34 ເມື່ອພວກເຂົາຍ້າຍອອກຈາກຄ້າຍພັກເທື່ອໃດ ກ້ອນເມກຂອງພຣະເຈົ້າຢາເວກໍຢູ່ເທິງພວກເຂົາເທື່ອນັ້ນ.
ໂດຍເສົາເມກຊົງນຳພາພວກເພິ່ນໃນກາງເວັນ ໂດຍເສົາໄຟຊົງນຳພາພວກເພິ່ນໃນກາງຄືນດ້ວຍ.
ແຕ່ພຣະອົງບໍ່ໄດ້ປະຖິ້ມພວກເພິ່ນໃນຖິ່ນແຫ້ງແລ້ງກັນດານ ຍ້ອນຄວາມເມດຕາຂອງພຣະອົງຍິ່ງໃຫຍ່. ພຣະອົງບໍ່ໄດ້ເອົາເສົາເມກກັບເສົາໄຟ ທີ່ເຍືອງທາງທັງເວັນ ແລະຄືນໜີໄປຈາກພວກເພິ່ນ.
ພຣະອົງໄດ້ໃຊ້ເມກປົກບັງປະຊາຊົນຂອງພຣະອົງ ແລະໃຊ້ໄຟເພື່ອເປັນແສງສະຫວ່າງໃນເວລາກາງຄືນ.
ຕະຫລອດການເດີນທາງທ່ອງທ່ຽວໄປມານັ້ນ ພວກເຂົາໄດ້ເຫັນເມກຂອງພຣະເຈົ້າຢາເວສະຖິດຢູ່ເທິງຫໍເຕັນສັກສິດໃນເວລາກາງເວັນ ແລະໄດ້ເຫັນແສງເປັນໄຟພຸ່ງຂຶ້ນເທິງຫໍເຕັນສັກສິດໃນເວລາກາງຄືນຕໍ່ໜ້າພວກອິດສະຣາເອນ.
ທຸກເທື່ອທີ່ພວກເຂົາຍົກຍ້າຍຫີບພັນທະສັນຍາອອກເດີນທາງໄປນັ້ນ ໂມເຊຕ້ອງໄດ້ກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລຸກຂຶ້ນເທີ້ນ ໂຜດບັນດານໃຫ້ເຫຼົ່າສັດຕູຂອງພຣະອົງແຕກກະຈັດກະຈາຍ ແລະໃຫ້ຜູ້ທີ່ກຽດຊັງພຣະອົງປົບໜີ.”