Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 9:6 - ພຣະຄຳພີສັກສິ

6 ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ພາວັນນາ​ອະທິຖານ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເທົ່ານັ້ນ ພຣະອົງ​ເທົ່ານັ້ນ; ພຣະອົງ​ໄດ້​ຊົງສ້າງ​ສະຫວັນ, ຟ້າ​ສະຫວັນ​ທີ່​ສູງສຸດ ພ້ອມທັງ​ບໍລິວານ​ຂອງ​ຟ້າ​ສະຫວັນ​ທຸກຢ່າງ​ທັງໝົດ, ແຜ່ນດິນ​ໂລກ​ກັບ​ທະເລ ແລະ​ທຸກໆສິ່ງ​ທີ່​ຢູ່​ໃນ​ນັ້ນ; ພຣະອົງ​ຊົງ​ພິທັກ​ຮັກສາ​ສິ່ງ​ເຫຼົ່ານັ້ນ​ທັງໝົດ ທຸກສິ່ງ​ໃນ​ສະຫວັນ​ກໍ​ນະມັດສະການ​ພຣະອົງ.

Uka jalj uñjjattʼäta Copia luraña




ເນເຫມີຢາ 9:6
43 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າ​ຕັ້ງຕົ້ນ​ນິຣະມິດ​ສ້າງ​ຈັກກະວານ


ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ນໍ້າ​ທີ່​ຢູ່​ລຸ່ມ​ທ້ອງຟ້າ​ມາ​ໂຮມ​ກັນ​ຢູ່​ບ່ອນ​ດຽວ ເພື່ອ​ພື້ນດິນ​ແຫ້ງ​ຈະ​ໄດ້​ປາກົດ​ຂຶ້ນ.” ແລະ​ກໍ​ເປັນ​ດັ່ງນັ້ນ.


ດັ່ງນັ້ນ ຈັກກະວານ​ແລະ​ແຜ່ນດິນ​ໂລກ ກັບ​ສັບພະ​ທຸກສິ່ງ​ທັງໝົດ​ທີ່​ມີ​ຢູ່​ໃນ​ນັ້ນ​ກໍ​ສຳເລັດ​ເສັດສິ້ນ.


ພໍ​ເຫັນ​ເທວະດາ​ຕົນ​ນັ້ນ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ນີ້​ແມ່ນ​ຄ້າຍ​ຂອງ​ພຣະເຈົ້າ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ບ່ອນ​ນັ້ນ​ວ່າ ມະຫານາອິມ.


ແລະ​ມີກາອີຢາ​ໄດ້ກ່າວ​ວ່າ, “ສະນັ້ນ ຂໍ​ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ເຖີດ ຂ້ານ້ອຍ​ໄດ້​ເຫັນ​ພຣະເຈົ້າຢາເວ​ນັ່ງ​ຢູ່​ເທິງ​ພຣະ​ບັນລັງ​ຂອງ​ພຣະອົງ​ໃນ​ສະຫວັນ ແລະ​ເທວະດາ​ທັງໝົດ​ກໍ​ກຳລັງ​ຢືນ​ຢູ່​ອ້ອມ​ຂ້າງ​ພຣະອົງ.


ໂອ​ພຣະເຈົ້າ​ເອີຍ ແຕ່​ພຣະອົງ​ຢາກ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້​ແທ້​ບໍ? ແມ່ນແຕ່​ຟ້າ​ສະຫວັນ​ທັງໝົດ​ກໍ​ບໍ່​ໃຫຍ່​ພໍ​ທີ່​ຈະ​ຮັບ​ພຣະອົງ​ໄດ້ ແລ້ວ​ພຣະວິຫານ​ທີ່​ຂ້ານ້ອຍ​ສ້າງ​ນີ້​ຈະ​ໃຫຍ່​ພຽງພໍ​ສຳລັບ​ພຣະອົງ​ໄດ້​ຢ່າງໃດ?


ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ພຣະອົງ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ພຣະອົງ​ເໜືອ​ເຄຣຸບ ພຣະອົງ​ເທົ່ານັ້ນ​ເປັນ​ພຣະເຈົ້າ​ທີ່​ປົກຄອງ​ທຸກ​ອານາຈັກ​ທົ່ວໂລກນີ້. ພຣະອົງ​ໄດ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ບັດນີ້ ຂໍ​ພຣະອົງ​ຊ່ວຍ​ກູ້​ເອົາ​ພວກ​ຂ້ານ້ອຍ​ຈາກ​ຊາວ​ອັດຊີເຣຍ​ດ້ວຍ​ເຖີດ ເພື່ອ​ວ່າ​ຊົນຊາດ​ຕ່າງໆ​ໃນ​ໂລກ​ຈະ​ຮູ້​ວ່າ ພຣະອົງ​ຊົງ​ເປັນ​ພຣະເຈົ້າຢາເວ​ອົງດຽວ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ.”


