Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 1:4 - ພຣະຄຳພີສັກສິ

4 ຈົ່ງ​ຂໍ​ເອົາ​ຫົວໜ້າ​ທຸກໆ​ຕະກຸນ​ຂອງ​ແຕ່ລະເຜົ່າ​ໃຫ້​ຊ່ວຍ​ພວກເຈົ້າ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 1:4
19 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ເຊີນ​ບັນດາ​ຜູ້ນຳ​ເຜົ່າ​ກັບ​ຕະກຸນ​ຕ່າງໆ ຂອງ​ຊາດ​ອິດສະຣາເອນ​ທັງໝົດ​ມາ​ປະຊຸມກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ນຳ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຈາກ​ພູເຂົາ​ຊີໂອນ​ເມືອງ​ຂອງ​ດາວິດ ໄປ​ທີ່​ພຣະວິຫານ.


ແຕ່​ນອກຈາກນີ້ ເຈົ້າ​ຄວນ​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ບາງຄົນ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ໜຶ່ງພັນ​ຄົນ, ໜຶ່ງຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ. ພວກ​ຜູ້ປົກຄອງ​ນັ້ນ​ຈະ​ຕ້ອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ ທັງ​ໄວ້ວາງໃຈ​ໄດ້​ແລະ​ບໍ່​ກິນ​ສິນບົນ.


ແລະ​ໄດ້​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ຈາກ​ຊາວ​ອິດສະຣາເອນ​ທັງໝົດ. ເພິ່ນ​ໄດ້​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ພັນ​ຄົນ, ຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ.


ແລະ​ໃຫ້​ຂຽນ​ຊື່​ອາໂຣນ​ໃສ່​ເທິງ​ໄມ້ຄ້ອນເທົ້າ​ຂອງ​ເຜົ່າເລວີ. ຫົວໜ້າ​ແຕ່ລະເຜົ່າ​ຈະ​ມີ​ໄມ້ຄ້ອນເທົ້າ​ອັນ​ໜຶ່ງ.


ຊາຍ​ອິດສະຣາເອນ​ທີ່​ຖືກ​ຂ້າ​ຕາຍ​ພ້ອມ​ກັບ​ຍິງ​ມີດີອານ​ນັ້ນ​ຊື່​ວ່າ ຊິມຣີ ລູກຊາຍ​ຂອງ​ສາລູ ຫົວໜ້າ​ຄອບຄົວ​ໃນ​ເຜົ່າ​ຊີເມໂອນ.


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ໃຫ້​ຈັບ​ບັນດາ​ຫົວໜ້າ​ຂອງ​ຊາດ​ອິດສະຣາເອນ​ທັງໝົດ​ມາ​ປະຫານ​ຊີວິດ​ຕໍ່ໜ້າ​ຄົນ​ທັງຫລາຍ. ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ຈະ​ບໍ່​ໂກດຮ້າຍ​ຊາວ​ອິດສະຣາເອນ​ຕໍ່ໄປ.”


ໂມເຊ​ໄດ້​ກ່າວ​ແກ່​ບັນດາ​ຜູ້ນຳ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ​ວ່າ, ນີ້​ເປັນ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄດ້ສັ່ງ​ໄວ້​ຄື:


ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ໂມເຊ​ແລະ​ອາໂຣນ​ພ້ອມ​ດ້ວຍ​ບັນດາ​ຜູ້ນຳ​ຂອງ​ຊຸມຊົນ​ອິດສະຣາເອນ ໄດ້​ຈົດ​ຈຳນວນພົນ​ຊາວ​ເລວີ​ໃນ​ສາມ​ຕະກຸນ ດັ່ງນີ້: ໂກຮາດ, ເກໂຊນ ແລະ​ເມຣາຣີ. ການ​ຈົດ​ຈຳນວນພົນ​ນີ້​ໄດ້​ນັບ​ເອົາ​ຕາມ​ຕະກຸນ​ຍ່ອຍ​ແລະ​ຕາມ​ຄອບຄົວ ໂດຍ​ຈົດ​ຊື່​ຄົນ​ອາຍຸ​ຕັ້ງແຕ່​30 ປີ ຫາ 50 ປີ ຄື: ຜູ້​ທີ່​ມີ​ຄຸນສົມບັດ​ເຮັດ​ໜ້າທີ່​ຮັບໃຊ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ: ຕະກຸນ ຈຳນວນ ໂກຮາດ 2.750 ຄົນ ເກໂຊນ 2.630 ຄົນ ເມຣາຣີ 3.200 ຄົນ ລວມ: 8.580 ຄົນ


ແລ້ວ​ບັນດາ​ຫົວໜ້າ​ຕະກຸນ​ທັງຫລາຍ ທີ່​ເປັນ​ຜູ້ນຳ​ໃນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ຄື​ພວກ​ທີ່​ຮັບຜິດຊອບ​ໃນ​ການ​ຈົດ​ສຳມະໂນຄົວ


ດັ່ງນັ້ນ ເພື່ອ​ນຳພາ​ພວກເຈົ້າ ຂ້າພະເຈົ້າ​ຈຶ່ງ​ໄດ້​ແຕ່ງຕັ້ງ​ບັນດາ​ຜູ້ນຳ ທີ່​ສະຫລຽວ​ສະຫລາດ​ແລະ​ມີ​ປະສົບການ ທີ່​ພວກເຈົ້າ​ໄດ້​ເລືອກ​ມາ​ຈາກ​ແຕ່ລະເຜົ່າ​ຂອງ​ພວກເຈົ້າ ແລະ​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຂົາ​ເບິ່ງແຍງ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ໃຫ້​ບາງຄົນ​ຮັບຜິດຊອບ​ພັນ​ຄົນ, ບາງຄົນ​ຮັບຜິດຊອບ​ຮ້ອຍ​ຄົນ, ບາງຄົນ​ຮັບຜິດຊອບ​ຫ້າສິບ​ຄົນ ແລະ​ບາງຄົນ​ຮັບຜິດຊອບ​ສິບ​ຄົນ. ນອກຈາກນີ້ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ເຈົ້າໜ້າທີ່​ອື່ນໆ​ຕາມ​ເຜົ່າ​ຕ່າງໆ​ອີກ​ດ້ວຍ.


ມີ​ພວກ​ຜູ້ນຳ​ສິບ​ຄົນ​ຈາກ​ແຕ່ລະເຜົ່າ​ໄປ​ກັບ​ຟີເນຮາ; ຜູ້ນຳ​ເຫຼົ່ານີ້ ລ້ວນ​ແລ້ວ​ແຕ່​ເປັນ​ຫົວໜ້າ​ຄອບຄົວ​ໃນ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka