ຈົດບັນຊີ 10:29 - ພຣະຄຳພີສັກສິ29 ແລ້ວໂມເຊກໍໄດ້ເຊີນໂຮບັບ ລູກຊາຍຂອງເຢທະໂຣຊາວມີດີອານ ຜູ້ເປັນລູງຂອງຕົນວ່າ, “ພວກເຮົາກຳລັງຈະອອກເດີນທາງໄປສູ່ດິນແດນທີ່ພຣະເຈົ້າຢາເວໄດ້ບອກໄວ້ວ່າຈະມອບໃຫ້. ພຣະເຈົ້າຢາເວໄດ້ສັນຍາວ່າ ຈະບັນດານໃຫ້ຊາວອິດສະຣາເອນຈະເລີນຮຸ່ງເຮືອງຂຶ້ນ; ສະນັ້ນ ຈົ່ງໄປກັບພວກເຮົາເທາະ ແລະພວກເຮົາຈະແບ່ງປັນຄວາມຈະເລີນຮຸ່ງເຮືອງນັ້ນໃຫ້ແກ່ເຈົ້າດ້ວຍ.” Uka jalj uñjjattʼäta |
ປະຊາຊົນຫລາຍຊົນຊາດຈະພາກັນກ່າວວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວເດີ ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ພຣະອົງຈະສັ່ງສອນພວກເຮົາເຖິງສິ່ງທີ່ພຣະອົງຢາກໃຫ້ເຮັດ. ພວກເຮົາຈະພາກັນຍ່າງຕາມຮ່ອມແຫ່ງຫົນທາງ ທີ່ພຣະອົງໄດ້ເລືອກສັນໄວ້ແລ້ວນັ້ນ. ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ ແຕ່ພູເຂົາຊີໂອນທີ່ພຣະອົງກ່າວແກ່ປະຊາຊົນນັ້ນ.”
ເພິ່ນໄດ້ສົ່ງຄຳເຕືອນໄປບອກຊາວເກນິດ ປະຊາຊົນພວກໜຶ່ງຊຶ່ງບັນພະບຸລຸດຂອງພວກເຂົາໄດ້ມີໃຈເມດຕາຕໍ່ຊາວອິດສະຣາເອນ ໃນສະໄໝທີ່ຊາວອິດສະຣາເອນໄດ້ອອກມາຈາກປະເທດເອຢິບນັ້ນວ່າ, “ໃຫ້ໜີຈາກຊາວອາມາເຫຼັກ ເພື່ອວ່າເຮົາຈະບໍ່ໄດ້ຂ້າພວກເຈົ້າພ້ອມກັບພວກເຂົາ.” ສະນັ້ນ ຊາວເກນິດຈຶ່ງພາກັນໜີໄປ.