Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 10:21 - ພຣະຄຳພີສັກສິ

21 ແລ້ວ​ຊາວ​ເລວີ​ໃນ​ຕະກຸນ​ໂກຮາດ​ທີ່​ເປັນ​ພວກ​ແບກຫາມ​ເຄື່ອງ​ສັກສິດ ກໍ​ເລີ່ມ​ອອກ​ເດີນທາງ. ເມື່ອ​ພວກ​ນີ້​ໄດ້​ເດີນທາງ​ໄປ​ຮອດ​ຄ້າຍພັກ​ໃໝ່​ແລ້ວ ພວກ​ອື່ນໆ​ທີ່​ໄປ​ກ່ອນ​ກໍໄດ້​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 10:21
11 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ໃຫ້​ພວກ​ເລວີ​ເທົ່ານັ້ນ​ຫາມ​ຫີບ​ຂອງ​ພຣະເຈົ້າ ເພາະ​ພວກເຂົາ​ແມ່ນ​ພວກດຽວ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້​ເພື່ອ​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ ແລະ​ຮັບໃຊ້​ພຣະອົງ​ຕະຫລອດໄປ.”


ຄົນ​ເຫຼົ່ານີ້​ເປັນ​ເຊື້ອສາຍ​ຂອງ​ເລວີ​ຕາມ​ຕະກຸນ ແລະ​ຄອບຄົວ​ທີ່​ທຸກຄົນ​ໄດ້​ຖືກ​ຈົດ​ຊື່​ໄວ້​ໃນ​ບັນຊີ​ຂອງ​ໃຜ​ລາວ. ແຕ່ລະຄົນ​ໃນ​ເຊື້ອສາຍ​ຂອງ​ລາວ​ທີ່​ມີ​ອາຍຸ​ຕັ້ງແຕ່​ຊາວ​ປີ​ຂຶ້ນ​ໄປ ກໍ​ມີ​ສ່ວນ​ໃນ​ວຽກງານ​ຮັບໃຊ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ເມື່ອ​ພວກເຈົ້າ​ຍົກຍ້າຍ​ຄ້າຍພັກ​ເທື່ອໃດ ພວກ​ເລວີ​ກໍ​ຈະ​ມ້າງ​ຫໍເຕັນ​ສັກສິດ​ລົງ ແລະ​ຕັ້ງ​ຂຶ້ນ​ອີກ​ຢູ່​ໃນ​ຄ້າຍພັກ​ບ່ອນ​ໃໝ່​ເທື່ອນັ້ນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ເຂົ້າ​ມາ​ໃກ້​ຫໍເຕັນ​ສັກສິດ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ເວລາ​ມ້າງ​ຫໍເຕັນ​ສັກສິດ​ແລ້ວໆ ຕະກຸນ​ຂອງ​ເກໂຊນ​ແລະ​ເມຣາຣີ ຈະ​ເປັນ​ພວກ​ແບກຫາມ​ຫໍເຕັນ​ສັກສິດ​ອອກ​ເດີນທາງ​ໄປ.


ແລະ​ເອລີອາສັບ​ລູກຊາຍ​ຂອງ​ດູເອນ ເປັນ​ຜູ້​ບັນຊາການ​ເຜົ່າກາດ.


ຕໍ່ມາ ລະຫວ່າງ​ສອງ​ກອງພົນ​ທີ່​ນຳ​ໜ້າ​ກ່ອນ ແລະ​ສອງ​ກອງພົນ​ທີ່​ນຳຫລັງ​ນັ້ນ ໃຫ້​ຊາວ​ເລວີ​ຫາມ​ຫໍເຕັນ​ບ່ອນ​ຊຸມນຸມ​ຍົກ​ອອກ​ໄປ. ແຕ່ລະ​ກອງພົນ​ຈະ​ຕ້ອງ​ຍົກ​ອອກ​ໄປ​ໃຫ້​ເປັນ​ລຳດັບ​ແບບ​ດຽວກັນ ແລະ​ໃນ​ບ່ອນ​ທີ່​ຕັ້ງ​ຄ້າຍພັກ​ກໍ​ໃຫ້​ຢູ່​ໃນ​ລະບຽບ​ນີ້​ຄື: ແຕ່ລະ​ກອງພົນ​ໃຫ້​ຢູ່​ພາຍໃຕ້​ທຸງໄຊ​ຂອງຕົນ.


ແຕ່​ຖ້າ​ຄົນ​ໃນ​ຕະກຸນ​ໂກຮາດ​ຫາກ​ເຂົ້າ​ໄປ​ໃນ​ຫໍເຕັນ ເບິ່ງ​ປະໂຣຫິດ​ປົກຄຸມ​ຫຸ້ມຫໍ່​ສິ່ງ​ຂອງ​ສັກສິດ​ເພື່ອ​ຍົກຍ້າຍ ພວກເຂົາ​ຈະ​ຕ້ອງ​ຕາຍ.”


ແຕ່​ໂມເຊ​ບໍ່ໄດ້​ມອບ​ກວຽນ​ແລະ​ງົວ​ໃຫ້​ພວກ​ໂກຮາດ ເພາະວ່າ​ສິ່ງຂອງ​ບໍຣິສຸດ​ທີ່​ພວກເຂົາ​ເບິ່ງແຍງ​ຮັກສາ​ນັ້ນ ຕ້ອງ​ແບກຫາມ​ໂດຍ​ພວກເຂົາ​ເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka