Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 1:53 - ພຣະຄຳພີສັກສິ

53 ສ່ວນ​ພວກ​ເລວີ​ນັ້ນ ພວກເຂົາ​ຈະ​ຕ້ອງ​ຕັ້ງ​ຄ້າຍ​ອ້ອມຮອບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້ ເພື່ອ​ຈະ​ບໍ່ມີ​ໃຜ​ເຂົ້າ​ມາ​ໃກ້ ແລະ​ກໍ່​ເຫດ​ໃຫ້​ມີ​ຄວາມ​ໂກດຮ້າຍ​ຕໍ່​ຊຸມຊົນ​ອິດສະຣາເອນ​ໄດ້. ໃຫ້​ພວກ​ເລວີ​ເຝົ້າຮັກສາ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້.”

Uka jalj uñjjattʼäta Copia luraña




ຈົດບັນຊີ 1:53
26 Jak'a apnaqawi uñst'ayäwi  

ພວກເຂົາ​ຮັບຜິດຊອບ​ຊ່ວຍ​ພີ່ນ້ອງ​ຂອງ​ພວກເຂົາ​ເບິ່ງແຍງ​ຫໍເຕັນ​ບ່ອນ​ຊຸມນຸມ​ແລະ​ຫໍເຕັນ​ສັກສິດ; ແລະ​ຊ່ວຍ​ບັນດາ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ ໃນ​ການ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ແຕ່​ພວກເຮົາ​ຍັງ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ບໍ່ໄດ້​ປະຖິ້ມ​ພຣະອົງ. ພວກ​ປະໂຣຫິດ​ທີ່​ໄດ້​ສືບ​ເຊື້ອສາຍ​ຈາກ​ອາໂຣນ ກໍ​ເຮັດ​ໜ້າທີ່​ຮັບໃຊ້​ພຣະເຈົ້າຢາເວ​ໂດຍ​ມີ​ຊາວ​ເລວີ​ຊ່ວຍ​ພວກເຂົາ.


ທຸກ​ເຊົ້າ​ແລະ​ທຸກ​ແລງ ພວກເຂົາ​ໄດ້​ຖວາຍ​ເຄື່ອງຫອມ ແລະ​ຂ້າ​ສັດ​ເຜົາ​ທັງ​ໂຕ​ບູຊາ​ແກ່​ພຣະເຈົ້າຢາເວ. ພວກເຂົາ​ຖວາຍ​ເຂົ້າຈີ່​ທີ່​ເທິງ​ໂຕະ ຊຶ່ງ​ຖືກ​ຊຳລະ​ໃຫ້​ໝົດ​ມົນທິນ​ແລ້ວ​ຕາມ​ພິທີ ແລະ​ທຸກ​ແລງ​ພວກເຂົາ​ໄດ້​ໄຕ້​ຕະກຽງ​ເທິງ​ຫລັກ​ຮອງ​ຕະກຽງ​ທີ່​ເຮັດ​ດ້ວຍ​ຄຳ. ພວກເຮົາ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ໄວ້, ແຕ່​ພວກທ່ານ​ໄດ້​ປະຖິ້ມ​ພຣະອົງ.


ເພາະສະນັ້ນ ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກ່າວ​ເຖິງ​ພວກ​ຜູ້ທຳນວາຍ​ຂອງ​ນະຄອນ​ເຢຣູຊາເລັມ​ວ່າ, “ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ກິນ​ພືດ​ຂົມ​ນາໆ​ຊະນິດ ແລະ​ໃຫ້​ນໍ້າ​ເປັນ​ພິດ​ແກ່​ພວກເຂົາ​ໄດ້​ດື່ມ ເພາະ​ພວກ​ຜູ້ທຳນວາຍ​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ແຜ່​ຄວາມ​ບໍ່ຢຳເກງ​ພຣະເຈົ້າ​ໄປ​ທົ່ວ​ປະເທດ.”


