ຈົດບັນຊີ 1:50 - ພຣະຄຳພີສັກສິ50 ແຕ່ໃຫ້ພວກເຂົາກຳກັບຫໍເຕັນສັກສິດແຫ່ງພັນທະສັນຍາ, ແລະກຳກັບເຄື່ອງໃຊ້ປະຈຳແລະສິ່ງຂອງໃນນັ້ນທັງໝົດ; ພວກເຂົາຈະແບກຫາມຫໍເຕັນສັກສິດ ແລະເຄື່ອງໃຊ້ຕ່າງໆປະຈຳຫໍເຕັນສັກສິດ ຕະຫລອດທັງຮັບໃຊ້ຢູ່ໃນທີ່ນັ້ນ ແລະຕັ້ງທີ່ພັກອ້ອມຮອບທີ່ນັ້ນດ້ວຍ. Uka jalj uñjjattʼäta |
ເພິ່ນໄດ້ອະນຸຍາດໃຫ້ໂຕບີຢາໃຊ້ຫ້ອງໃຫຍ່ຫ້ອງໜຶ່ງ ຊຶ່ງແຕ່ກ່ອນໄດ້ໃຊ້ມ້ຽນເຄື່ອງຖວາຍໂດຍສະເພາະເຊັ່ນ: ພືດຜົນເປັນເມັດກັບເຄື່ອງຫອມ, ເຄື່ອງໃຊ້ປະຈຳພຣະວິຫານ, ເຄື່ອງຖວາຍຕ່າງໆສຳລັບບັນດາປະໂຣຫິດ ແລະໜຶ່ງສ່ວນສິບຂອງພືດຜົນເປັນເມັດ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດທີ່ໄດ້ຖວາຍໃຫ້ຊາວເລວີ, ໃຫ້ພວກນັກຮ້ອງ ແລະໃຫ້ພວກຄົນເຝົ້າຍາມ.
ເມື່ອເຖິງເວລາຍົກຍ້າຍຄ້າຍພັກ ໃຫ້ຄົນໃນຕະກຸນໂກຮາດຫາມເຄື່ອງອັນບໍຣິສຸດເຫຼົ່ານີ້ໄປ ຫລັງຈາກອາໂຣນແລະພວກລູກຊາຍຂອງລາວໄດ້ປົກຄຸມຫຸ້ມຫໍ່ແລ້ວ. ຄົນໃນຕະກຸນໂກຮາດບໍ່ຕ້ອງແຕະຕ້ອງເຄື່ອງໃຊ້ອັນບໍຣິສຸດນີ້ເດັດຂາດ ຖ້າແຕະຕ້ອງ ພວກເຂົາຈະຕ້ອງຕາຍ. ເມື່ອຍົກຍ້າຍຫໍເຕັນບ່ອນຊຸມນຸມເທື່ອໃດ ຄົນໃນຕະກຸນໂກຮາດຈະຕ້ອງຮັບໜ້າທີ່ດັ່ງກ່າວນີ້ທຸກຄັ້ງ.