Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 9:4 - ພຣະຄຳພີສັກສິ

4 ມີ​ເວທີ​ຖືກ​ຈັດ​ໄວ້​ໂດຍ​ສະເພາະ ຊຶ່ງ​ທີ່​ເທິງ​ນັ້ນ​ມີ​ຊາວ​ເລວີ​ຢືນ​ຢູ່​ດັ່ງນີ້: ເຢຊູອາ, ບານີ, ກາດມີເອນ, ເຊບານີຢາ, ບັນນີ, ເຊເຣບີຢາ, ບານີ ແລະ​ເກນານີ. ພວກເຂົາ​ຕ່າງ​ກໍ​ພາວັນນາ​ອະທິຖານ​ດ້ວຍ​ສຽງດັງ ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ເນເຫມີຢາ 9:4
13 Jak'a apnaqawi uñst'ayäwi  

ບັນດາ​ສະມາຊິກ​ຊາວ​ເລວີ​ໃນ​ຕະກຸນ​ໂກຮາດ ແລະ​ໂກຣາ​ໄດ້​ລຸກ​ຢືນ​ຂຶ້ນ ແລະ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ດ້ວຍ​ສຽງດັງ.


ຊາວ​ເລວີ: ພວກ​ທີ່​ຮັບຜິດຊອບ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ ມີ​ດັ່ງນີ້: ເຢຊູອາ, ບິນນູອີ, ກາດມີເອນ, ເຊເຣບີຢາ, ຢູດາ ແລະ​ມັດຕານີຢາ.


ຊາວ​ເລວີ​ທີ່​ໄດ້​ສືບຕໍ່​ສ້າງ​ກຳແພງ​ເມືອງ​ຫລາຍ​ຕອນ​ຂຶ້ນ​ໃໝ່ ມີ​ດັ່ງນີ້: ເຣຮຸມ​ລູກຊາຍ​ຂອງ​ບານີ​ໄດ້​ສ້າງ​ສ່ວນ​ຕໍ່ໄປ; ຮັດຊາບີຢາ ຜູ້ປົກຄອງ​ເຄິ່ງ​ໜຶ່ງ​ຂອງ​ເມືອງ​ເກອີລາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ​ໃນ​ນາມ​ຂອງ​ເມືອງ;


ເອຊະຣາ​ຢືນ​ຢູ່​ເທິງ​ເວທີ​ທີ່​ເຮັດ​ດ້ວຍ​ໄມ້ ຊຶ່ງ​ພວກເຂົາ​ສ້າງ​ຂຶ້ນ​ສຳລັບ​ໂອກາດ​ນີ້​ໂດຍ​ສະເພາະ. ພວກ​ທີ່​ຢືນ​ຢູ່​ຂ້າງ​ຂວາ​ຂອງ​ເພິ່ນ​ມີ​ດັ່ງນີ້: ມັດຕີທີຢາ, ເຊມາ, ອານາອີຢາ, ອູຣິຢາ, ຮິນກີຢາ ແລະ​ມາອາເສອີຢາ ແລະ​ພວກ​ທີ່​ຢືນ​ຢູ່​ຂ້າງ​ຊ້າຍ​ຂອງ​ເພິ່ນ​ມີ​ດັ່ງນີ້: ເປດາອີຢາ, ມີຊາເອນ, ມັນກີຢາ, ຮາຊຸມ, ຮັດຊະບັດດານາ, ເຊກາຣີຢາ ແລະ​ເມຊຸນລຳ.


ແລ້ວ​ພວກເຂົາ​ກໍ​ພ້ອມ​ກັນ​ລຸກ​ຢືນ​ຂຶ້ນ​ກັບ​ທີ່ ແລະ​ຊາວ​ເລວີ​ກໍ​ອະທິບາຍ​ກົດບັນຍັດ​ສູ່​ພວກເຂົາ​ຟັງ ຄົນເລວີ​ນັ້ນ​ມີ​ດັ່ງນີ້: ເຢຊູອາ, ບານີ, ເຊເຣບີຢາ, ຢາມິນ, ອັກກຸບ, ຊັບເບທາຍ, ໂຮດີຢາ, ມາອາເສອີຢາ, ເກລີຕາ, ອາຊາຣີຢາ, ໂຢຊາບັດ, ຮານານ ແລະ​ເປລາອີຢາ.


ແລ້ວ​ກໍ​ມີ​ການ​ຮຽກຮ້ອງ​ປະຊາຊົນ​ໃຫ້​ນະມັດສະການ​ພຣະເຈົ້າ ໂດຍ​ຊາວ​ເລວີ ມີ​ດັ່ງນີ້: ເຢຊູອາ, ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະ​ເປທາຮີຢາ. ພວກເຂົາ​ໄດ້​ເວົ້າ​ວ່າ, “ຈົ່ງ​ລຸກ​ຢືນ​ຂຶ້ນ ແລະ​ສັນລະເສີນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຈົ່ງ​ສັນລະເສີນ​ພຣະອົງ​ສືບ​ໄປ​ຊົ່ວນິຣັນດອນ ຈົ່ງ​ໃຫ້​ທຸກຄົນ​ຍົກຍໍ​ພຣະນາມ​ອັນ​ຮຸ່ງເຮືອງ​ຍິ່ງໃຫຍ່ ເຖິງ​ແມ່ນ​ວ່າ​ມະນຸດ​ນັ້ນ​ໃຫ້​ຄຳ​ຍົກຍໍ ບໍ່​ຍິ່ງໃຫຍ່​ພໍ​ສຳລັບ​ພຣະອົງ​ກໍຕາມ.”


ຂ້າແດ່​ພຣະເຈົ້າຢາເວ ເມື່ອ​ຂ້ານ້ອຍ​ທຸກໂສກ​ເພາະ​ສິ້ນຫວັງ ຈຶ່ງ​ຮ້ອງຫາ​ພຣະອົງ.


ຂ້ານ້ອຍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ຈາກ​ເນີນພູ​ສັກສິດ ພຣະອົງ​ຕອບ​ຂ້ານ້ອຍ​ແລ້ວ.


ຂ້ານ້ອຍ​ຮ້ອງທຸກ​ຕໍ່​ພຣະເຈົ້າ​ດ້ວຍ​ສຽງ​ອັນ​ດັງ, ຂ້ານ້ອຍ​ຮ້ອງຫາ​ຕໍ່​ພຣະເຈົ້າ​ດ້ວຍ​ສຽງ​ອັນ​ດັງ ພຣະອົງ​ໄດ້ຍິນ​ສຽງ​ຂອງ​ຂ້ານ້ອຍ.


ຂ້ອຍ​ຮ້ອງຫາ​ຜູ້​ຊ່ວຍເຫລືອ​ສຽງ​ດັງໆ ແຕ່​ພຣະເຈົ້າ​ບໍ່​ຟັງ​ສຽງ​ຮ້ອງ​ຂອງຂ້ອຍ;


ເມື່ອ​ພຣະອົງ​ກ່າວ​ດັ່ງນັ້ນ​ແລ້ວ ພຣະອົງ​ຈຶ່ງ​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ລາຊະໂຣ​ເອີຍ ຈົ່ງ​ອອກ​ມາ.”


ຊະເຕຟາໂນ​ຄຸເຂົ່າ​ລົງ ແລະ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຂໍ​ຊົງ​ໂຜດ​ຍົກບາບ​ຍົກກຳ​ນີ້​ໃຫ້​ພວກເຂົາ​ດ້ວຍ​ເທີ້ນ.” ເມື່ອ​ກ່າວ​ຄຳ​ນີ້​ແລ້ວ ເພິ່ນ​ກໍ​ສິ້ນໃຈ​ຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka