Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 1:47 - ພຣະຄຳພີສັກສິ

47 ພວກ​ເລວີ​ບໍ່ໄດ້​ຖືກ​ຈົດຊື່​ເຂົ້າ​ກັບ​ເຜົ່າ​ອື່ນໆ

Uka jalj uñjjattʼäta Copia luraña




ຈົດບັນຊີ 1:47
12 Jak'a apnaqawi uñst'ayäwi  

ຍ້ອນ​ໂຢອາບ​ບໍ່​ເຫັນ​ພ້ອມ​ກັບ​ຄຳສັ່ງ​ຂອງ​ກະສັດ ເພິ່ນ​ຈຶ່ງ​ບໍ່ໄດ້​ນັບ​ຈຳນວນ​ຄົນ​ໃນ​ເຜົ່າເລວີ ແລະ​ເຜົ່າ​ເບັນຢາມິນ.


ແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ທີ່​ເປັນ​ທະຫານ​ໄດ້.


ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ,


ແຕ່​ໃຫ້​ພວກເຂົາ​ກຳ​ກັບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ, ແລະ​ກຳ​ກັບ​ເຄື່ອງໃຊ້​ປະຈຳ​ແລະ​ສິ່ງຂອງ​ໃນນັ້ນ​ທັງໝົດ; ພວກເຂົາ​ຈະ​ແບກຫາມ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ​ສັກສິດ ຕະຫລອດ​ທັງ​ຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຕັ້ງ​ທີ່ພັກ​ອ້ອມຮອບ​ທີ່​ນັ້ນ​ດ້ວຍ.


ສ່ວນ​ຊາວ​ເລວີ​ບໍ່ໄດ້​ຖືກ​ຈົດ​ຊື່​ລວມ​ເຂົ້າ​ນຳ​ພວກ​ອິດສະຣາເອນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ກັບ​ໂມເຊ.


ຕໍ່ໄປນີ້​ແມ່ນ​ຄົນ​ໃນ​ຄອບຄົວ​ຂອງ​ອາໂຣນ​ແລະ​ໂມເຊ ຄາວ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ຢູ່​ເທິງ​ພູເຂົາ​ຊີນາຍ.


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ ພຣະເຈົ້າຢາເວ​ໄດ້ສັ່ງ​ໂມເຊ​ໃຫ້​ຈົດ​ຈຳນວນພົນ​ຊາວ​ເລວີ ຕາມ​ຕະກຸນ​ແລະ​ຕາມ​ຄອບຄົວ ໂດຍ​ໃຫ້​ນັບ​ເອົາ​ແຕ່​ຜູ້ຊາຍ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ ແລະ​ໂມເຊ​ກໍໄດ້​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້ສັ່ງ.


ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ໂມເຊ. ຄົນເລວີ​ແຕ່ລະຄົນ​ໄດ້ຮັບ​ຄຳແນະນຳ​ໂດຍ​ສະເພາະ​ກ່ຽວກັບ​ໜ້າທີ່ ຊຶ່ງ​ພວກເຂົາ​ຕ້ອງ​ເຮັດ​ແລະ​ສິ່ງ​ທີ່​ພວກເຂົາ​ຕ້ອງ​ແບກຫາມ ແລະ​ໂມເຊ​ກໍໄດ້​ຈົດ​ບັນຊີ​ແຕ່ລະຄົນ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka