Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 1:5 - ພຣະຄຳພີສັກສິ

5-16 ຕໍ່ໄປນີ້​ແມ່ນ​ລາຍຊື່​ບຸກຄົນ ຄື​ບັນດາ​ຜູ້ນຳ​ຢູ່​ໃນ​ເຜົ່າ​ຂອງ​ພວກເຂົາ ຜູ້​ທີ່​ໄດ້​ຖືກ​ຄັດເລືອກ​ຈາກ​ຊຸມຊົນ ໃຫ້​ຊ່ວຍເຫລືອ​ໃນ​ວຽກງານ​ການ​ຈົດ​ຈຳນວນພົນ​ໃນ​ຄັ້ງ​ນີ້: ຊື່​ເຜົ່າ ຜູ້​ທີ່​ເປັນ​ຫົວໜ້າ​ຕະກຸນ ຣູເບັນ ເອລີຊູ ລູກຊາຍ​ຂອງ​ເຊເດອູເຣ ຊີເມໂອນ ເຊລູມີເອນ ລູກຊາຍ​ຂອງ​ຊູຣິດຊັດດາຍ ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ ເອຟຣາອິມ ເອລີຊາມາ ລູກຊາຍ​ຂອງ​ອາມມີຮຸດ ມານາເຊ ກາມາລີເອນ ລູກຊາຍ​ຂອງ​ເປດາຊູ ເບັນຢາມິນ ອາບີດານ ລູກຊາຍ​ຂອງ​ກີເດໂອນີ ດານ ອາຮີເອເຊ ລູກຊາຍ​ຂອງ​ອຳມີຊັດດາຍ ອາເຊ ປາກີເອນ ລູກຊາຍ​ຂອງ​ອົກກະຣັນ ກາດ ເອລີອາສັບ ລູກຊາຍ​ຂອງ​ດູເອນ ເນັບທາລີ ອາຮີຣາ ລູກຊາຍ​ຂອງ​ເອນັນ

Uka jalj uñjjattʼäta Copia luraña




ຈົດບັນຊີ 1:5
17 Jak'a apnaqawi uñst'ayäwi  

ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຜູ້​ບໍລິຫານ​ງານ​ຂອງ​ບັນດາ​ເຜົ່າ​ອິດສະຣາເອນ​ມີ​ດັ່ງນີ້: ເຜົ່າ ຜູ້​ບໍລິຫານ ຣູເບັນ ເອລີເອເຊ​ລູກຊາຍ​ຂອງ​ຊີກະຣີ ຊີເມໂອນ ເຊຟາຕີຢາ​ລູກຊາຍ​ຂອງ​ມາອາກາ ເລວີ ຮາຊາບີຢາ​ລູກຊາຍ​ຂອງ​ເກມູເອນ ອາໂຣນ ຊາດົກ ຢູດາ ເອລີຮູ​ອ້າຍ​ຂອງ​ກະສັດ​ດາວິດ ອິດຊາຄາ ອົມຣີ​ລູກຊາຍ​ຂອງ​ມີກາເອນ ເຊບູໂລນ ອີຊະມາອີຢາ​ລູກຊາຍ​ຂອງ​ໂອບາດີຢາ ເນັບທາລີ ເຢຣີໂມດ​ລູກຊາຍ​ຂອງ​ອາຊະຣີເອນ ເອຟຣາອິມ ໂຮເຊອາ​ລູກຊາຍ​ຂອງ​ອາຊາຊີຢາ ມານາເຊ​ເຄິ່ງເຜົ່າ​ຕາເວັນຕົກ ໂຢເອນ​ລູກຊາຍ​ຂອງ​ເປດາອີຢາ ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ ອິດໂດ​ລູກຊາຍ​ຂອງ​ເຊກາຣີຢາ ເບັນຢາມິນ ຢາອາສີເອນ​ລູກຊາຍ​ຂອງ​ອັບເນ ດານ ອາຊາເຣນ​ລູກຊາຍ​ຂອງ​ເຢໂຣຮາມ


ແຕ່ລະ​ເທື່ອ​ທີ່​ຍົກຍ້າຍ​ນັ້ນ ພວກເຂົາ​ກໍ​ຍົກຍ້າຍ​ຕາມ​ລະບຽບ​ດຽວກັນ. ພວກ​ທີ່​ຢູ່​ໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ຢູດາ​ອອກ​ເດີນທາງ​ກ່ອນ ຄື​ຍ້າຍ​ອອກ​ໄປ​ເທື່ອລະ​ກອງຮ້ອຍ ໂດຍ​ແມ່ນ​ນາໂຊນ​ລູກຊາຍ​ຂອງ​ອຳມີນາດາບ ເປັນ​ຜູ້​ບັນຊາການ.


ຕໍ່ມາ ພວກ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ຣູເບັນ​ກໍ​ເລີ່ມ​ອອກ​ເດີນທາງ ໂດຍ​ແມ່ນ​ເອລີຊູ​ລູກຊາຍ​ຂອງ​ເຊເດອູເຣ ເປັນ​ຜູ້​ບັນຊາການ.


ທາງດ້ານ​ໃຕ້​ໃຫ້​ເຜົ່າ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ຣູເບັນ ຕັ້ງ​ຄ້າຍພັກ​ເປັນ​ໝວດ​ໝູ່​ຕ່າງໆ​ຢູ່​ພາຍໃຕ້​ການ​ນຳພາ​ຂອງ​ຫົວໜ້າ​ຂອງ​ພວກເຂົາ​ດັ່ງ​ຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ຣູເບັນ ເອລີຊູ, ລູກຊາຍ​ຂອງ​ເຊເດອູເຣ 46.500 ຄົນ ຊີເມໂອນ ເຊລູມີເອນ, ລູກຊາຍ​ຂອງ​ຊູຣິດຊັດດາຍ 59.300 ຄົນ ກາດ ເອລີອາສັບ, ລູກຊາຍ​ຂອງ​ດູເອນ 45.650 ຄົນ ລວມ: 151.450 ຄົນ ໃຫ້​ກອງພົນ​ຂອງ​ຣູເບັນ​ຍົກ​ອອກ​ໄປ​ເປັນ​ພວກ​ທີ​ສອງ.


ທາງດ້ານ​ຕາເວັນອອກ ໃຫ້​ເຜົ່າ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຢູດາ ຕັ້ງ​ຄ້າຍພັກ​ເປັນ​ໝວດ​ໝູ່​ຕ່າງໆ ຢູ່​ພາຍໃຕ້​ການນຳພາ​ຂອງ​ຫົວໜ້າ​ຂອງ​ພວກເຂົາ​ດັ່ງ​ຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ 74.600 ຄົນ ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ 54.400 ຄົນ ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ 57.400 ຄົນ ລວມ: 186.400 ຄົນ ໃຫ້​ກອງພົນ​ຂອງ​ຢູດາ​ຍົກ​ອອກ​ໜ້າ​ກ່ອນ.


ພວກເຂົາ​ນຳ​ຂອງ​ມາ​ຖວາຍ​ເປັນ​ລຳດັບ​ກັນ​ດັ່ງນີ້: ມື້ ເຜົ່າ ຜູ້ນຳ ທີ 1 ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ ທີ 2 ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ ທີ 3 ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ ທີ 4 ຣູເບັນ ເອລີຊູ ລູກຊາຍ​ຂອງ​ເຊເດອູເຣ ທີ 5 ຊີເມໂອນ ເຊລູມີເອນ ລູກຊາຍ​ຂອງ​ຊູຣິດຊັດດາຍ ທີ 6 ກາດ ເອລີອາສັບ ລູກຊາຍ​ຂອງ​ດູເອນ ທີ 7 ເອຟຣາອິມ ເອລີຊາມາ ລູກຊາຍ​ຂອງ​ອາມມີຮຸດ ທີ 8 ມານາເຊ ກາມາລີເອນ ລູກຊາຍ​ຂອງ​ເປດາຊູ ທີ 9 ເບັນຢາມິນ ອາບີດານ ລູກຊາຍ​ຂອງ​ກີເດໂອນີ ທີ 10 ດານ ອາຮີເອເຊ ລູກຊາຍ​ຂອງ​ອຳມີຊັດດາຍ ທີ 11 ອາເຊ ປາກີເອນ ລູກຊາຍ​ຂອງ​ອົກກະຣັນ ທີ 12 ເນັບທາລີ ອາຮີຣາ ລູກຊາຍ​ຂອງ​ເອນັນ. ຫົວໜ້າ​ແຕ່ລະຄົນ​ໄດ້​ນຳ​ເຄື່ອງ​ຖວາຍ​ຢ່າງ​ດຽວກັນ​ມາ​ດັ່ງນີ້: ຊາມ​ເງິນ​ໜຶ່ງ​ໃບ ໜັກ 1.500 ກຼາມ, ອ່າງ​ເງິນ​ໃບ​ໜຶ່ງ ໜັກ 800 ກຼາມ ໂດຍ​ໄດ້​ຄິດໄລ່​ຕາມ​ອັດຕາຊັ່ງ​ຂອງ​ສຳນັກ​ນະມັດສະການ, ຊາມ​ແລະ​ອ່າງ​ທັງສອງ​ໃບ​ເຕັມ​ດ້ວຍ​ແປ້ງ ປົນ​ກັບ​ນໍ້າມັນ​ໝາກກອກເທດ ຕາມ​ລະບຽບ​ການ​ຖວາຍ​ພືດຜົນ​ເປັນເມັດ; ຈານ​ຄຳ​ໜຶ່ງ​ໃບ, ໜັກ 110 ກຼາມ, ໃສ່​ເຄື່ອງຫອມ​ມາ​ພ້ອມ; ງົວເຖິກ​ໜຸ່ມ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ, ລູກແກະເຖິກ ອາຍຸ​ໜຶ່ງ​ປີ​ໂຕໜຶ່ງ​ສຳລັບ​ເຜົາບູຊາ; ແບ້ເຖິກ​ໂຕໜຶ່ງ​ສຳລັບ​ຖວາຍບູຊາ​ລຶບລ້າງ​ບາບ; ງົວເຖິກ​ສອງ​ໂຕ, ແກະເຖິກ ຫ້າ​ໂຕ, ແບ້ເຖິກ​ຫ້າ​ໂຕ ແລະ​ລູກແກະເຖິກ​ຫ້າ​ໂຕ ອາຍຸ​ໜຶ່ງ​ປີ ສຳລັບ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.


ແລ້ວ​ບັນດາ​ຫົວໜ້າ​ຕະກຸນ​ທັງຫລາຍ ທີ່​ເປັນ​ຜູ້ນຳ​ໃນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ຄື​ພວກ​ທີ່​ຮັບຜິດຊອບ​ໃນ​ການ​ຈົດ​ສຳມະໂນຄົວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka