2 “ຈົ່ງເອົາເງິນມາເຮັດແກສອງອັນ ເພື່ອໃຊ້ເອີ້ນປະຊາຊົນມາປະຊຸມ ແລະເອີ້ນໃຫ້ມ້າງຄ້າຍ.
ສ່ວນເງິນທີ່ນຳມາຖວາຍໃນວິຫານຂອງພຣະເຈົ້າຢາເວ ພວກເຂົາບໍ່ໄດ້ໃຊ້ໃນການຈ່າຍສຳລັບຄ່າເຮັດຈອກ, ຖ້ວຍ, ແກ, ມີດຕັດສຳລັບຕັດໄສ້ຕະກຽງ ຫລືເຄື່ອງໃຊ້ອື່ນໆທີ່ເປັນເງິນຫລືຄຳ.
ຊາວເລວີທັງໝົດທີ່ເປັນນັກດົນຕຼີເຊັ່ນ: ອາສັບ, ເຮມານ ແລະເຢດູທູນ ແລະພວກລູກຊາຍຂອງພວກເຂົາຕະຫລອດທັງຍາດຕິພີ່ນ້ອງ ໂດຍຢືນຢູ່ທາງດ້ານທິດຕາເວັນອອກ ຕ່າງກໍໄດ້ນຸ່ງຜ້າປ່ານເນື້ອລະອຽດດີ ຕົບແສ່ງ ແລະດີດພິນ ຢູ່ໃກ້ແທ່ນບູຊາ. ພວກເຂົາມີປະໂຣຫິດໜຶ່ງຮ້ອຍຊາວຄົນ ເປົ່າແກປະສົມປະສານໄປນຳ.
ຈົ່ງເປົ່າແກເປັນການສະຫລອງເທດສະການ ເມື່ອຮອດວັນເດືອນອອກໃໝ່ແລະດວງຈັນເຕັມດວງ.
ຂ້າແດ່ພຣະເຈົ້າຢາເວ ຄວາມສຸກເປັນຂອງຜູ້ທີ່ນະມັດສະການພຣະອົງດ້ວຍສຽງເພງ ພວກເຂົາດຳເນີນຢູ່ໃນຄວາມສະຫວ່າງ ແຫ່ງພຣະເມດຕາຂອງພຣະອົງ.
ແລ້ວເຈົ້າຈົ່ງເອົາຄຳມາຫລໍ່ເຄຣຸບ ສອງຕົນຕິດໃສ່ກັບແຕ່ລະສົ້ນຂອງຝາອັດຫີບນັ້ນ. ຈົ່ງເຮັດໃຫ້ມັນເປັນເນື້ອດຽວກັບຝາອັດຫີບ.
ຈົ່ງເຮັດຕີນຮອງຕະກຽງດ້ວຍຄຳສົດ; ຕີນແລະລຳໂຕຂອງຫລັກຕະກຽງນັ້ນ ໃຫ້ຕີເປັນຮູບດອກໄມ້ມີທັງດອກຈູມດອກບານ ແລະກີບດອກໄມ້ໃຫ້ຕິດເປັນເນື້ອດຽວກັນກັບຕີນຮອງຂອງຕະກຽງ.
ການທີ່ພວກເຈົ້ານຳເອົາເຄື່ອງມາຖວາຍນັ້ນ ເປັນການບໍ່ມີປະໂຫຍດ. ເຮົາເບື່ອໜ່າຍຕໍ່ກິ່ນທູບຄວັນທຽນຂອງພວກເຈົ້າ. ເຮົາບໍ່ອາດທົນຕໍ່ວັນສະຫລອງເດືອນອອກໃໝ່, ວັນຊະບາໂຕ ແລະການມາເຕົ້າໂຮມກັນອື່ນໆຂອງພວກເຈົ້າໄດ້ອີກແລ້ວ; ເທດສະການທັງໝົດເຫຼົ່ານັ້ນເປັນມົນທິນ ເພາະການບາບຂອງພວກເຈົ້າ.
ຈົ່ງເປົ່າແກສັນຍານໄພໄປທົ່ວດິນແດນຢູດາຍ ຈົ່ງຮ້ອງສຽງດັງໆ ອອກມາໃຫ້ຊັດແຈ້ງ ຈົ່ງບອກຊາວຢູດາ ແລະຊາວນະຄອນເຢຣູຊາເລັມ ໃຫ້ແລ່ນໄປສູ່ເມືອງທີ່ມີປ້ອມປ້ອງກັນໄວ້.
“ຈົ່ງເປົ່າແກສັນຍານເຕືອນໄພ ພວກສັດຕູເໝືອນນົກອິນຊີກຳລັງຢູ່ເໜືອວິຫານຂອງພຣະເຈົ້າຢາເວ; ປະຊາຊົນຂອງເຮົາໄດ້ລະເມີດພັນທະສັນຍາທີ່ເຮົາໄດ້ໃຫ້ໄວ້ກັບພວກເຂົາ ແລະທັງໄດ້ກະບົດຕໍ່ສູ້ກົດບັນຍັດຂອງເຮົາ.
ຈົ່ງອອກຄຳສັ່ງໃຫ້ປະຊາຊົນອົດອາຫານ ຈົ່ງເອີ້ນກັນມາປະຊຸມເປັນການນັດພິເສດ ຈົ່ງເຕົ້າໂຮມພວກຜູ້ປົກຄອງທັງຊາວຢູດາໃນວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະພາກັນຮ້ອງໄຫ້ຫາພຣະເຈົ້າຢາເວ.
ຈົ່ງເປົ່າແກຂຶ້ນເຕືອນໄພ ທີ່ເທິງພູເຂົາຊີໂອນສາ ພູເຂົາສັກສິດຂອງພຣະເຈົ້າເອີຍ ຈົ່ງສັ່ນສະທ້ານເຖີດ ປະຊາຊົນຢູດາເອີຍ ເຖິງວັນຂອງພຣະເຈົ້າຢາເວແລ້ວ ວັນນັ້ນກຳລັງຫຍັບເຂົ້າມາໃກ້ແລ້ວ.
ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ,
ແຕ່ເພື່ອໃຫ້ຊຸມຊົນມາປະຊຸມກັນ ໃຫ້ເປົ່າແກສຽງດັງຍາວໆ.
ມີອົງພຣະຜູ້ເປັນເຈົ້າອົງດຽວ ມີຄວາມເຊື່ອດຽວ ແລະ ມີບັບຕິສະມາດຽວ,