Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 10:33 - ພຣະຄຳພີສັກສິ

33 ເມື່ອ​ປະຊາຊົນ​ອອກ​ຈາກ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ໄປ​ນັ້ນ ພວກເຂົາ​ໄດ້​ເດີນທາງ​ເປັນ​ເວລາ​ສາມ​ວັນ. ພວກເຂົາ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອອກ​ໜ້າ​ໄປ​ກ່ອນ ເພື່ອ​ຊອກຫາ​ບ່ອນ​ຕັ້ງ​ຄ້າຍພັກ.

Uka jalj uñjjattʼäta Copia luraña




ຈົດບັນຊີ 10:33
25 Jak'a apnaqawi uñst'ayäwi  

ສະນັ້ນ ດ້ວຍ​ຄວາມ​ໂກດຮ້າຍ​ເຮົາ​ຈຶ່ງ​ສັນຍາ​ວ່າ ‘ພວກເຈົ້າ​ຈະ​ບໍ່ໄດ້​ເຂົ້າ​ໄປ​ສູ່​ບ່ອນ​ພັກເຊົາ​ຂອງເຮົາ​ຈັກເທື່ອ.”’


ແລະ​ໂມເຊ​ກໍໄດ້​ຂຶ້ນ​ໄປ​ທີ່​ເທິງ​ພູ​ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ. ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ​ຈາກ​ເທິງ​ພູ​ໃຫ້​ບອກ​ຊາວ​ອິດສະຣາເອນ ເຊື້ອສາຍ​ຂອງ​ຢາໂຄບ​ດັ່ງນີ້:


ມື້​ໜຶ່ງ ໃນ​ຂະນະທີ່​ໂມເຊ​ກຳລັງ​ລ້ຽງ​ຝູງແກະ ແລະ​ຝູງແບ້​ຂອງ​ເຢທະໂຣ ພໍ່​ເຖົ້າ​ຂອງຕົນ​ຜູ້​ທີ່​ເປັນ​ປະໂຣຫິດ​ຂອງ​ຊາວ​ມີດີອານ ລາວ​ໄດ້​ຕ້ອນ​ຝູງສັດ​ເລີຍ​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ທີ່​ຊີນາຍ​ພູເຂົາ​ຂອງ​ພຣະເຈົ້າ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.


ພຣະອົງ​ໃຫ້​ການ​ພັກຜ່ອນ ແລະ​ການ​ເລົ້າໂລມ​ໃຈ​ແກ່​ພວກເຈົ້າ ແຕ່​ພວກເຈົ້າ​ພັດ​ບໍ່​ຍອມ​ຟັງ​ພຣະອົງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ສະຫວັນ​ເປັນ​ບັນລັງ​ຂອງເຮົາ ແລະ​ແຜ່ນດິນ​ໂລກ​ເປັນ​ທີ່​ຮອງ​ຕີນ​ຂອງເຮົາ. ແລ້ວ​ພວກເຈົ້າ​ຈະ​ສ້າງ​ຫໍໂຮງ​ຊະນິດ​ໃດ​ສຳລັບ​ເຮົາ ຈະ​ສ້າງ​ວັງ​ຊະນິດ​ໃດ​ໃຫ້​ເຮົາ​ຢູ່?


ຕໍ່ໄປ ເມື່ອ​ພວກເຈົ້າ​ມີ​ຈຳນວນ​ຫລາຍ ແລະ​ຈຳນວນ​ກໍເພີ່ມ​ຂຶ້ນ​ໃນ​ດິນແດນ​ແລ້ວ, ໃນວັນນັ້ນ, ພຣະເຈົ້າຢາເວ​ກ່າວວ່າ ພວກເຂົາ​ຈະ​ບໍ່​ເວົ້າເຖິງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ. ພວກເຂົາ​ຈະ​ບໍ່​ຄິດຮອດ ແລະ​ຈະ​ບໍ່​ເວົ້າເຖິງ​ຫີບ​ນັ້ນ​ອີກ; ພວກເຂົາ​ບໍ່​ຕ້ອງການ​ຫີບ​ນັ້ນ​ອີກ ແລະ​ຈະ​ບໍ່​ເຮັດ​ມັນ​ຂຶ້ນ​ມາ​ອີກ​ດ້ວຍ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເຮົາ​ໄດ້​ເມດຕາ​ປະຊາຊົນ​ເຫຼົ່ານັ້ນ​ທີ່​ໄດ້​ປົບໜີ​ຈາກ​ຄວາມຕາຍ. ເມື່ອ​ຊາວ​ອິດສະຣາເອນ​ຢາກ​ຈະ​ພັກຜ່ອນ


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຢຸດ​ຢູ່​ທີ່​ທາງ​ສີ່​ແຍກ​ແລະ​ແນມ​ເບິ່ງ. ຈົ່ງ​ຖາມ​ຫາ​ຫົນທາງ​ດັ້ງເດີມ​ແລະ​ຫົນທາງ​ອັນ​ດີເລີດ​ນັ້ນ​ວ່າ​ຢູ່​ໃສ. ຈົ່ງ​ເດີນ​ໄປ​ຕາມ​ທາງນັ້ນ​ແລະ​ພວກເຈົ້າ​ກໍ​ຈະ​ພົບ​ຄວາມ​ຢູ່ເຢັນ​ເປັນສຸກ.” ແຕ່​ພວກເຂົາ​ເວົ້າ​ວ່າ, “ບໍ່ ພວກເຮົາ​ຈະ​ບໍ່​ເຮັດ​ດອກ.”


ໃນ​ເວລາ​ນັ້ນ ເຮົາ​ໄດ້​ສັນຍາ​ກັບ​ພວກເຂົາ​ວ່າ​ເຮົາ​ຈະ​ເອົາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ນຳ​ພວກເຂົາ​ໄປ​ສູ່​ດິນແດນ​ໜຶ່ງ​ທີ່​ເຮົາ​ໄດ້​ເລືອກໄວ້​ໃຫ້​ພວກເຂົາ ເປັນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ທັງ​ເປັນ​ດິນແດນ​ດີທີ່ສຸດ​ໃນ​ດິນແດນ​ທັງໝົດ​ດ້ວຍ.


ແລະ​ຊາວ​ອິດສະຣາເອນ​ໄດ້​ເລີ່ມ​ອອກ​ເດີນທາງ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ເມກ​ນັ້ນ​ໄດ້​ມາ​ຢຸດ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.


ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ອອກ​ນຳ​ໜ້າ​ພວກເຈົ້າ​ກ່ອນ​ໃນ​ການ​ເດີນທາງ​ຂອງ​ພວກເຈົ້າ ເພື່ອ​ຊອກ​ຫາ​ທີ່​ຕັ້ງ​ຄ້າຍພັກ​ໃຫ້​ພວກເຈົ້າ ແລະ​ເພື່ອ​ຊີ້​ທາງ​ເດີນ​ໃຫ້​ພວກເຈົ້າ, ຕອນ​ກາງຄືນ​ພຣະອົງ​ໃຫ້​ມີ​ເສົາໄຟ ແລະ​ຕອນ​ກາງເວັນ​ພຣະອົງ​ໃຫ້​ມີ​ເສົາເມກ.”


“ຈົ່ງ​ເອົາ​ປື້ມ​ທີ່​ບັນຈຸ​ກົດບັນຍັດ​ນີ້ ໄປ​ໄວ້​ຂ້າງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເພື່ອ​ວ່າ​ປື້ມນີ້​ຈະ​ເປັນ​ພະຍານ​ຕໍ່ສູ້​ໄພ່ພົນ​ຂອງ​ພຣະອົງ.


ຂ້າພະເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ ເພື່ອ​ຮັບ​ເອົາ​ແຜ່ນຫີນ ຊຶ່ງ​ເປັນ​ແຜ່ນຫີນ​ແຫ່ງ​ພັນທະສັນຍາ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ຢູ່​ທີ່​ນັ້ນ​ສີ່ສິບ​ວັນ​ສີ່ສິບ​ຄືນ ໂດຍ​ບໍ່ໄດ້​ກິນ​ແລະ​ດື່ມ​ຫຍັງ.


ຂໍ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ສັນຕິສຸກ ຜູ້​ໄດ້​ຊົງ​ນຳ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ໃຫ້​ຄືນ​ມາ​ຈາກ​ຄວາມ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວກັບ​ພັນທະສັນຍາ​ອັນ​ຕັ້ງ​ຢູ່​ເປັນນິດ​ນັ້ນ,


ກໍ​ໃຫ້​ພວກເຈົ້າ​ບອກ​ວ່າ, ເມື່ອ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຂ້າມ​ແມ່ນໍ້າ​ນັ້ນ ແມ່ນໍ້າ​ຈໍແດນ​ໄດ້​ເຊົາ​ໄຫລ. ກ້ອນຫີນ​ເຫຼົ່ານີ້​ຈະ​ເປັນ​ສິ່ງ​ເຕືອນ​ປະຊາຊົນ​ອິດສະຣາເອນ​ຢູ່​ສະເໝີ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.”


(ໃນ​ຕອນນັ້ນ ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢູ່​ທີ່​ເບັດເອນ ຊຶ່ງ​ຟີເນຮາ​ລູກຊາຍ​ຂອງ​ເອເລອາຊາ​ແລະ​ຫລານຊາຍ​ຂອງ​ອາໂຣນ​ເປັນ​ຜູ້​ກຳກັບ.) ຊາວ​ອິດສະຣາເອນ​ໄດ້ຖາມ​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ຄວນ​ຈະ​ອອກ​ໄປ​ສູ້ຮົບ​ພວກ​ເບັນຢາມິນ ພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ​ອີກ​ຫລື​ບໍ່? ຫລື​ໃຫ້​ຍອມ​ແພ້?” ພຣະເຈົ້າຢາເວ​ຕອບ​ວ່າ, “ຈົ່ງ​ອອກ​ໄປ​ສູ້ຮົບ ມື້ອື່ນ​ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ຢູ່ໃນ​ມື​ຂອງ​ພວກເຈົ້າ.”


ເມື່ອ​ພວກ​ທີ່​ລອດ​ຕາຍ​ກັບຄືນ​ມາ​ຄ້າຍ ພວກ​ຜູ້ນຳ​ຊາວ​ອິດສະຣາເອນ​ຈຶ່ງ​ເວົ້າ​ວ່າ, “ເປັນຫຍັງ​ມື້ນີ້​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ພວກ​ຟີລິດສະຕິນ​ຊະນະ​ພວກເຮົາ? ຈົ່ງ​ໄປ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ມາ​ຈາກ​ເມືອງ​ຊີໂລ ເພື່ອ​ວ່າ​ພຣະອົງ ຈະ​ສະຖິດ​ຢູ່​ກັບ​ພວກເຮົາ ແລະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ເງື້ອມມື​ສັດຕູ​ຂອງ​ພວກເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka