ເນເຫມີຢາ 9:8 - ພຣະຄຳພີສັກສິ8 ພຣະອົງຮູ້ວ່າເພິ່ນສັດຊື່ຕໍ່ພຣະອົງ ແລະໄດ້ຕັ້ງພັນທະສັນຍາໄວ້ກັບເພິ່ນ. ຄືຈະມອບດິນແດນຂອງຊາວການາອານ ຂອງຊາວຮິດຕີແລະຊາວອາໂມດ້ວຍ ຂອງຊາວເປຣີຊີພ້ອມຊາວເຢບຸດແດ່ ແລະຂອງເກີດກາຊີໃຫ້ເປັນຂອງພວກເພິ່ນ; ຄືດິນແດນທີ່ເຊື້ອສາຍຂອງເພິ່ນຢູ່ອາໄສ ພຣະອົງຮັກສາຄຳສັນຍາເພາະຊົງສັດຊື່. Uka jalj uñjjattʼäta |
“ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ນຳພາພວກເຈົ້າໄປສູ່ດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງ ແລະພຣະອົງຈະຂັບໄລ່ຫລາຍຊົນຊາດໃຫ້ອອກໜີໄປ. ເມື່ອພວກເຈົ້າບຸກເຂົ້າໄປນັ້ນ ພຣະອົງຈະຂັບໄລ່ເຈັດຊົນຊາດໃຫຍ່ ແລະມີອຳນາດກວ່າພວກເຈົ້າອອກໄປ ດັ່ງນີ້: ຊາວຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະເຢບຸດ.
ບໍ່ແມ່ນເພາະພວກເຈົ້າເປັນຄົນຊອບທຳແລະເຮັດຖືກຕ້ອງ ທີ່ກຳລັງຈະເຂົ້າໄປໃນດິນແດນຂອງພວກເຂົາ. ແຕ່ເພາະພວກເຂົາຊົ່ວຮ້າຍ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈຶ່ງຈະຂັບໄລ່ພວກເຂົາອອກໄປຕໍ່ໜ້າພວກເຈົ້າ, ແລະເພື່ອຢາກຮັກສາພັນທະສັນຍາ ທີ່ພຣະເຈົ້າຢາເວໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າຄື: ອັບຣາຮາມ, ອີຊາກ ແລະຢາໂຄບ.
ໄຊຊະນະຂອງຊາວອິດສະຣາເອນ ໄດ້ຊ່າລືໄປຈົນເຖິງກະສັດທັງໝົດ ທີ່ທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ດັ່ງນີ້: ພວກທີ່ຢູ່ຕາມເນີນພູ, ຕາມຕີນພູ, ຕາມທົ່ງຮາບພຽງ ແລະຕາມຝັ່ງທະເລເມດີແຕຣາເນທາງເໜືອຈົນເຖິງເລບານອນ. ພວກນີ້ແມ່ນກະສັດຂອງຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ.