ຈົດບັນຊີ 10:35 - ພຣະຄຳພີສັກສິ35 ທຸກເທື່ອທີ່ພວກເຂົາຍົກຍ້າຍຫີບພັນທະສັນຍາອອກເດີນທາງໄປນັ້ນ ໂມເຊຕ້ອງໄດ້ກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລຸກຂຶ້ນເທີ້ນ ໂຜດບັນດານໃຫ້ເຫຼົ່າສັດຕູຂອງພຣະອົງແຕກກະຈັດກະຈາຍ ແລະໃຫ້ຜູ້ທີ່ກຽດຊັງພຣະອົງປົບໜີ.” Uka jalj uñjjattʼäta |
ເມື່ອພວກທີ່ລອດຕາຍກັບຄືນມາຄ້າຍ ພວກຜູ້ນຳຊາວອິດສະຣາເອນຈຶ່ງເວົ້າວ່າ, “ເປັນຫຍັງມື້ນີ້ພຣະເຈົ້າຢາເວຈຶ່ງໃຫ້ພວກຟີລິດສະຕິນຊະນະພວກເຮົາ? ຈົ່ງໄປເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວມາຈາກເມືອງຊີໂລ ເພື່ອວ່າພຣະອົງ ຈະສະຖິດຢູ່ກັບພວກເຮົາ ແລະຊ່ວຍພວກເຮົາໃຫ້ພົ້ນຈາກເງື້ອມມືສັດຕູຂອງພວກເຮົາ.”