22 ຕໍ່ມາ ພວກທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງເຜົ່າເອຟຣາອິມ ກໍເລີ່ມອອກເດີນທາງ ເທື່ອລະກອງຮ້ອຍໂດຍມີເອລີຊາມາລູກຊາຍຂອງອາມມີຮຸດ ເປັນຜູ້ບັນຊາການ.
ຢາໂຄບປະຕິເສດ ແລະເວົ້າວ່າ, “ພໍ່ຮູ້ແລ້ວລູກເອີຍ ພໍ່ຮູ້ດີ. ເຊື້ອສາຍຂອງມານາເຊກໍຈະກາຍເປັນຊົນຊາດໃຫຍ່ເໝືອນກັນ. ແຕ່ຜູ້ນ້ອງນັ້ນຈະຍິ່ງໃຫຍ່ກວ່າຜູ້ອ້າຍ ແລະເຊື້ອສາຍຂອງລາວຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່.”
ກາມາລີເອນລູກຊາຍຂອງເປດາຊູເປັນຜູ້ບັນຊາການເຜົ່າມານາເຊ