ຍານາງຫລຽວເຫັນກະສັດຄົນໃໝ່ຢືນໃກ້ເສົາທາງເຂົ້າພຣະວິຫານ ຕາມທຳນຽມທີ່ມີມາ. ພວກນາຍທະຫານ ແລະພວກເປົ່າແກໄດ້ອ້ອມກະສັດໄວ້ ແລະປະຊາຊົນຕ່າງກໍຮ້ອງໂຮດ້ວຍຄວາມຊົມຊື່ນຍິນດີ ແລະທັງເປົ່າແກສຽງດັງສະໜັ່ນ. ຍານາງອາທາລີຢາໄດ້ຈີກເສື້ອຂອງຕົນດ້ວຍຄວາມທຸກໃຈຢ່າງໜັກ ແລະຮ້ອງຂຶ້ນວ່າ, “ພວກກະບົດ ພວກກະບົດ.”
ໃນທີ່ນັ້ນ ຍານາງໄດ້ເຫັນກະສັດຜູ້ໃໝ່ທີ່ທາງເຂົ້າພຣະວິຫານ ຢືນຢູ່ຂ້າງເສົາທີ່ໄດ້ຈັດໄວ້ສະເພາະກະສັດ ແລະມີນາຍທະຫານໃນກອງທັບ ແລະກອງດູລິຍາງຢືນອ້ອມຢູ່. ປະຊາຊົນທັງໝົດພາກັນໂຮຮ້ອງຢ່າງຊົມຊື່ນຍິນດີ ແລະສຽງແກກໍດັງຂຶ້ນ ແລະພວກນັກດົນຕຼີປະຈຳພຣະວິຫານກໍບັນເລງເພງເປັນການສະຫລອງ. ນາງໄດ້ຈີກເສື້ອຂອງຕົນຢ່າງເປັນທຸກໃຈ ແລະຮ້ອງຂຶ້ນວ່າ, “ຄົນທໍລະຍົດ ຄົນທໍລະຍົດ.”
ບັນດາປະໂຣຫິດໄດ້ຢືນປະຈຳບ່ອນທີ່ຖືກມອບໝາຍໃຫ້ ແລະຊື່ໜ້າພວກເຂົາແມ່ນຊາວເລວີທີ່ກຳລັງສັນລະເສີນພຣະເຈົ້າຢາເວ ດ້ວຍເຄື່ອງດົນຕຼີຊຶ່ງກະສັດດາວິດໄດ້ຈັດຫາໃຫ້ເພື່ອຮ້ອງເພງໂມທະນາຂອບພຣະຄຸນແກ່ພຣະເຈົ້າຢາເວ ເພາະຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປເປັນນິດ ຕາມທີ່ກະສັດດາວິດໄດ້ມອບໝາຍໃຫ້. ໃນຂະນະທີ່ປະຊາຊົນທັງໝົດໄດ້ຢືນຢູ່ນັ້ນ ພວກປະໂຣຫິດກໍໄດ້ພາກັນເປົ່າແກ.