ເນເຫມີຢາ 9:1 - ພຣະຄຳພີສັກສິ1-2 ໃນມື້ທີຊາວສີ່ ຂອງເດືອນດຽວກັນນີ້ ປະຊາຊົນຊາວອິດສະຣາເອນໄດ້ເຕົ້າໂຮມກັນຖືສິນອົດອາຫານ ເພື່ອສະແດງຄວາມໂສກເສົ້າເສຍໃຈສຳລັບການບາບຂອງພວກເຂົາ. ພວກເຂົາແຍກຕົວເອງອອກຈາກຄົນຕ່າງຊາດທຸກຄົນ. ພວກເຂົານຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ພ້ອມທັງໂຮຍຂີ້ຝຸ່ນດິນໃສ່ເທິງຫົວ ອັນສະແດງເຖິງຄວາມໂສກເສົ້າ. ແລ້ວພວກເຂົາກໍຢືນຂຶ້ນສາລະພາບການຜິດບາບຂອງພວກເຂົາເອງ ແລະຜິດບາບຂອງບັນພະບຸລຸດຂອງພວກເຂົາທີ່ໄດ້ເຮັດ. Uka jalj uñjjattʼäta |
“ຈົ່ງໄປທ້ອນໂຮມເອົາພວກຢິວໃນນະຄອນຊູຊາ; ໃຫ້ພາກັນຖືສິນອົດອາຫານ ແລະພາວັນນາອະທິຖານເພື່ອຂ້ອຍ. ຢ່າກິນ ຫລືດື່ມຫຍັງພາຍໃນສາມວັນສາມຄືນ. ຂ້ອຍກັບສາວໃຊ້ຂອງຂ້ອຍກໍຈະປະຕິບັດຢ່າງດຽວກັນ. ຫລັງຈາກນີ້ຂ້ອຍຈະໄປຫາກະສັດ ເຖິງແມ່ນວ່າຈະເປັນການຝ່າຝືນກົດໝາຍກໍຕາມ. ຖ້າຂ້ອຍຕາຍຍ້ອນກະທຳເຊັ່ນນີ້ ຂ້ອຍກໍຍອມ.”
ດັ່ງນັ້ນ ພວກເຂົາທຸກຄົນຈຶ່ງໄປເຕົ້າໂຮມກັນທີ່ເມືອງມີຊະປາ. ພວກເຂົາຕັກເອົານໍ້າແລະຖອກລົງຕໍ່ໜ້າພຣະເຈົ້າຢາເວ ແລະໃນວັນນັ້ນ ພວກເຂົາໄດ້ຖືສິນອົດອາຫານຕະຫລອດ. ພວກເຂົາເວົ້າວ່າ, “ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ.” (ແມ່ນໃນເມືອງມີຊະປານີ້ເອງ ທີ່ຊາມູເອນໄດ້ຕັດສິນປະຊາຊົນອິດສະຣາເອນ).