ແລ້ວ​ກໍ​ມີ​ການ​ຮຽກຮ້ອງ​ປະຊາຊົນ​ໃຫ້​ນະມັດສະການ​ພຣະເຈົ້າ ໂດຍ​ຊາວ​ເລວີ ມີ​ດັ່ງນີ້: ເຢຊູອາ, ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະ​ເປທາຮີຢາ. ພວກເຂົາ​ໄດ້​ເວົ້າ​ວ່າ, “ຈົ່ງ​ລຸກ​ຢືນ​ຂຶ້ນ ແລະ​ສັນລະເສີນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຈົ່ງ​ສັນລະເສີນ​ພຣະອົງ​ສືບ​ໄປ​ຊົ່ວນິຣັນດອນ ຈົ່ງ​ໃຫ້​ທຸກຄົນ​ຍົກຍໍ​ພຣະນາມ​ອັນ​ຮຸ່ງເຮືອງ​ຍິ່ງໃຫຍ່ ເຖິງ​ແມ່ນ​ວ່າ​ມະນຸດ​ນັ້ນ​ໃຫ້​ຄຳ​ຍົກຍໍ ບໍ່​ຍິ່ງໃຫຍ່​ພໍ​ສຳລັບ​ພຣະອົງ​ກໍຕາມ.”


ພຣະອົງ​ດຳລົງ​ຢູ່​ສືບໆໄປ. ພຣະອົງ​ສ້າງ​ແຜ່ນດິນ​ໂລກ​ແຕ່​ດົນນານ​ແລ້ວ ແລະ​ພຣະອົງ​ໄດ້​ສ້າງ​ຟ້າ​ສະຫວັນ ​ດ້ວຍ​ມື​ຂອງ​ພຣະອົງ​ເອງ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ກອງທັບ​ທັງຫລາຍ​ຂອງ​ພຣະອົງ​ຜູ້​ມີ​ຣິດ​ເອີຍ ຄື​ຜູ້ຮັບໃຊ້​ທີ່​ປະຕິບັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ​ນັ້ນ.


ຂໍ​ໃຫ້​ພວກເຈົ້າ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າຢາເວ ຄື​ຜູ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ.


ຄວາມ​ຊ່ວຍເຫຼືອ​ຂອງ​ພວກເຮົາ​ນັ້ນ ມາ​ຈາກ​ພຣະນາມ​ຂອງ​ພຣະເຈົ້າຢາເວ ອົງ​ຊົງ​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ.


ຜູ້​ສ້າງ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ທັງ​ທຸກສິ່ງ​ຢູ່​ໃນ​ນັ້ນ ພຣະອົງ​ຮັກສາ​ພຣະສັນຍາ​ສະເໝີ.


ແມ່ນ​ໃຜ​ທີ່​ເປັນ​ກະສັດ​ອົງ​ຊົງ​ສະຫງ່າຣາສີ? ກະສັດ​ອົງ​ຊົງ​ສະຫງ່າຣາສີ​ຄື​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.


ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະອົງ ຕາເວັນ, ເດືອນ​ແລະ​ດາວ​ກໍ​ໂດຍ​ລົມປາກ​ຂອງ​ພຣະອົງ.


ຄວາມ​ຊອບທຳ​ຂອງ​ພຣະອົງ​ນັ້ນ​ສູງສົ່ງ​ດັ່ງ​ພູເຂົາ ແລະ​ຄວາມ​ຍຸດຕິທຳ​ກໍ​ເປັນ​ດັ່ງ​ທະເລ​ເລິກ. ມວນ​ມະນຸດ​ແລະ​ຝູງສັດ​ທັງປວງ ກໍ​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງ​ພຣະເຈົ້າຢາເວ​ທັງນັ້ນ.


ພຣະອົງ​ຊົງ​ຣິດອຳນາດ​ແລະ​ເຮັດ​ສິ່ງ​ອັດສະຈັນ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.


“ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ພຣະອົງ​ນັ່ງ​ທີ່​ເທິງ​ເຄຣຸບ ພຣະອົງ​ເທົ່ານັ້ນ​ເປັນ​ພຣະເຈົ້າ​ທີ່​ປົກຄອງ​ອານາຈັກ​ທັງໝົດ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້. ພຣະອົງ​ເປັນ​ຜູ້​ໄດ້ສ້າງ​ຟ້າ​ສະຫວັນ ແລະ​ແຜ່ນດິນ​ໂລກ.


ແຕ່​ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍໂຜດ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ອັດຊີເຣຍ​ດ້ວຍ​ເຖີດ ເພື່ອ​ວ່າ​ຊົນຊາດ​ທັງໝົດ​ທີ່​ຢູ່​ໃນ​ໂລກ​ຈະ​ໄດ້​ຮູ້​ວ່າ ພຣະເຈົ້າຢາເວ​ອົງດຽວ​ແຕ່​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.”


ພຣະເຈົ້າຢາເວ​ກ່າວ​ວ່າ ເຈົ້າ​ທັງຫລາຍ​ເປັນ​ພະຍານ​ຂອງເຮົາ ເຮົາ​ໄດ້​ເລືອກ​ພວກເຈົ້າ​ໃຫ້​ມາ​ເປັນ​ຜູ້ຮັບໃຊ້ ເພື່ອ​ວ່າ​ຈະ​ໄດ້​ຮູ້ ແລະ​ຈະ​ໄດ້​ເຊື່ອ​ໃນ​ເຮົາ ເຂົ້າໃຈ​ວ່າ​ເຮົາ​ແຕ່​ຜູ້ດຽວ​ຊົງ​ເປັນ​ພຣະເຈົ້າ. ນອກຈາກ​ເຮົາ​ແລ້ວ ບໍ່ມີ​ພະ​ຕົນອື່ນ​ອີກ​ເລີຍ ບໍ່ເຄີຍ​ມີ​ມາ​ແຕ່​ໃດໆ ແລະ​ຈະ​ບໍ່ມີ​ຈັກເທື່ອ.


ພຣະເຈົ້າຢາເວ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລະ​ອົງ​ພຣະຜູ້ໄຖ່​ຂອງ​ເຂົາ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ດັ່ງນີ້: “ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ບໍ່ມີ​ພຣະເຈົ້າ​ອື່ນໃດ ນອກເໜືອ​ຈາກ​ເຮົາ​ແລ້ວ.


ພວກເຈົ້າ​ຢ່າ​ສູ່ຢ້ານ ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຮູ້​ແຕ່​ດຶກດຳບັນ​ຈົນເຖິງ​ປັດຈຸບັນ​ນີ້ ເຮົາ​ໄດ້​ບອກ​ລ່ວງໜ້າ​ເຖິງ​ທຸກສິ່ງ​ທີ່​ຈະ​ເກີດ​ມາ ພວກເຈົ້າ​ກໍ​ເປັນ​ພະຍານ​ຫຼັກຖານ​ໃຫ້​ເຮົາ​ໄດ້. ນອກຈາກ​ເຮົາ​ແລ້ວ ມີ​ພຣະເຈົ້າ​ອົງ​ໃດ​ແດ່? ຊຶ່ງ​ມີ​ຣິດອຳນາດ​ທີ່​ເຮົາ​ໄດ້ຍິນ​ມາ?”


ແມ່ນ​ເຮົາ​ທີ່​ໄດ້​ນິຣະມິດ​ສ້າງ​ໂລກນີ້​ຂຶ້ນ​ມາ ໄດ້​ສ້າງ​ມະນຸດ​ທຸກຄົນ​ໃຫ້​ອາໄສ​ຢູ່​ໃນ​ທີ່ນັ້ນ. ເຮົາ​ໄດ້​ກາງ​ຟ້າ​ສະຫວັນ​ດ້ວຍ​ຣິດອຳນາດ​ຂອງເຮົາ ຄວບຄຸມ​ຕາເວັນ ເດືອນ ແລະ​ດາວ​ດ້ວຍ.


“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສ້າງ​ຈັກກະວານ ແລະ​ແຜ່ນດິນ​ໂລກ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ; ບໍ່ມີ​ສິ່ງໃດ​ເລີຍ​ຍາກ​ສຳລັບ​ພຣະອົງ.


ເຮົາ​ໄດ້​ມອບ​ຂໍ້ຄຳສັ່ງ​ຂອງເຮົາ​ໃຫ້​ແກ່​ພວກເຂົາ ແລະ​ໄດ້​ສັ່ງສອນ​ພວກເຂົາ​ເຖິງ​ບັນດາ​ກົດບັນຍັດ​ຂອງເຮົາ ຊຶ່ງ​ນຳ​ຊີວິດ​ມາ​ສູ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ.


ໂຢນາ​ຕອບ​ວ່າ, “ຂ້ອຍ​ເປັນ​ຄົນ​ເຮັບເຣີ ຂ້ອຍ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ຜູ້​ໄດ້​ສ້າງ​ນໍ້າ​ທະເລ​ແລະ​ແຜ່ນດິນ​ໂລກ.”


ເຮົາ​ກັບ​ພຣະບິດາເຈົ້າ​ກໍ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ.”


ເມື່ອ​ໄດ້ຍິນ​ດັ່ງນັ້ນ, ແລ້ວ​ພວກເຂົາ​ທຸກຄົນ​ກໍ​ຮ່ວມ​ໃຈ​ກັນ ຍົກ​ສຽງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ວ່າ, “ຂ້າແດ່​ພຣະອົງເຈົ້າ ອົງ​ຄຸ້ມ​ຄອງ​ຈັກກະວານ ອົງ​ທີ່​ໄດ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ​ກັບ​ນໍ້າ​ທະເລ ແລະ​ທຸກໆ​ສິ່ງ​ທີ່​ມີ​ຢູ່​ໃນ​ບ່ອນ​ເຫຼົ່ານັ້ນ


ຟ້າ​ສະຫວັນ ແລະ​ຟ້າ​ສະຫວັນ​ບ່ອນ​ສູງສຸດ​ເປັນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແຜ່ນດິນ​ໂລກ​ກັບ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ກໍ​ເປັນ​ຂອງ​ພຣະອົງ​ເໝືອນກັນ.


ເຮົາ​ແລະ​ເຮົາ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ​ແທ້​ໃດ ນອກຈາກ​ເຮົາ​ນີ້​ໄປ​ບໍ່ມີ​ພະອື່ນ​ໃດ​ອີກ​ແລ້ວ; ມີ​ຜູ້ໃດ​ແດ່​ກ້າ​ຕໍ່ຕ້ານ​ແຜນການ​ຂອງເຮົາ ເຮົາ​ຂ້າ​ແລະ​ໃຫ້​ຊີວິດ ເຮັດ​ໃຫ້​ບາດເຈັບ​ແລະ​ປິ່ນປົວ​ດ້ວຍ.


ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເຖີດ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ພຣະເຈົ້າຢາເວ​ແຕ່​ອົງ​ດຽວ.


ພຣະບຸດ​ນັ້ນ ເປັນ​ແສງ​ສະທ້ອນ​ພຣະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ມີ​ສະພາບ​ເປັນ​ແບບພິມ​ດຽວກັນ​ກັບ​ພຣະອົງ ແລະ​ຊົງ​ຄໍ້າຊູ​ພິພົບ​ໂລກ​ໄວ້​ດ້ວຍ​ພຣະທຳ​ອັນ​ຊົງ​ຣິດ​ຂອງ​ພຣະອົງ, ເມື່ອ​ພຣະອົງ​ຊົງ​ຊຳລະ​ບາບກຳ​ແລ້ວ ກໍ​ຊົງ​ປະທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດທານຸພາບ​ໃນ​ທີ່​ສູງສຸດ.


ແລະ​ອີກ​ຄັ້ງ​ໜຶ່ງ ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ກົກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ​ນັ້ນ ພຣະອົງ​ໄດ້​ຊົງ​ກ່າວ​ວ່າ, “ໃຫ້​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທຸກ​ຕົນ ຕ້ອງ​ນ້ອມ​ນະມັດສະການ​ ຂາບໄຫວ້​ພຣະອົງ.”


ເທວະດາ​ຕົນ​ນັ້ນ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຍົກຍ້ອງ​ໃຫ້ກຽດ​ແກ່​ພຣະອົງ ເພາະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຕັດສິນ​ມະນຸດສະໂລກ ຈົ່ງ​ນະມັດສະການ​ພຣະອົງ ຜູ້​ທີ່​ໄດ້​ສ້າງ​ຟ້າ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ກັບ​ບໍ່​ນໍ້າພຸ​ທັງຫລາຍ.”


“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ທັງຫລາຍ ພຣະອົງ​ຊົງ​ສົມຄວນ​ທີ່​ຈະ​ໄດ້​ຮັບ ສະຫງ່າຣາສີ ກຽດຕິຍົດ ແລະ ຣິດເດດ ເພາະວ່າ​ພຣະອົງ​ໄດ້​ຊົງ​ສ້າງ​ ສັບພະທຸກສິ່ງ​ທັງປວງ. ແລະ​ສັບພະທຸກສິ່ງ​ທັງປວງ​ນັ້ນ ກໍ​ຊົງ​ສ້າງ​ຂຶ້ນ​ແລ້ວ ແລະ​ດຳລົງ​ຢູ່​ຕາມ​ຊອບ​ພຣະໄທ ຂອງ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka