Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 1:20 - ພຣະຄຳພີສັກສິ

20-46 ຜູ້ຊາຍ​ແຕ່​ຊາວ​ປີ​ຂຶ້ນ​ໄປ​ທີ່​ເປັນ​ທະຫານ​ໄດ້ ກໍ​ຖືກ​ຈົດ​ຊື່​ໄວ້​ຕາມ​ຕະກຸນ​ແລະ​ຕາມ​ຄອບຄົວ ໂດຍ​ເລີ່ມ​ແຕ່​ເຜົ່າ​ຣູເບັນ​ລູກຊາຍ​ຂອງ​ຢາໂຄບ​ເປັນ​ຕົ້ນ​ໄປ. ຈຳນວນພົນ​ທັງໝົດ​ມີ​ດັ່ງນີ້: ຊື່​ເຜົ່າ ຈຳນວນ ຣູເບັນ 46.500 ຄົນ ຊີເມໂອນ 59.300 ຄົນ ກາດ 45.650 ຄົນ ຢູດາ 74.600 ຄົນ ອິດຊາຄາ 54.400 ຄົນ ເຊບູໂລນ 57.400 ຄົນ ເອຟຣາອິມ 40.500 ຄົນ ມານາເຊ 32.200 ຄົນ ເບັນຢາມິນ 35.400 ຄົນ ດານ 62.700 ຄົນ ອາເຊ 41.500 ຄົນ ເນັບທາລີ 53.400 ຄົນ ລວມ 603.550 ຄົນ

Uka jalj uñjjattʼäta Copia luraña




ຈົດບັນຊີ 1:20
8 Jak'a apnaqawi uñst'ayäwi  

ນາງ​ເລອາ​ໄດ້​ຕັ້ງ​ທ້ອງ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ນາງ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ໄດ້​ເຫັນ​ຄວາມ​ທຸກ​ລຳບາກ​ໃຈ​ຂອງຂ້ອຍ ແລະ​ບັດນີ້ ຜົວ​ຄົງ​ຈະ​ຮັກ​ຂ້ອຍ.” ດັ່ງນັ້ນ ນາງ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ ຣູເບັນ.


ລູກຊາຍ​ທີ່​ເກີດ​ຈາກ​ນາງ​ເລອາ ມີ​ດັ່ງນີ້: ຣູເບັນ​ຜູ້​ເປັນ​ອ້າຍກົກ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະ​ເຊບູໂລນ.


ແລະ​ພວກ​ລູກຊາຍ​ຂອງ​ຣູເບັນ​ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະ​ການໝີ.


ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ຣູເບັນ​ຜູ້​ເປັນ​ລູກຊາຍກົກ​ຂອງ​ຢາໂຄບ. (ຍ້ອນ​ຣູເບັນ​ໄດ້​ລັກ​ນອນ​ນຳ​ເມຍນ້ອຍ​ຄົນ​ໜຶ່ງ​ຂອງ​ພໍ່​ຕົນ ລາວ​ຈຶ່ງ​ໄດ້​ສູນເສຍ​ສິດ​ການ​ເປັນ​ອ້າຍ​ກົກ ແລະ​ສິດ​ນັ້ນ​ໄດ້​ຖືກ​ມອບໝາຍ​ໃຫ້​ແກ່​ໂຢເຊັບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka