Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 10:14 - ພຣະຄຳພີສັກສິ

14 ແຕ່ລະ​ເທື່ອ​ທີ່​ຍົກຍ້າຍ​ນັ້ນ ພວກເຂົາ​ກໍ​ຍົກຍ້າຍ​ຕາມ​ລະບຽບ​ດຽວກັນ. ພວກ​ທີ່​ຢູ່​ໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ຢູດາ​ອອກ​ເດີນທາງ​ກ່ອນ ຄື​ຍ້າຍ​ອອກ​ໄປ​ເທື່ອລະ​ກອງຮ້ອຍ ໂດຍ​ແມ່ນ​ນາໂຊນ​ລູກຊາຍ​ຂອງ​ອຳມີນາດາບ ເປັນ​ຜູ້​ບັນຊາການ.

Uka jalj uñjjattʼäta Copia luraña




ຈົດບັນຊີ 10:14
10 Jak'a apnaqawi uñst'ayäwi  

ເມື່ອ​ຢາໂຄບ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ ຣູເບັນ​ໄດ້​ລັກ​ນອນ​ນຳ​ນາງ​ບິນຮາ ເມຍນ້ອຍ​ຄົນ​ໜຶ່ງ​ຂອງ​ພໍ່​ຕົນ; ເມື່ອ​ຢາໂຄບ​ຮູ້​ເລື່ອງ​ນີ້ ເພິ່ນ​ກໍ​ຮ້າຍ​ຫຼາຍ. ຢາໂຄບ​ມີ​ລູກຊາຍ​ສິບສອງ​ຄົນ.


ລູກຊາຍ​ທີ່​ເກີດ​ຈາກ​ນາງ​ເລອາ ມີ​ດັ່ງນີ້: ຣູເບັນ​ຜູ້​ເປັນ​ອ້າຍກົກ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະ​ເຊບູໂລນ.


ຢູດາ​ເອີຍ ພວກ​ພີ່ນ້ອງ​ຈະ​ຮ້ອງ​ຄຳ​ສັນລະເສີນ ເພາະ​ເຈົ້າ​ເຄີຍ​ຈັບ​ຄໍ​ສັດຕູ​ຍໍ​ຂື້ນ​ແລະ​ລົງ​ໄດ້. ອ້າຍ​ນ້ອງ​ນົບນ້ອມ​ໄຫວ້​ເປັນໃຈ​ນຳ​ທຸກ​ທ່າ; ພາກັນ​ມາ​ຊ້ອງໜ້າ​ຢູດາ​ທ້າວ​ແທ້​ໃດ


ຕໍ່ໄປນີ້​ແມ່ນ​ລາຍຊື່​ບຸກຄົນ ຄື​ບັນດາ​ຜູ້ນຳ​ຢູ່​ໃນ​ເຜົ່າ​ຂອງ​ພວກເຂົາ ຜູ້​ທີ່​ໄດ້​ຖືກ​ຄັດເລືອກ​ຈາກ​ຊຸມຊົນ ໃຫ້​ຊ່ວຍເຫລືອ​ໃນ​ວຽກງານ​ການ​ຈົດ​ຈຳນວນພົນ​ໃນ​ຄັ້ງ​ນີ້: ຊື່​ເຜົ່າ ຜູ້​ທີ່​ເປັນ​ຫົວໜ້າ​ຕະກຸນ ຣູເບັນ ເອລີຊູ ລູກຊາຍ​ຂອງ​ເຊເດອູເຣ ຊີເມໂອນ ເຊລູມີເອນ ລູກຊາຍ​ຂອງ​ຊູຣິດຊັດດາຍ ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ ເອຟຣາອິມ ເອລີຊາມາ ລູກຊາຍ​ຂອງ​ອາມມີຮຸດ ມານາເຊ ກາມາລີເອນ ລູກຊາຍ​ຂອງ​ເປດາຊູ ເບັນຢາມິນ ອາບີດານ ລູກຊາຍ​ຂອງ​ກີເດໂອນີ ດານ ອາຮີເອເຊ ລູກຊາຍ​ຂອງ​ອຳມີຊັດດາຍ ອາເຊ ປາກີເອນ ລູກຊາຍ​ຂອງ​ອົກກະຣັນ ກາດ ເອລີອາສັບ ລູກຊາຍ​ຂອງ​ດູເອນ ເນັບທາລີ ອາຮີຣາ ລູກຊາຍ​ຂອງ​ເອນັນ


ເນທາເນນ​ລູກຊາຍ​ຂອງ​ຊູອາ ເປັນ​ຜູ້​ບັນຊາການ​ເຜົ່າ​ອິດຊາຄາ


ເມື່ອ​ສຽງ​ແກ​ດັງ​ສັ້ນໆ ໃຫ້​ເຜົ່າ​ຕ່າງໆ​ທີ່​ຕັ້ງ​ຄ້າຍ​ຢູ່​ທາງທິດ​ຕາເວັນອອກ​ຍົກ​ອອກ​ໄປ.


ພວກເຂົາ​ນຳ​ຂອງ​ມາ​ຖວາຍ​ເປັນ​ລຳດັບ​ກັນ​ດັ່ງນີ້: ມື້ ເຜົ່າ ຜູ້ນຳ ທີ 1 ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ ທີ 2 ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ ທີ 3 ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ ທີ 4 ຣູເບັນ ເອລີຊູ ລູກຊາຍ​ຂອງ​ເຊເດອູເຣ ທີ 5 ຊີເມໂອນ ເຊລູມີເອນ ລູກຊາຍ​ຂອງ​ຊູຣິດຊັດດາຍ ທີ 6 ກາດ ເອລີອາສັບ ລູກຊາຍ​ຂອງ​ດູເອນ ທີ 7 ເອຟຣາອິມ ເອລີຊາມາ ລູກຊາຍ​ຂອງ​ອາມມີຮຸດ ທີ 8 ມານາເຊ ກາມາລີເອນ ລູກຊາຍ​ຂອງ​ເປດາຊູ ທີ 9 ເບັນຢາມິນ ອາບີດານ ລູກຊາຍ​ຂອງ​ກີເດໂອນີ ທີ 10 ດານ ອາຮີເອເຊ ລູກຊາຍ​ຂອງ​ອຳມີຊັດດາຍ ທີ 11 ອາເຊ ປາກີເອນ ລູກຊາຍ​ຂອງ​ອົກກະຣັນ ທີ 12 ເນັບທາລີ ອາຮີຣາ ລູກຊາຍ​ຂອງ​ເອນັນ. ຫົວໜ້າ​ແຕ່ລະຄົນ​ໄດ້​ນຳ​ເຄື່ອງ​ຖວາຍ​ຢ່າງ​ດຽວກັນ​ມາ​ດັ່ງນີ້: ຊາມ​ເງິນ​ໜຶ່ງ​ໃບ ໜັກ 1.500 ກຼາມ, ອ່າງ​ເງິນ​ໃບ​ໜຶ່ງ ໜັກ 800 ກຼາມ ໂດຍ​ໄດ້​ຄິດໄລ່​ຕາມ​ອັດຕາຊັ່ງ​ຂອງ​ສຳນັກ​ນະມັດສະການ, ຊາມ​ແລະ​ອ່າງ​ທັງສອງ​ໃບ​ເຕັມ​ດ້ວຍ​ແປ້ງ ປົນ​ກັບ​ນໍ້າມັນ​ໝາກກອກເທດ ຕາມ​ລະບຽບ​ການ​ຖວາຍ​ພືດຜົນ​ເປັນເມັດ; ຈານ​ຄຳ​ໜຶ່ງ​ໃບ, ໜັກ 110 ກຼາມ, ໃສ່​ເຄື່ອງຫອມ​ມາ​ພ້ອມ; ງົວເຖິກ​ໜຸ່ມ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ, ລູກແກະເຖິກ ອາຍຸ​ໜຶ່ງ​ປີ​ໂຕໜຶ່ງ​ສຳລັບ​ເຜົາບູຊາ; ແບ້ເຖິກ​ໂຕໜຶ່ງ​ສຳລັບ​ຖວາຍບູຊາ​ລຶບລ້າງ​ບາບ; ງົວເຖິກ​ສອງ​ໂຕ, ແກະເຖິກ ຫ້າ​ໂຕ, ແບ້ເຖິກ​ຫ້າ​ໂຕ ແລະ​ລູກແກະເຖິກ​ຫ້າ​ໂຕ ອາຍຸ​ໜຶ່ງ​ປີ ສຳລັບ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka