ຈົດບັນຊີ 10:10 - ພຣະຄຳພີສັກສິ10 ໃນໂອກາດມ່ວນຊື່ນເບີກບານເຊັ່ນ: ວັນສະຫລອງເທດສະການຕ່າງໆແລະເດືອນອອກໃໝ່ ເມື່ອພວກເຈົ້າຖວາຍເຄື່ອງບູຊາດ້ວຍໄຟ ແລະຖວາຍເພື່ອຄວາມສາມັກຄີທຳ ກໍໃຫ້ເປົ່າແກສຽງດັງກ້ອງສະໜັ່ນ. ການສະຫລອງເທດສະການຕ່າງໆນັ້ນຈະເປັນທີ່ລະນຶກຄິດເຖິງພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.” Uka jalj uñjjattʼäta |
ບັນດາປະໂຣຫິດໄດ້ຢືນປະຈຳບ່ອນທີ່ຖືກມອບໝາຍໃຫ້ ແລະຊື່ໜ້າພວກເຂົາແມ່ນຊາວເລວີທີ່ກຳລັງສັນລະເສີນພຣະເຈົ້າຢາເວ ດ້ວຍເຄື່ອງດົນຕຼີຊຶ່ງກະສັດດາວິດໄດ້ຈັດຫາໃຫ້ເພື່ອຮ້ອງເພງໂມທະນາຂອບພຣະຄຸນແກ່ພຣະເຈົ້າຢາເວ ເພາະຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປເປັນນິດ ຕາມທີ່ກະສັດດາວິດໄດ້ມອບໝາຍໃຫ້. ໃນຂະນະທີ່ປະຊາຊົນທັງໝົດໄດ້ຢືນຢູ່ນັ້ນ ພວກປະໂຣຫິດກໍໄດ້ພາກັນເປົ່າແກ.