19 ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. ໂມເຊໄດ້ຈົດຊື່ປະຊາຊົນນີ້ຢູ່ໃນຖິ່ນແຫ້ງແລ້ງກັນດານຊີນາຍ.
ກະສັດໂຊໂລໂມນໄດ້ຈົດສຳມະໂນຄົວຊາວຕ່າງດ້າວທຸກຄົນທີ່ອາໄສຢູ່ໃນດິນແດນອິດສະຣາເອນ ເໝືອນກັນກັບກະສັດດາວິດພໍ່ຂອງຕົນໄດ້ເຮັດມາ. ຊາວຕ່າງດ້າວທັງໝົດມີໜຶ່ງແສນຫ້າສິບສາມພັນຫົກຮ້ອຍຄົນ.
ໂມເຊກໍເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
ເມື່ອທຸກໆຄັ້ງທີ່ພວກເຂົາເຂົ້າໄປໃນຫໍເຕັນບ່ອນຊຸມນຸມ ຫລືເຂົ້າໄປໃກ້ທີ່ແທ່ນບູຊາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ນັ້ນທຸກປະການ.
“ໃຫ້ເຈົ້າແລະອາໂຣນຈົດຈຳນວນພົນຊາວອິດສະຣາເອນ ຕາມຕະກຸນແລະຕາມຄອບຄົວ ໃຫ້ຈົດລາຍຊື່ຜູ້ຊາຍທັງໝົດ
ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ເຮັດທຸກໆສິ່ງ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງປະຕິບັດຕາມ ທີ່ພຣະເຈົ້າຢາເວໄດ້ສັ່ງກັບໂມເຊໄວ້ທຸກປະການ. ແຕ່ລະຄົນໃນພວກເຂົາໄດ້ຕັ້ງຄ້າຍພັກຢູ່ພາຍໃຕ້ທຸງໄຊຂອງຕົນ ແລະຍົກອອກໄປຕາມຕະກຸນຂອງຕົນ.
ໂມເຊແລະເອເລອາຊາເປັນຜູ້ຈົດທະບຽນຕະກຸນຕ່າງໆເຫຼົ່ານີ້ ເມື່ອເພິ່ນໄດ້ເຮັດສຳມະໂນຄົວຊາວອິດສະຣາເອນທີ່ທົ່ງພຽງໂມອາບ ຊຶ່ງຢູ່ອີກຟາກໜຶ່ງຂອງແມ່ນໍ້າຈໍແດນກົງກັນຂ້າມເມືອງເຢຣິໂກ.
ມອບໃຫ້ອາໂຣນແລະພວກລູກຊາຍຂອງລາວ ຕາມຄຳສັ່ງຂອງພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ແລ້ວ.