Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 1:3 - ພຣະຄຳພີສັກສິ

3 ແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ທີ່​ເປັນ​ທະຫານ​ໄດ້.

Uka jalj uñjjattʼäta Copia luraña




ຈົດບັນຊີ 1:3
16 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ລາຍງານ​ຕໍ່​ກະສັດ​ຈຳນວນ​ປະຊາຊົນ​ທັງໝົດ​ທີ່​ເປັນ​ທະຫານ​ໄດ້ ມີ​ດັ່ງນີ້: ແປດແສນ​ຄົນ ໃນ​ດິນແດນ​ອິດສະຣາເອນ​ແລະ ຫ້າແສນ​ຄົນ​ໃນ​ດິນແດນ​ຢູດາຍ.


ໃນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ເຄິ່ງເຜົ່າ ມີ​ທະຫານ​ທີ່​ຝຶກແອບ​ຢ່າງດີ​ໃນ​ການ​ໃຊ້​ໂລ້, ດາບ ແລະ​ທະນູ​ຈຳນວນ​ສີ່ສິບ​ສີ່ພັນ​ເຈັດຮ້ອຍ​ຫົກສິບ​ຄົນ.


ກະສັດ​ອາມາຊີຢາ​ໄດ້​ເກນ​ເອົາ​ຜູ້ຊາຍ​ທັງໝົດ​ຈາກ​ເຜົ່າຢູດາ​ແລະ​ເຜົ່າ​ເບັນຢາມິນ​ເຂົ້າ​ເປັນ​ທະຫານ​ໃນ​ກອງທັບ ຕາມ​ຕະກຸນ​ຂອງ​ພວກເຂົາ ແລະ​ຕັ້ງ​ນາຍ​ທະຫານ​ບັນຊາການ​ປະຈຳ​ກອງພັນ​ແລະ​ກອງຮ້ອຍ. ການ​ເກນ​ນີ້​ໄດ້​ລວມເອົາ​ຜູ້ຊາຍ​ທັງໝົດ ຕັ້ງແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ຊຶ່ງ​ລວມ​ແລ້ວ​ມີ​ສາມແສນ​ຄົນ. ພວກເຂົາ​ເປັນ​ທະຫານ​ທີ່​ໄດ້​ຖືກ​ຄັດເລືອກ​ເອົາ​ສະເພາະ​ໃຫ້​ຕຽມພ້ອມ​ເພື່ອ​ສູ້ຮົບ ແລະ​ຊຳນິ​ຊຳນານ​ໃນ​ການ​ໃຊ້​ຫອກ​ແລະ​ໃຊ້​ໂລ້.


ຈົ່ງ​ຖື​ຮັກສາ​ພິທີ​ກິນ​ເຂົ້າຈີ່ ບໍ່ມີ​ເຊື້ອແປ້ງ​ນີ້​ໄວ້ ເພາະ​ໃນວັນນີ້​ເອງ ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ເອຢິບ. ຈົ່ງ​ຖື​ວັນນີ້​ເປັນ​ວັນ​ສະຫລອງ​ປະຈຳ​ປີ​ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ​ຄົນ.


ທຸກໆ​ຄົນ​ທີ່​ໄດ້​ນັບ​ເຂົ້າ​ໃນ​ການ​ຈົດ​ທະບຽນ​ຄອບຄົວ ຄື​ຜູ້​ທີ່​ມີ​ອາຍຸ​ຕັ້ງແຕ່ 20 ປີ ຂຶ້ນ​ໄປ ຕ້ອງ​ຈ່າຍ​ເງິນ​ຕາມ​ຈຳນວນ​ນີ້​ແກ່​ພຣະເຈົ້າຢາເວ.


ເງິນ​ຈຳນວນ​ນີ້​ໄດ້​ເທົ່າ​ກັບ​ຈຳນວນ​ເງິນ ທີ່​ທຸກຄົນ​ໄດ້​ຈ່າຍ​ໃຫ້​ຕາມ​ສຳມະໂນຄົວ ຄື​ແຕ່ລະຄົນ​ໄດ້​ຈ່າຍ​ຕາມ​ອັດຕາ​ຂອງ​ສຳນັກ​ນະມັດສະການ. ເມື່ອ​ສຳຫລວດ​ເບິ່ງ​ແລ້ວ ຕົວເລກ​ຂອງ​ການ​ຈົດທະບຽນ​ຄອບຄົວ​ມີ 603.550 ຄົນ ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ.


ພວກເຈົ້າ​ຈະ​ຕາຍ​ແລະ​ຊາກສົບ​ຂອງ​ພວກເຈົ້າ​ຈະ​ກະຈັດ​ກະຈາຍ ທົ່ວ​ຖິ່ນ​ແຫ້ງແລ້ງ​ກັນດານ. ຍ້ອນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ເຮົາ ຄົນ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ໃນ​ພວກເຈົ້າ ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເດັດຂາດ.


“ຈົ່ງ​ຈົດ​ຈຳນວນ​ຜູ້ຊາຍ​ທັງໝົດ​ໃນ​ແຕ່ລະ​ຄອບຄົວ​ຂອງ​ຊຸມຊົນ​ອິດສະຣາເອນ ຜູ້​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ແລະ​ເປັນ​ທະຫານ​ໄດ້.”


‘ເຮົາ​ຂໍ​ສາບານ​ວ່າ ເພາະ​ພວກເຂົາ​ບໍ່ໄດ້​ສັດຊື່​ຕໍ່​ເຮົາ ບໍ່ມີ​ຊາຍ​ຄົນໃດ​ໃນ​ພວກເຂົາ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ.’


ເລື່ອງລາວ​ຕໍ່ໄປນີ້​ແມ່ນ​ຊື່​ບ່ອນ​ຕ່າງໆ ຊຶ່ງ​ຊາວ​ອິດສະຣາເອນ​ໄດ້​ຕັ້ງ​ຄ້າຍພັກ​ອາໄສ​ຢູ່​ຫລັງຈາກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ຕາມ​ເຜົ່າ​ຂອງ​ໃຜ​ລາວ ພາຍໃຕ້​ການ​ນຳພາ​ຂອງ​ໂມເຊ​ແລະ​ອາໂຣນ.


ເພິ່ນ​ໄດ້​ຈົດ​ຊື່​ຜູ້ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ຕັ້ງແຕ່ 30 ປີ​ຫາ 50 ປີ ຄື: ພວກ​ທີ່​ມີ​ຄຸນສົມບັດ​ເຮັດ​ໜ້າທີ່​ຮັບໃຊ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.


“ເມື່ອ​ຊາຍ​ຜູ້ໜຶ່ງ​ຫາ​ກໍ​ແຕ່ງງານ ຢ່າ​ເກນ​ເອົາ​ລາວ​ເຂົ້າ​ເປັນ​ທະຫານ ຫລື​ຮັບ​ໜ້າທີ່​ໃດໆ​ຕໍ່​ປະຊາຊົນ; ໃຫ້​ລາວ​ພັກ​ຢູ່​ບ້ານ​ໜຶ່ງ​ປີ​ເພື່ອ​ຈະ​ໄດ້​ເຮັດ​ໃຫ້​ເມຍ​ມີ​ຄວາມສຸກ.


ໃນ​ເວລາ​ດຽວກັນ​ນັ້ນ ຂ້າພະເຈົ້າ​ໄດ້​ໃຫ້​ຄຳແນະນຳ​ພວກເຂົາ​ດັ່ງນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມອບ​ເຂດແດນ ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນີ້​ໃຫ້​ພວກເຈົ້າ​ຢຶດຄອງ. ບັດນີ້ ຈົ່ງ​ປະກອບ​ອາວຸດ​ໃຫ້​ພວກ​ນັກຮົບ​ຂອງ​ພວກເຈົ້າ ແລະ​ໃຊ້​ພວກເຂົາ​ໃຫ້​ຂ້າມ​ແມ່ນໍ້າ​ຈໍແດນ ອອກ​ໜ້າ​ເຜົ່າ​ອື່ນໆ​ຂອງ​ຊາດ​ອິດສະຣາເອນ ເພື່ອ​ໄປ​ຊ່ວຍ​ຢຶດຄອງ​ດິນແດນ​ໃຫ້​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka