Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 1:1 - ພຣະຄຳພີສັກສິ

1 ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສອງ​ໃນ​ປີ​ທີ​ສອງ ຫລັງຈາກ​ທີ່​ປະຊາຊົນ​ອິດສະຣາເອນ​ອອກ​ຈາກ​ປະເທດ​ເອຢິບ​ແລ້ວ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ວ່າ,

Uka jalj uñjjattʼäta Copia luraña




ຈົດບັນຊີ 1:1
15 Jak'a apnaqawi uñst'ayäwi  

ຫລັງຈາກ​ທີ່​ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ເປັນ​ເວລາ​ສີ່ຮ້ອຍ​ແປດສິບ​ປີ​ແລ້ວ ໃນ​ຣາຊການ​ປີ​ທີ​ສີ່ ຂອງ​ກະສັດ​ໂຊໂລໂມນ​ແຫ່ງ​ຊາດ​ອິດສະຣາເອນ ຄື​ເດືອນ​ທີ​ສອງ​ອັນ​ກົງ​ກັບ​ເດືອນ​ຊີເຟ ​ເພິ່ນ​ໄດ້​ເລີ່ມຕົ້ນ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ຊາວ​ອິດສະຣາເອນ​ໄດ້​ຍົກຍ້າຍ​ໄປ​ຈາກ ເຣຟີດີມ ແລະ​ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ສາມ ຫລັງຈາກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ກໍໄດ້​ເດີນທາງ​ມາ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ໃນ​ທີ່ນັ້ນ​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຕີນ​ພູເຂົາ​ຊີນາຍ


ເຮົາ​ຈະ​ພົບ​ກັບ​ເຈົ້າ​ຢູ່​ທີ່​ເທິງ​ຝາອັດ​ຫີບ​ນັ້ນ ຄື​ຢູ່​ລະຫວ່າງ​ເທິງ​ປີກ​ທັງສອງ​ຂອງ​ເຄຣຸບ; ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ກົດບັນຍັດ​ຕ່າງໆ​ຂອງເຮົາ​ແກ່​ປະຊາຊົນ​ອິດສະຣາເອນ.


ດັ່ງນັ້ນ ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທຳອິດ​ຂອງ​ປີ​ທີ​ສອງ ຫລັງຈາກ​ພວກເຂົາ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ກໍໄດ້​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ.


“ໃນ​ມື້ທຳອິດ​ຂອງ​ເດືອນ​ທີ​ໜຶ່ງ ຈົ່ງ​ຕັ້ງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ​ຂຶ້ນ.


ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ ຈາກ​ຫໍເຕັນ​ບ່ອນ​ຊຸມນຸມ


ອັນ​ນີ້​ແມ່ນ​ຂໍ້ຄຳສັ່ງ​ຕ່າງໆ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ສຳລັບ​ປະຊາຊົນ​ອິດສະຣາເອນ.


ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເອີ້ນ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ມາ ແລະ​ໄດ້​ຈົດ​ຊື່​ພວກເຂົາ​ທັງໝົດ​ຕາມ​ຕະກຸນ ແລະ​ຕາມ​ຄອບຄົວ. ຜູ້ຊາຍ​ອິດສະຣາເອນ​ທຸກຄົນ ຕັ້ງແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ໄດ້​ຖືກ​ຈົດ​ຊື່ ແລະ​ຖືກ​ນັບ​ໄວ້


ໃນ​ທັນໃດນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ, ອາໂຣນ ແລະ​ມີຣີອາມ​ວ່າ, “ໃຫ້​ພວກເຈົ້າ​ທັງ​ສາມ​ຄົນ​ອອກ​ມາ​ຈາກ​ຫໍເຕັນ​ບ່ອນ​ຊຸມນຸມ.” ທັງ​ສາມ​ຈຶ່ງ​ອອກ​ມາ


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ ເມື່ອ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ທີ​ສອງ ຫລັງຈາກ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ອອກ​ຈາກ​ປະເທດ​ເອຢິບ. ພຣະອົງ​ກ່າວ​ວ່າ,


ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສິບເອັດ​ໃນ​ປີ​ທີ​ສີ່ສິບ ຫລັງຈາກ​ຊາວ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂມເຊ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ທຸກໆ​ສິ່ງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ​ໃຫ້​ພວກເຂົາ​ປະຕິບັດ.


ເຫດການ​ນີ້​ໄດ້​ເກີດຂຶ້ນ 38 ປີ​ຜ່ານ​ມາ​ແລ້ວ ຫລັງຈາກ​ທີ່​ພວກເຮົາ​ໄດ້​ໜີ​ມາ​ຈາກ​ກາເດັດ​ບາກເນອາ. ນັກຮົບ​ທັງໝົດ​ໃນ​ລຸ້ນ​ນັ້ນ ໄດ້​ຕາຍໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.


ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ. ພຣະອົງ​ເບິ່ງແຍງ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ທ່ອງທ່ຽວ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ກວ້າງໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ພວກເຈົ້າ​ເປັນ​ເວລາ​ສີ່ສິບ​ປີ ແລະ​ພວກເຈົ້າ​ກໍ​ມີ​ທຸກໆ​ສິ່ງ​ທີ່​ຈຳເປັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka