36 ແລະເມື່ອໃດທີ່ພວກເຂົາຢຸດເດີນທາງ ເພິ່ນຕ້ອງເວົ້າວ່າ, “ຂ້າແດ່ພຣະເຈົ້າຢາເວ ໂຜດກັບມາຫາຄອບຄົວຊາວອິດສະຣາເອນທີ່ມີເປັນໝື່ນໆເຖີດ.”
ກ່ອນຈະຈາກໄປ ພວກເຂົາໄດ້ອວຍພອນນາງເຣເບກາດ້ວຍຖ້ອຍຄຳດັ່ງນີ້: “ນ້ອງເອີຍ ຂໍໃຫ້ເຈົ້າເປັນແມ່ ຂອງຄົນຫລາຍແສນ; ຂໍໃຫ້ແມ່ນເຊື້ອສາຍຂອງເຈົ້າ ທີ່ຊະນະສັດຕູຕາມເມືອງຕ່າງໆ.”
ຂ້າແດ່ພຣະເຈົ້າຢາເວ ຂໍຊົງສະເດັດມາທີ່ພຣະວິຫານ ພ້ອມກັບຫີບພັນທະສັນຍາ ຊຶ່ງເປັນສັນຍາລັກແຫ່ງຣິດອຳນາດຂອງພຣະອົງ ແລະສະຖິດຢູ່ບ່ອນນີ້ຕະຫລອດໄປເປັນນິດ.
ຂ້າແດ່ພຣະເຈົ້າຢາເວ ເປັນຫຍັງພຣະອົງຈຶ່ງໃຫ້ພວກຂ້ານ້ອຍໜີໄປຈາກພຣະອົງ? ເປັນຫຍັງຈຶ່ງເຮັດໃຫ້ພວກຂ້ານ້ອຍດື້ດຶງຈົນຫັນໜີໄປຈາກພຣະອົງ? ເພື່ອເຫັນແກ່ພວກທີ່ຮັບໃຊ້ພຣະອົງ ແລະປະຊາຊົນທີ່ເປັນພວກຂອງພຣະອົງ ຈົ່ງກັບມາເທີ້ນ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ບັນດານໃຫ້ພວກເຈົ້າ ມີຈຳນວນມາກມາຍເໝືອນດັ່ງດວງດາວໃນທ້ອງຟ້າ.