30 ໂຮບັບຕອບວ່າ, “ບໍ່ໄປດອກ ຂ້ອຍຈະກັບຄືນສູ່ບ້ານເກີດເມືອງນອນຂອງຂ້ອຍ.”
ພຣະເຈົ້າຢາເວໄດ້ບອກອັບຣາມວ່າ, “ຈົ່ງອອກໜີຈາກປະເທດ, ຍາດຕິພີ່ນ້ອງ ແລະບ້ານເກີດເມືອງນອນຂອງເຈົ້າ ແລະໄປສູ່ດິນແດນທີ່ເຮົາຈະຊີ້ແຈງໃຫ້ເຈົ້າເຫັນ.
ຂ້ອຍຮູ້ວ່າເຈົ້າປົບໜີ ເພາະຢາກກັບເມືອບ້ານແຮງ, ແຕ່ເປັນຫຍັງ ເຈົ້າຈຶ່ງເອົາຮູບເຄົາຣົບປະຈຳຄອບຄົວຂອງຂ້ອຍມານຳ.”
ຈົ່ງຟັງຂ້ອຍເຖີດ ເຈົ້າສາວຂອງກະສັດເອີຍ ຈົ່ງລືມໄລປະຊາຊົນ ແລະພີ່ນ້ອງຂອງເຈົ້າສາເຖີດ.
ແລ້ວໂມເຊກໍອຳລາເຢທະໂຣ ແລະເຢທະໂຣໄດ້ກັບຄືນເມືອບ້ານເມືອງຂອງຕົນ.
“ແຕ່ພວກເຈົ້າຄິດຢ່າງໃດກ່ຽວກັບເລື່ອງນີ້? ຊາຍຜູ້ໜຶ່ງມີລູກຊາຍສອງຄົນ ລາວໄປຫາລູກກົກ ແລະສັ່ງວ່າ, ‘ລູກເອີຍ ວັນນີ້ເຈົ້າຈົ່ງໄປເຮັດວຽກໃນສວນອະງຸ່ນເດີ.’
ເຂົາຕອບພໍ່ວ່າ ‘ລູກບໍ່ໄປ’, ແຕ່ຕໍ່ມາ ເຂົາເລີຍປ່ຽນໃຈແລ້ວກໍໄປ.
“ຖ້າຜູ້ໃດມາຫາເຮົາ ແລະບໍ່ຊັງພໍ່ແມ່, ລູກເມຍ, ອ້າຍນ້ອງຊາຍຍິງກັບທັງຊີວິດຂອງຕົນເອງ ຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້.
ເຫດສະນັ້ນ, ແຕ່ນີ້ຕໍ່ໄປ ພວກເຮົາຈຶ່ງບໍ່ພິຈາລະນາເບິ່ງຜູ້ໃດຕາມມາດຕະຖານຂອງມະນຸດອີກ ເຖິງແມ່ນວ່າ ເມື່ອກ່ອນນັ້ນພວກເຮົາໄດ້ສັງເກດຮູ້ພຣະຄຣິດຕາມມາດຕະຖານຂອງມະນຸດກໍຕາມ ມາບັດນີ້ ພວກເຮົາກໍບໍ່ສັງເກດຮູ້ພຣະອົງຕາມແບບນັ້ນອີກຕໍ່ໄປ.
ສ່ວນຄົນເຫຼົ່ານັ້ນ ໄດ້ຕາຍໄປໃນຂະນະທີ່ມີຄວາມເຊື່ອ ໂດຍບໍ່ໄດ້ຮັບສິ່ງທີ່ຊົງສັນຍາໄວ້ ແຕ່ພວກເພິ່ນກໍໄດ້ເຫັນແລະຕ້ອນຮັບໄວ້ຕັ້ງແຕ່ໄກ ແລະຍອມຮັບວ່າພວກເພິ່ນເປັນພຽງແຕ່ແຂກເມືອງທີ່ທ່ອງທ່ຽວໄປມາໃນໂລກ.
ເພາະອັບຣາຮາມມີຄວາມເຊື່ອແບບນີ້ ເມື່ອພຣະເຈົ້າຊົງເອີ້ນໃຫ້ເພິ່ນອອກເດີນທາງໄປສູ່ດິນແດນທີ່ພຣະອົງໄດ້ຊົງສັນຍາໄວ້ວ່າ ຈະມອບໃຫ້ເພິ່ນ ເພິ່ນໄດ້ເຊື່ອຟັງ ແລະອອກຈາກບ້ານເກີດເມືອງນອນຂອງຕົນໄປ ໂດຍບໍ່ຮູ້ເລີຍວ່າຕົນຈະໄປໃສ.
ເຊື້ອສາຍຂອງພໍ່ເຖົ້າໂມເຊ ຊາວເກນິດ ໄດ້ອອກຈາກເຢຣິໂກເມືອງທີ່ມີຕົ້ນຕານ ໄປກັບຊາວຢູດາສູ່ຖິ່ນແຫ້ງແລ້ງທີ່ຢູ່ທາງເຂດພາກໃຕ້ຂອງອາຣາດ. ພວກເຂົາໄດ້ເດີນທາງຮ່ວມກັບຊາວຢູດາ ໄປຕັ້ງຖິ່ນຖານຢູ່ທີ່ນັ້ນທ່າມກາງຊາວອາມາເຫຼັກ.