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ຕໍ່ມາ ໂມເຊ​ໄດ້​ກ່າວ​ກັບ​ອາໂຣນ ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ຂອງ​ອາໂຣນ​ວ່າ, “ຢ່າ​ປ່ອຍ​ຜົມ​ໃຫ້​ຫຍຸ້ງ​ຫລື​ຈີກ​ເຄື່ອງນຸ່ງຫົ່ມ ເພື່ອ​ສະແດງ​ວ່າ​ພວກເຈົ້າ​ກຳລັງ​ໄວ້ທຸກ. ຖ້າ​ພວກເຈົ້າ​ເຮັດ ພວກເຈົ້າ​ກໍ​ຈະ​ຕາຍ ແລະ​ພຣະເຈົ້າຢາເວ​ຈະ​ໂກດຮ້າຍ ແລະ​ລົງໂທດ​ຊຸມຊົນ​ທັງໝົດ​ນີ້. ແຕ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຄົນອື່ນໆ​ພາກັນ​ໄວ້ທຸກ ຍ້ອນ​ການ​ຕາຍ​ດ້ວຍ​ໄຟ​ທີ່​ພຣະເຈົ້າຢາເວ​ໄດ້​ສົ່ງ​ມາ.


ແຕ່​ໃຫ້​ພວກເຂົາ​ກຳ​ກັບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ, ແລະ​ກຳ​ກັບ​ເຄື່ອງໃຊ້​ປະຈຳ​ແລະ​ສິ່ງຂອງ​ໃນນັ້ນ​ທັງໝົດ; ພວກເຂົາ​ຈະ​ແບກຫາມ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ​ສັກສິດ ຕະຫລອດ​ທັງ​ຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຕັ້ງ​ທີ່ພັກ​ອ້ອມຮອບ​ທີ່​ນັ້ນ​ດ້ວຍ.


ສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ເຮັດ​ທຸກໆ​ສິ່ງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ.


ແລະ​ໂມເຊ​ບອກ​ອາໂຣນ​ວ່າ, “ຈົ່ງ​ເອົາ​ໝໍ້ຂາງ​ໄປ​ໃສ່​ຖ່ານໄຟ​ໃນ​ແທ່ນບູຊາ ແລະ​ເອົາ​ເຄື່ອງຫອມ​ໂຮຍ​ໃສ່​ເທິງ​ເພື່ອ​ເຮັດ​ພິທີ​ຊຳລະ​ປະຊາຊົນ​ໄວໆ. ພຣະເຈົ້າຢາເວ​ໂກດຮ້າຍ ແລະ​ເຮັດ​ໃຫ້​ໂຣກ​ລະບາດ​ເກີດຂຶ້ນ​ແລ້ວ.”


ພວກເຈົ້າ​ຖື​ເປັນ​ເລື່ອງ​ເລັກນ້ອຍ​ຊັ້ນບໍ ທີ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ຕັ້ງ​ພວກເຈົ້າ​ໄວ້​ຕ່າງຫາກ​ຈາກ​ຊຸມຊົນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເຂົ້າ​ໃກ້ຊິດ​ພຣະອົງ ແລະ​ເຮັດ​ພິທີ​ຕ່າງໆ​ຢູ່​ໃນ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ພ້ອມ​ທັງ​ເຮັດ​ໜ້າທີ່​ຮັບໃຊ້​ຊຸມຊົນ​ດ້ວຍ.


ແລ້ວ​ໂມເຊ​ກໍ​ເອົາ​ໄມ້ຄ້ອນເທົ້າ​ເຫຼົ່ານັ້ນ​ໄປ​ໄວ້​ໃນ​ຫໍເຕັນ ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.


ຕໍ່ມາ ລະຫວ່າງ​ສອງ​ກອງພົນ​ທີ່​ນຳ​ໜ້າ​ກ່ອນ ແລະ​ສອງ​ກອງພົນ​ທີ່​ນຳຫລັງ​ນັ້ນ ໃຫ້​ຊາວ​ເລວີ​ຫາມ​ຫໍເຕັນ​ບ່ອນ​ຊຸມນຸມ​ຍົກ​ອອກ​ໄປ. ແຕ່ລະ​ກອງພົນ​ຈະ​ຕ້ອງ​ຍົກ​ອອກ​ໄປ​ໃຫ້​ເປັນ​ລຳດັບ​ແບບ​ດຽວກັນ ແລະ​ໃນ​ບ່ອນ​ທີ່​ຕັ້ງ​ຄ້າຍພັກ​ກໍ​ໃຫ້​ຢູ່​ໃນ​ລະບຽບ​ນີ້​ຄື: ແຕ່ລະ​ກອງພົນ​ໃຫ້​ຢູ່​ພາຍໃຕ້​ທຸງໄຊ​ຂອງຕົນ.


ໃຫ້​ຕະກຸນ​ນີ້​ຕັ້ງ​ຄ້າຍ​ຢູ່​ທາງທິດ​ຕາເວັນຕົກ​ທາງ​ດ້ານຫລັງ​ຫໍເຕັນ​ສັກສິດ.


ໃຫ້​ຕະກຸນ​ນີ້​ຕັ້ງ​ຄ້າຍ​ຢູ່​ທາງດ້ານ​ໃຕ້​ຂອງ​ຫໍເຕັນ​ສັກສິດ.


ໃຫ້​ຕະກຸນ​ນີ້​ຕັ້ງ​ຄ້າຍພັກ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ຫໍເຕັນ​ສັກສິດ ຊຶ່ງ​ມີ​ຊູຣິເອນ​ລູກຊາຍ​ຂອງ​ອາບີໄຮ ເປັນ​ຫົວໜ້າ​ຕະກຸນ.


ສ່ວນ​ໂມເຊ​ແລະ​ອາໂຣນ​ພ້ອມ​ກັບ​ພວກ​ລູກຊາຍ​ຂອງຕົນ​ນັ້ນ ໃຫ້​ຕັ້ງ​ຄ້າຍ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ທາງດ້ານ​ຕາເວັນອອກ, ຢູ່​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກເຂົາ​ເປັນ​ຜູ້​ຮັບ​ໜ້າທີ່​ເຮັດ​ພິທີ​ຕ່າງໆ​ໃນ​ບ່ອນ​ສັກສິດ​ແທນ​ປະຊາຊົນ​ອິດສະຣາເອນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ເຮັດ​ພິທີ​ນີ້​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ສຳລັບ​ສ່ວນ​ຂອງ​ຊຸມຊົນ​ນັ້ນ​ເໝືອນກັນ ໃຫ້​ຫັກ​ເອົາ​ໜຶ່ງ​ໃນ​ຫ້າສິບ ມອບ​ໃຫ້​ແກ່​ພວກ​ເລວີ​ທີ່​ເບິ່ງແຍງ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ບໍ່​ວ່າ​ເປັນ​ຊະເລີຍ, ງົວ, ລໍ, ແກະ ແລະ​ແບ້​ກໍດີ.”


ໂມເຊ​ໄດ້​ຫັກ​ໜຶ່ງ​ໃນ​ຫ້າສິບ​ຂອງ​ຊະເລີຍ​ແລະ​ສັດ​ມອບ​ໃຫ້​ແກ່​ພວກ​ເລວີ ຜູ້​ທີ່​ເບິ່ງແຍງ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ.


ເຮົາ​ໄດ້​ມອບ​ພວກ​ເລວີ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຂອງ​ຖວາຍ​ຈາກ​ຊາວ​ອິດສະຣາເອນ; ເພື່ອ​ໃຫ້​ພວກ​ເລວີ​ບົວລະບັດ​ຫໍເຕັນ​ບ່ອນ​ຊຸມນຸມ​ແທນ​ປະຊາຊົນ​ອິດສະຣາເອນ​ທັງໝົດ ແລະ​ເພື່ອ​ປ້ອງກັນ​ພວກເລວີ​ຈາກ​ໄພພິບັດ​ທີ່​ຈະ​ມາ​ຖືກ​ພວກເຂົາ ເມື່ອໃດ​ທີ່​ພວກເຂົາ​ເຂົ້າ​ມາ​ໃກ້​ສະຖານທີ່​ສັກສິດ​ເກີນ​ໄປ.”


ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.


ພຣະເຈົ້າຢາເວ​ໄດ້​ຂ້າ​ຊາວ​ເມືອງ​ເບັດເຊເມດ​ເຈັດສິບ​ຄົນ ຍ້ອນ​ພວກເຂົາ​ຊ່ອງເບິ່ງ​ຫີບ​ຂອງ​ພຣະເຈົ້າຢາເວ. ປະຊາຊົນ​ໄດ້​ໄວ້ທຸກ​ໃຫ້ ເພາະ​ພຣະເຈົ້າຢາເວ​ໄດ້​ໃຫ້​ເກີດ​ການ​ເຂັ່ນຂ້າ​ເປັນ​ໝູ່​ຢ່າງໜັກ​ໃນ​ທ່າມກາງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka