆ ອອກ​ມາ​ໃຫ້​ຊັດແຈ້ງ ຈົ່ງ​ບອກ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ ໃຫ້​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ໄວ້.


ແຕ່​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ກ່າວ່າ, ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ເອກຣັບບາ ໄດ້ຍິນ​ສຽງ​ຂອງ​ການ​ສູ້ຮົບ ແລະ​ເມືອງ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແລະ​ໝູ່ບ້ານ​ຕ່າງໆ​ກໍ​ຈະ​ຖືກ​ເຜົາຜານ​ຈົນກ້ຽງ. ແລ້ວ​ຊາດ​ອິດສະຣາເອນ​ກໍ​ຈະ​ໄດ້​ດິນແດນ​ຂອງຕົນ ຈາກ​ພວກ​ທີ່​ຢຶດເອົາ​ໄປ​ນັ້ນ​ກັບຄືນ​ມາ.


ປະຊາຊົນ​ເບັນຢາມິນ​ເອີຍ ຈົ່ງ​ແລ່ນ​ປົບໜີ​ເອົາ​ຕົວ​ລອດ​ສາ​ເຖີດ ຈົ່ງ​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ສາ ຈົ່ງ​ເປົ່າແກ​ຂຶ້ນ​ໃນ​ເມືອງ​ເຕກົວ ແລະ​ຈົ່ງ​ດັງ​ໄຟ​ຂຶ້ນ​ເປັນ​ສັນຍານ​ຢູ່​ໃນ​ເມືອງ​ເບັດ​ຮັກເກເຣັມ. ໄພພິບັດ ແລະ​ການທຳລາຍ​ຈາກ​ທາງ​ເໜືອ​ເກືອບ​ຈະ​ມາຮອດ​ແລ້ວ.


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍໄດ້​ແຕ່ງຕັ້ງ​ຄົນເຝົ້າຍາມ ເພື່ອ​ໃຫ້​ເປົ່າແກ​ເຕືອນ​ວ່າ, “ຈົ່ງ​ລະວັງ​ສຽງ​ແກ​ສັນຍານ​ໄພ.” ແຕ່​ພວກເຂົາ​ຊໍ້າ​ເວົ້າ​ວ່າ, “ພວກເຮົາ​ຈະ​ບໍ່​ຟັງ.”


ເມື່ອ​ສຽງ​ແກ​ດັງ​ຂຶ້ນ​ທຸກຄົນ​ຕ່າງ​ກໍ​ຕຽມພ້ອມ, ແຕ່​ບໍ່ມີ​ຜູ້ໃດ​ເຂົ້າ​ເຮັດ​ເສິກ ເພາະ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ຈະ​ຕົກ​ຖືກ​ທຸກໆຄົນ​ຄືກັນ.


ຊາວ​ເບັນຢາມິນ​ເອີຍ ຈົ່ງ​ອອກ​ສູ່​ສະໜາມຮົບ​ເທີ້ນ ຈົ່ງ​ເປົ່າແກ​ເຕືອນ​ເພື່ອ​ເຮັດ​ເສິກ​ທີ່​ເມືອງ​ກີເບອາ ຈົ່ງ​ສົ່ງ​ສຽງ​ສັນຍານ​ໄພ​ທີ່​ເມືອງ​ຣາມາ ຈົ່ງ​ສົ່ງ​ສຽງ​ໂຮຮ້ອງ​ສູ້ຮົບ​ທີ່​ເບັດອາເວນ. ຊາວ​ເບັນຢາມິນ​ເອີຍ ຈົ່ງ​ເຂົ້າ​ສູ່​ສະໜາມຮົບ​ເຖີດ


ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?


ມື້​ທີ່​ເຕັມ​ໄປ​ດ້ວຍ​ສຽງ​ແກ​ລະດົມພົນ​ເຮັດ​ເສິກ ແລະ​ສຽງ​ຂອງ​ພວກ​ທະຫານ​ໂຮຮ້ອງ​ໃນ​ສະໜາມຮົບ ເພື່ອ​ບຸກໂຈມຕີ​ເມືອງ​ທັງຫລາຍ ທີ່​ມີ​ປ້ອມ​ປ້ອງກັນ ແລະ​ມີ​ຫໍຄອຍ​ສູງ.


ໂມເຊ​ໄດ້​ສົ່ງ​ທະຫານ​ເຫຼົ່ານີ້​ອອກ​ສູ້ຮົບ​ພາຍໃຕ້​ການ​ບັນຊາ​ຂອງ​ຟີເນຮາ ລູກຊາຍ​ຂອງ​ປະໂຣຫິດ​ເອເລອາຊາ. ຟີເນຮາ​ຮັບຜິດຊອບ​ສິ່ງຂອງ​ໃນ​ຫໍເຕັນ ແລະ​ແກ​ສຳລັບ​ເປົ່າ​ເປັນ​ສັນຍານ​ສູ້ຮົບ.


ຖ້າ​ຄົນ​ເປົ່າແກ ຫາກ​ເປົ່າ​ອອກ​ສຽງ​ບໍ່​ຄັກ ຜູ້ໃດ​ຈະ​ຕຽມຕົວ​ເຂົ້າ​ສູ່​ສະໜາມ​ຮົບ​ໄດ້​ຢ່າງ​ໃດ?


“ເມື່ອ​ອອກ​ໄປ​ສູ້ຮົບ​ສັດຕູ​ແລະ​ເຫັນ​ລົດຮົບ​ພ້ອມ​ກັບ​ມ້າ​ເສິກ​ທັງ​ກອງທັບ ທີ່​ມີ​ກຳລັງ​ຫລາຍກວ່າ​ພວກເຈົ້າ ຢ່າ​ຢ້ານ​ພວກເຂົາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ອົງ​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ກໍ​ສະຖິດ​ຢູ່​ນຳ​ພວກເຈົ້າ.


ເມື່ອ​ໄດ້ຍິນ​ສຽງ​ແກ​ດັງ​ຂຶ້ນ​ເປັນ​ສຽງ​ຍາວໆ ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ພາກັນ​ຮ້ອງ​ຂຶ້ນ​ສຽງ​ດັງໆ ແລະ​ກຳແພງ​ເມືອງ​ກໍ​ຈະ​ເຈື່ອນ​ລົງ. ແລ້ວ​ໃຫ້​ກອງທັບ​ທັງໝົດ​ບຸກ​ເຂົ້າ​ໄປ​ໃນ​ຕົວເມືອງ​ທັນທີ.”


ຊາວ​ຊີໂດນ, ຊາວ​ອາມາເຫຼັກ ແລະ​ຊາວ​ມາໂອນ ໄດ້​ກົດຂີ່​ພວກເຈົ້າ​ໃນ​ຄາວ​ທີ່​ຜ່ານ​ມາ​ນັ້ນ ເມື່ອ​ພວກເຈົ້າ​ຮ້ອງ​ຫາ​ເຮົາ ເຮົາ​ບໍ່ໄດ້​ຊ່ວຍເຫລືອ​ພວກເຈົ້າ​ບໍ?


ຕະຫລອດ​ເວລາ​ສິບແປດ​ປີ​ນັ້ນ ພວກ​ນີ້​ໄດ້​ກົດຂີ່​ແລະ​ຂົ່ມເຫັງ​ຊາວ​ອິດສະຣາເອນ​ທຸກຄົນ ທີ່​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ຊາວ​ອາໂມ ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໃນ​ກີເລອາດ.


ເທື່ອໃດ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ພວກເຂົາ​ມີ​ຜູ້ປົກຄອງ ພຣະເຈົ້າຢາເວ​ກໍ​ຊ່ວຍເຫລືອ​ຜູ້ປົກຄອງ​ເທື່ອນັ້ນ ແລະ​ຊ່ວຍເຫລືອ​ປະຊາຊົນ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຕະຫລອດ​ຊົ່ວຊີວິດ​ຂອງ​ຜູ້ປົກຄອງ​ນັ້ນ. ພຣະເຈົ້າຢາເວ​ເມດຕາ​ອີດູ​ພວກເຂົາ ຍ້ອນ​ພວກເຂົາ​ຄວນຄາງ​ຢ່າງ​ທົນທຸກ​ເພາະ​ຖືກ​ເຫຼົ່າ​ສັດຕູ​ກົດຂີ່.


ເມື່ອ​ມາຮອດ​ເຂດ​ເນີນພູ​ເອຟຣາອິມ ລາວ​ຈຶ່ງ​ເປົ່າ​ແກ​ລະດົມພົນ​ເອົາ​ທະຫານ​ອິດສະຣາເອນ​ອອກ​ສູ້ຮົບ; ແລ້ວ​ລາວ​ກໍ​ນຳພາ​ພວກເຂົາ​ລົງຈາກ​ເນີນພູ​ໄປ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຄວບຄຸມ​ກີເດໂອນ. ສະນັ້ນ ລາວ​ຈຶ່ງ​ເປົ່າແກ​ເອີ້ນ​ເອົາ​ຊາຍ​ຢູ່​ໃນ​ຕະກຸນ​ອາບີເອເຊ​ໃຫ້​ຕິດຕາມ​ຕົນ​ໄປ.


ເຮົາ​ໄດ້​ຊ່ວຍ​ເອົາ​ພວກເຈົ້າ​ອອກ​ຈາກ​ເງື້ອມ​ມື​ຂອງ​ພວກ​ເອຢິບ ແລະ​ຈາກ​ຜູ້​ທີ່​ສູ້ຮົບ​ພວກເຈົ້າ​ຢູ່​ໃນ​ດິນແດນ​ນີ້. ເຮົາ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ມາ ເຮົາ​ໄດ້​ມອບ​ດິນແດນ​ຂອງ​ພວກເຂົາ​ໃຫ້​ພວກເຈົ້າ.


ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໄດ້​ພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ຊ່ວຍ​ກູ້​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຊາວ​ເອຢິບ ແລະ​ຊົນຊາດ​ອື່ນໆ​ທີ່​ຂົ່ມເຫັງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka